ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ການນໍາເມືອງປາກກະດິງ ລົງຕິດຕາມລະດັບນໍ້າແລະ ເຝົ້າລະວັງໄພນ້ຳຖ້ວມຢ່າງໃກ້ຊິດ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ47 ຄັ້ງ
ການນໍາເມືອງປາກກະດິງ ລົງຕິດຕາມລະດັບນໍ້າແລະ ເຝົ້າລະວັງໄພນ້ຳຖ້ວມຢ່າງໃກ້ຊິດ
ADadvertisement
ADadvertisement
ADadvertisement
ການນໍາເມືອງປາກກະດິງ ລົງຕິດຕາມລະດັບນໍ້າແລະ ເຝົ້າລະວັງໄພນ້ຳຖ້ວມຢ່າງໃກ້ຊິດ

ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ການນໍາເມືອງປາກກະດິງ ແຂວງບໍລິຄຳໄຊ ນຳໂດຍທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ ພ້ອມດ້ວຍຄະນະນໍາຂັ້ນເມືອງ-ຂັ້ນຕາແສງ ລົງຕິດຕາມເຝົ້າລະວັງສະພາບໄພນ້ຳຖ້ວມຢູ່ 6 ບ້ານ ຄື: ບ້ານນາເຄືອໃນ, ບ້ານນາຫີນ, ບ້ານນາສັງ, ບ້ານນໍ້າສາງ, ບ້ານໜອງບົວ ແລະ ບ້ານໂພນທອງ ໃນວັນທີ 7 ກໍລະກົດ 2026 ຜ່ານມາ.

ການນໍາເມືອງປາກກະດິງ ລົງຕິດຕາມລະດັບນໍ້າແລະ ເຝົ້າລະວັງໄພນ້ຳຖ້ວມຢ່າງໃກ້ຊິດ · ຮູບທີ 2

ຜ່ານການລົງຕິດຕາມເບິ່ງຕົວຈິງ ເຫັນວ່າໄດ້ເກີດມີນ້ຳຖ້ວມເສັ້ນທາງເຂົ້າບ້ານ ແລະ ຖືກນ້ຳເຊາະທາງຂາດບາງຈຸດບໍ່ສາມາດເຂົ້າເຖິງບ້ານໄດ້. ນອກນີ້, ຍັງມີເນື້ອທີ່ທຳການຜະລິດ ແລະ ເຮືອນຊານບ້ານ ຊ່ອງຂອງພໍ່ແມ່ປະຊາຊົນຈໍານວນໜຶ່ງຖືກນ້ຳຖ້ວມ. ປັດຈຸບັນຝົນໄດ້ເຊົາຕົກ ແລະ ຕົກໃນລະດັບຄ່ອຍເຮັດໃຫ້ສະພາບນໍ້າຖ້ວມ ແມ່ນໄດ້ຫລຸດລົງຫລາຍແລ້ວ, ແຕ່ຍັງບໍ່ສາມາດສະຫລຸບຜົນເສຍຫາຍໄດ້ເທື່ອ.

ການນໍາເມືອງປາກກະດິງ ລົງຕິດຕາມລະດັບນໍ້າແລະ ເຝົ້າລະວັງໄພນ້ຳຖ້ວມຢ່າງໃກ້ຊິດ · ຮູບທີ 3

ໃນໂອກາດນີ້, ທ່ານ ບຸນຄົບ ຈັນທະວົງ ໄດ້ເນັ້ນໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ປະສານກັບຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງບ້ານ ໃຫ້ກຽມພ້ອມຮັບມືກັບໄພພິບັດນໍ້າຖ້ວມທີ່ອາດຈະເກີດຂຶ້ນໄດ້ທຸກເວລາ ເນື່ອງຈາກວ່າຝົນອາດຈະຍັງສືບຕໍ່ຕົກຕໍ່ເນື່ອງ ເຮັດໃຫ້ປະລິມານນໍ້າຫລາຍເພີ່ມຂຶ້ນ ແລະ ເກີດມີນໍ້າໄຫລຊຸ. ພ້ອມນີ້, ຍັງໄດ້ຊີ້ນຳໃຫ້ການຈັດຕັ້ງບ້ານຈົ່ງເປັນເຈົ້າການຕິດຕາມສະພາບການນ້ຳຖ້ວມ ໃນແຕ່ລະໄລຍະ ຫາກເກີດມີກໍລະນີເຫດການສຸກເສີນ ແມ່ນໃຫ້ປະສານຫາຄະນະສະເພາະກິດຂັ້ນເມືອງຕະຫລອດ 24 ຊົ່ວໂມງ ເພື່ອຈະໄດ້ລົງຊ່ວຍເຫລືອເບື້ອງຕົ້ນໃຫ້ທັນເວລາ.

ADadvertisement
ADadvertisement
ADadvertisement
ການນໍາເມືອງປາກກະດິງ ລົງຕິດຕາມລະດັບນໍ້າແລະ ເຝົ້າລະວັງໄພນ້ຳຖ້ວມຢ່າງໃກ້ຊິດ · ຮູບທີ 4

ຂ່າວ-ພາບ: ສົມພານ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່