ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຂວງວຽງຈັນຈູດທຳລາຍຢາເສບຕິດເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ

ໂດຍ Pele
· 5 ເດືອນ ກ່ອນອ່ານ 3 ນາທີ51 ຄັ້ງ
ແຂວງວຽງຈັນຈູດທຳລາຍຢາເສບຕິດເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ
ADadvertisement
ADadvertisement
ADadvertisement

ໃນວັນທີ 14 ກໍລະກົດ 2026 ແຂວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ (26 ມີຖຸນາ 1987 ຫາ 26 ມີຖຸນາ 2026) ແລະ ຈັດພິທີຈູດທຳລາຍຢາເສບຕິດຂື້ນຢູ່ທີ່ສະໂມສອນສູນວັດທະນະທຳເດັກ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງ ແຂວງວຽງຈັນ ມີການນຳພັກ-ລັດ, ພະແນກການ, ອົງການ, ກົມກອງ ຂັ້ນແຂວງ, ຂັ້ນເມືອງ, ທະຫານ, ຕໍາຫຼວດ ພ້ອມດ້ວຍນັກສຶກສາເຂົ້າຮ່ວມ.

ແຂວງວຽງຈັນຈູດທຳລາຍຢາເສບຕິດເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ

ພັທ ສົມສັກ ໄຊປັນຍາ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ຂື້ນຜ່ານບົດລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດໃນໄລຍະ 1 ປີຜ່ານມາ ໄດ້ຍົກໃຫ້ເຫັນຜົນຮ້າຍຂອງຢາເສບຕິດປະເພດຕ່າງໆ ແລະ ການລັກລອບຄ້າຂາຍຢາເສບຕິດທີ່ຜິດກົດໝາຍ ຢາເສບຕິດປະເພດຕ່າງໆ ໄດ້ທຳລາຍຊີວິດ, ເປັນອຸປະສັກຕໍ່ການພັດທະນາຊັບພະຍາກອນມະນຸດ ຢາເສບຕິດແມ່ນໄດ້ສົ່ງຜົນກະທົບໃຫ້ແກ່ທຸກພາກສ່ວນຂອງສັງຄົມໃນແຕ່ລະປະເທດ ໂດຍສະເພາະຕໍ່ເສລີພາບ ແລະ ການພັດທະນາຊາວໝຸ່ມ-ເຍົາວະຊົນ ເປັນສິ່ງທ້າທາຍ ແລະ ໜ້າເປັນຫ່ວງ ສະນັ້ນ ພັກ-ລັດ ພວກເຮົາກໍ່ໄດ້ນຳໃຊ້ກາລະໂອກາດທີ່ດີວາງແນວທາງແກ້ໄຂບັນຫາຢາເສບຕິດໂດຍສະເພາະຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນພາຍໃນແຂວງວຽງຈັນ ໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາມະຕິຄຳສັ່ງ, ແຈ້ງການຕ່າງໆວ່າດ້ວຍການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜວ່ຍເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ເປັນຫົວໜວ່ຍພັດທະນາ ແນໃສ່ລຶບລ້າງຄວາມທຸກຍາກເຮັດໃຫ້ພາກພື້ນປອດຢາເສບຕິດ ສະເພາະຢູ່ແຂວງວຽງຈັນ ໃນປີຜ່ານມາ ສາມາດແກ້ໄຂຄະດີໄດ້ທັງໝົດ 199 ເລື່ອງ, ມີຜູ້ຖືກຫາທັງໝົດ 285 ຄົນ, ຍິງ 24 ຄົນ ແລະ ສາມາດຍຶດຂອງກາງໄດ້ຄື: ຢາບ້າ 20,305,214 ເມັດ, ຢາໄອສ໌ 511,11 ກິໂລກຼາມ, ເຮໂຣອິນ 3,605 ກຼາມ, ກັນຊາແຫ້ງ 14,08 ກິໂລກຼາມ, ຢາອີ 32 ມັດ, ຢາເຄ 3 ຖົງນ້ອຍ, ນ້ຳໜັກ 2,59 ກຼາມ, ຄໍລາເຈນ 495 ຊ່ອງ, ບັ້ງແກັດບັນຈຸສານໄນຕາດອອກຊາຍ 21 ບັ້ງ, ແປ້ງຜົງສີຂາວ 1,947 ກິໂລກຼາມ, ໃບກະທ໋ອມດິບ 1,021 ກິໂລກຼາມ, ນ້ຳຢາດີໄອ 8,468 ແກ້ວ, ຢາສູບໄຟຟ້າ 462 ອັນ, ໝາກປູມເປົ້້າ 20,000 ໜ່ວຍ, ໂທລະສັບ 260 ເຄື່ອງ, ເງີນກີບ 664,096,000 ກີບ, ເງີນບາດ 28,600 ບາດ, ຄຳຮູບປະພັນ 569,32 ກຼາມ, ລົດຈັກ 19 ຄັນ, ລົດໃຫຍ່ 06 ຄັນ, ປືນສັ້ນ 02 ກະບອກ ພ້ອມລູກປືນ 10 ລູກ, ໂຮງປ້ຳຍາ 01 ເຄື່ອງ, ໂຮງອັດ 02 ອັນ ແລະ ອື່ນໆອີກ

ແຂວງວຽງຈັນຈູດທຳລາຍຢາເສບຕິດເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ · ຮູບທີ 2

ສ່ວນຂອງການຈຳນວນດັ່ງກ່າວທີ່ສານໄດ້ຕັດສິນແລ້ວ ແມ່ນໄດ້ນຳມາຈູດທຳລາຍຖິ້ມຢູ່ທີ່ເດີນສູນວັດທະນະທຳເດັກ ແຂວງວຽງຈັນ ໃນຄັ້ງນີ້ມີ ຢາບ້າຈຳນວນ 824,232 ເມັດ ນ້ຳໜັກ 74,18 ກິໂລກຼາມ, ຢາໄອສ໌ ຈໍານວນ 78 ຫໍ່ 21 ຫຼອດ ນໍ້າໜັກ 78,18 ກິໂລກຼາມ, ຢາອີ ຈໍານວນ 32 ເມັດ, ນໍ້າໜັກ 6,74 ກຼາມ, ຢາເຄ ຈຳນວນ 3 ຖົງ ນໍ້າໜັກ 2,59 ກຼາມ, ເຮໂລອີນ ຈຳນວນ 3 ແທ່ງ, 2 ຖົງ 1,738 ຫຼອດ, ນໍ້າໜັກ 1,66 ກິໂລກຼາມ, ຄໍລະເຈນ ຈຳນວນ 120 ຊອງ ນໍ້າໜັກ 6,06 ກິໂລກຼາມ, ຢາສູບໄຟຟ້າ ຈຳນວນ 2,002ອັນ, ໃບກະທ໋ອມ ຈຳນວນ 250,7 ກິໂລກຼາມ, ຢາດາທິດຊິນ ຈຳນວນ 2,226 ແກ້ວ, ຄັນຊາ ຈຳນວນ 14,08 ກິໂລກຼາມ, ໝາກປູມເປົ້າ ຈຳນວນ 20,000 ໜ່ວຍ, ໂດຍມີການນຳພັກ-ລັດ, ຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍນັກສຶກສາຈາກສະຖາບັນຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມໃນພິທີດັ່ງກ່າວຢ່າງຫຼວງຫຼາຍ ສ່ວນຂອງກາງທີ່ສານຍັງບໍ່ທັນໄດ້ຕັດສິນແມ່ນບໍ່ໄດ້ນຳມາຈູດທຳລາຍຖີ້ມ.

ADadvertisement
ADadvertisement
ADadvertisement
ແຂວງວຽງຈັນຈູດທຳລາຍຢາເສບຕິດເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ · ຮູບທີ 3

ຂ່າວ: ປກສ ແຂວງວຽງຈັນ ໂພທິສານ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 51 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່