ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງຈຳປາສັກ ຈັບແກັງສະແກມເມີ ໄດ້ 80 ຄົນ ມີ 5 ສັນຊາດ ຕັ້ງຖານຢູ່ໂຮງງານປຸງແຕ່ງໄມ້

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ51 ຄັ້ງ
ປກສ ແຂວງຈຳປາສັກ ຈັບແກັງສະແກມເມີ ໄດ້ 80 ຄົນ ມີ 5 ສັນຊາດ ຕັ້ງຖານຢູ່ໂຮງງານປຸງແຕ່ງໄມ້
ADadvertisement
ADadvertisement
ADadvertisement
ປກສ ແຂວງຈຳປາສັກ ຈັບແກັງສະແກມເມີ ໄດ້ 80 ຄົນ ມີ 5 ສັນຊາດ ຕັ້ງຖານຢູ່ໂຮງງານປຸງແຕ່ງໄມ້

ຫ້ອງຂ່າວ ປກສ ແຂວງຈຳປາສັກລາຍງານວ່າ: ອີງຕາມການລາຍງານຂອງເຈົ້າໜ້າທີ່ວິຊາສະເພາະພະແນກຕໍາຫຼວດ ຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງຈຳປາສັກໃຫ້ຮູ້ວ່າ: ໃນ ເວລາ 10:00 ໂມງ ຂອງວັນທີ 08 ກໍລະກົດ 2026 ເຈົ້າໜ້າທີ່ວິຊາສະເພາະພະແນກຕໍາຫຼວດຄຸ້ມຄອງຄົນ ຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງຈຳປາສັກ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ອາດມີການກໍ່ອາຊະຍະກຳ ຜ່ານລະບົບຄອມພີວເຕີ ຢູ່ເຂດບ້ານ ຫ້ວຍພືນ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ .

ປກສ ແຂວງຈຳປາສັກ ຈັບແກັງສະແກມເມີ ໄດ້ 80 ຄົນ ມີ 5 ສັນຊາດ ຕັ້ງຖານຢູ່ໂຮງງານປຸງແຕ່ງໄມ້ · ຮູບທີ 2

ຈາກນັ້ນ, ຈຶ່ງໄດ້ຂໍທິດຊີ້ນຳຈາກຜູ້ບັນຊາ ພ້ອມກຳລັງພົນ ວິຊາສະເພາະ ສົມທົບກັບ ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ຕາແສງໜອງໃສ ແລະ ອຳນາດການປົກຄອງບ້ານ ຫ້ວຍພືນ ເມືອງບາຈຽງຈະເລີນສຸກ ໄດ້ເຂົ້າກວດກາເປົ້າໝາຍສົງໄສຢູ່ໂຮງງານປຸງແຕ່ງໄມ້ ບົວລະພັນ ຕັ້ງຢູ່ບ້ານ ຫ້ວຍພືນ, ເມືອງບາຈຽງຈະເລີນສຸກ.

ປກສ ແຂວງຈຳປາສັກ ຈັບແກັງສະແກມເມີ ໄດ້ 80 ຄົນ ມີ 5 ສັນຊາດ ຕັ້ງຖານຢູ່ໂຮງງານປຸງແຕ່ງໄມ້ · ຮູບທີ 3

ຜ່ານການກວດກາ ສາມາດຄວບຄຸມຕົວຜູ້ຕ້ອງສົງໄສທີ່ເປັນຕ່າງປະເທດໄດ້ 80 ຄົນ ໃນນີ້ມີ: ສັນຊາດອູກັນດາ 61 ຄົນ, ຍີງ20 ຄົນ, ເຄນຢາ 12 ຄົນ ຍີງ 8ຄົນ, ມາເລເຊຍ 6 ຄົນ ແລະ ສັນຊາດແຄມເມລູນ 1 ຄົນ ພ້ອມເຄື່ອງຂອງກາງ ຄອມພິວເຕີຕັ້ງໂຕະ 80 ໜ່ວຍ, ໂນດບຸກ 3 ໜ່ວຍໂທລະສັບ 61 ໜ່ວຍ.ເຄື່ອງຮັບໃຊ້ອື່ນໆອີກຈໍານວນໜຶ່ງ.

ADadvertisement
ADadvertisement
ADadvertisement
ປກສ ແຂວງຈຳປາສັກ ຈັບແກັງສະແກມເມີ ໄດ້ 80 ຄົນ ມີ 5 ສັນຊາດ ຕັ້ງຖານຢູ່ໂຮງງານປຸງແຕ່ງໄມ້ · ຮູບທີ 4
ປກສ ແຂວງຈຳປາສັກ ຈັບແກັງສະແກມເມີ ໄດ້ 80 ຄົນ ມີ 5 ສັນຊາດ ຕັ້ງຖານຢູ່ໂຮງງານປຸງແຕ່ງໄມ້ · ຮູບທີ 5
ປກສ ແຂວງຈຳປາສັກ ຈັບແກັງສະແກມເມີ ໄດ້ 80 ຄົນ ມີ 5 ສັນຊາດ ຕັ້ງຖານຢູ່ໂຮງງານປຸງແຕ່ງໄມ້ · ຮູບທີ 6

ປັດຈຸບັນ, ຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນດໍາເນີນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ວິຊາສະເພາະ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 51 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່