ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງວຽງຈັນ ກັກຜູ້ຖືກຫາລັກລອບຂົນສົ່ງ ຢາບ້າ 1,500 ກິໂລ ແລະ ຢາໄອສ 500 ກິໂລຊຸກເຊື່ອງຢູ່ລົດຫົວລາກ.

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ63 ຄັ້ງ
ປກສ ແຂວງວຽງຈັນ ກັກຜູ້ຖືກຫາລັກລອບຂົນສົ່ງ ຢາບ້າ 1,500 ກິໂລ ແລະ ຢາໄອສ 500 ກິໂລຊຸກເຊື່ອງຢູ່ລົດຫົວລາກ.
ADadvertisement
ADadvertisement
ADadvertisement

ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 7 ເມສາ 2026 ໃນເວລາ 10 ໂມງ 30 ນາທີ ເຈົ້າໜ້າທີ່ຕໍາຫຼວດພະແນກຈະລາຈອນ, ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ໄດ້ລົງສົມທົບກັບ ກອງບັນຊາການ ປກສ ເມືອງກາສີ ລັດກວດຄົ້ນລົດຫົວລາກ ແລະ ຫາງລາກ ຍີ່ຫໍ້ FAW ສີແດງ ໝາຍເລກທະບຽນ ບກ 5970 ຫຼວງນໍ້າທາ ແລະ ຫາງລາກ ຍີ່ຫໍ້ CIMC ໝາຍເລກທະບຽນ 5971 ພ້ອມທັງກັກຕົວ ທ້າວ ເຢຍ ຢ່າງ ຢູ່ບ້ານນານ່ານ ເມືອງ ພູຄູນ ແຂວງຫຼວງພະບາງ ຢູ່ຈຸດກວດກາບ້ານໜອງຄຳ ເມືອງກາສີ ແຂວງວຽງຈັນ.

ປກສ ແຂວງວຽງຈັນ ກັກຜູ້ຖືກຫາລັກລອບຂົນສົ່ງ ຢາບ້າ 1,500 ກິໂລ ແລະ ຢາໄອສ 500 ກິໂລຊຸກເຊື່ອງຢູ່ລົດຫົວລາກ.

ຜ່ານການກວດຄົ້ນພົບເຫັນຢາເສບຕິດປະເພດຢາບ້າ ແລະ ຢາໄອສ໌ ທີ່ຊຸກເຊື່ອງໄວ້ພື້ນລົດຫາງລາກ ຢາບ້າຈຳນວນ 2,500 ແພັກນໍ້າໜັກເທົ່າກັບ 1,500 Kg ແລະ ຢາໄອສ໌ 500 Kg.

ປກສ ແຂວງວຽງຈັນ ກັກຜູ້ຖືກຫາລັກລອບຂົນສົ່ງ ຢາບ້າ 1,500 ກິໂລ ແລະ ຢາໄອສ 500 ກິໂລຊຸກເຊື່ອງຢູ່ລົດຫົວລາກ. · ຮູບທີ 2
ປກສ ແຂວງວຽງຈັນ ກັກຜູ້ຖືກຫາລັກລອບຂົນສົ່ງ ຢາບ້າ 1,500 ກິໂລ ແລະ ຢາໄອສ 500 ກິໂລຊຸກເຊື່ອງຢູ່ລົດຫົວລາກ. · ຮູບທີ 3

ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ພວມເລັ່ງການສືບສວນ-ສອບສວນ ຫາພວກຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍຂອງບ້ານເມືອງ.

ADadvertisement
ADadvertisement
ADadvertisement
ປກສ ແຂວງວຽງຈັນ ກັກຜູ້ຖືກຫາລັກລອບຂົນສົ່ງ ຢາບ້າ 1,500 ກິໂລ ແລະ ຢາໄອສ 500 ກິໂລຊຸກເຊື່ອງຢູ່ລົດຫົວລາກ. · ຮູບທີ 4

ຂ່າວ: ປກສ ແຂວງວຽງຈັນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 63 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່