ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ເຄືອຂ່າຍ LAO-WEN ລົງກວດກາ ຮ້ານອາຫານທີ່ມີການລັກລອບ ຄ້າ-ຂາຍ ສັດປ່າ ປະເພດຫວງຫ້າມ ຢູ່ ນະຄອນຫຼວງວຽງຈັນ

ໂດຍ Pele
· 5 ເດືອນ ກ່ອນອ່ານ 1 ນາທີ54 ຄັ້ງ
ເຈົ້າໜ້າທີ່ເຄືອຂ່າຍ LAO-WEN ລົງກວດກາ ຮ້ານອາຫານທີ່ມີການລັກລອບ ຄ້າ-ຂາຍ ສັດປ່າ ປະເພດຫວງຫ້າມ ຢູ່ ນະຄອນຫຼວງວຽງຈັນ
ADadvertisement
ADadvertisement
ADadvertisement

ໂດຍປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 624/ຫສນຍ, ລົງວັນທີ 24 ພຶດສະພາ 2026. ໃນຄັ້ງວັນທີ 18 ພຶດສະພາ 2026 ຜ່ານມາ ເຈົ້າໜ້າທີ່ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ລົງເຄື່ອນໄຫວກວດກາຮ້ານອາຫານແຫ່ງໜຶ່ງ ຢູ່ເຂດບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ຜ່ານການລົງກວດກາຕົວຈິງ, ເຈົ້າໜ້າທີ່ ໄດ້ພົບເຫັນຊາກ, ຊິ້ນສ່ວນ ແລະ ສັດປ່າທີ່ມີຊີວິດ ປະເພດຫວງຫ້າມ ຖືກນໍາມາປຸງແຕ່ງ, ຊື້-ຂາຍ ເປັນອາຫານ ໃຫ້ກຸ່ມນັກທ່ອງທ່ຽວຄົນຕ່າງປະເທດ ຢ່າງຜິດກົດໝາຍ, ຂອງກາງທີ່ກວດພົບ ແລະ ໄດ້ກັກຍຶດເບື້ອງຕົ້ນ ປະກອບມີ:

ເຈົ້າໜ້າທີ່ເຄືອຂ່າຍ LAO-WEN ລົງກວດກາ ຮ້ານອາຫານທີ່ມີການລັກລອບ ຄ້າ-ຂາຍ ສັດປ່າ ປະເພດຫວງຫ້າມ ຢູ່ ນະຄອນຫຼວງວຽງຈັນ

1. ງູຍັງມີຊີວິດ ຈຳນວນ 1 ໂຕ, ມີນໍ້າໜັກ 1.42 ກິໂລ; 2. ຊາກໂຕລິ່ນ ຖອນເກັດແລ້ວ ຈຳນວນ 4 ໂຕ ມີນໍ້າໜັກ 4.8 ກິໂລ; 3. ເກັດລີ່ນ ຈໍານວນ 1 ຖົງ, ນໍ້າໜັກ 3,2 ກິໂລກຼາມ; 4. ຊິ້ນສ່ວນຊີ້ນ ແລະ ເຄື່ອງໃນລິ່ນ (ດິບ) ນ້ຳໜັກ 2.1 ກິໂລ; 5. ຊິ້ນສ່ວນຊີ້ນໂຕລິ່ນ (ສຸກ) ນໍ້າໜັກ 3.8 ກິໂລ; 6. ຊິ້ນສ່ວນຕີນໝີ ຈໍານວນ 4 ຊິ້ນ, ນໍ້າໜັກ 2.1 ກິໂລ; 7. ເຫຼົ້າບອງສັດ ຈໍານວນ 1 ໂຖ; ລວມນໍ້າໜັກທັງໝົດ ຂອງ ຊາກສັດ, ຊິ້ນສ່ວນ ແລະ ສັດປ່າທີ່ມີຊີວິດ 25.52 ກິໂລ.

ເຈົ້າໜ້າທີ່ເຄືອຂ່າຍ LAO-WEN ລົງກວດກາ ຮ້ານອາຫານທີ່ມີການລັກລອບ ຄ້າ-ຂາຍ ສັດປ່າ ປະເພດຫວງຫ້າມ ຢູ່ ນະຄອນຫຼວງວຽງຈັນ · ຮູບທີ 2

ດັ່ງນັ້ນ, ເຈົ້າໜ້າທີ່ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ນໍາເອົາຕົວຜູ້ຖືກຫາ ເພດຊາຍ (ສັນຊາດຈີນ) ມາດໍາເນີນຄະດີ ຕາມກົດໝາຍ.

ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ເຄືອຂ່າຍ LAO-WEN ລົງກວດກາ ຮ້ານອາຫານທີ່ມີການລັກລອບ ຄ້າ-ຂາຍ ສັດປ່າ ປະເພດຫວງຫ້າມ ຢູ່ ນະຄອນຫຼວງວຽງຈັນ · ຮູບທີ 3

(ແຫຼ່ງຂ່າວ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ)

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 54 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່