ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເກີດເຫດດິນເຈື່ອນທັບເຮືອນປະຊາຊົນ ເສຍຊີວິດ 3 ຄົນ ຢູ່ບ້ານທ່າບັກ ເມືອງຄຳເກີດ

ໂດຍ Jenjila
· 4 ເດືອນ ກ່ອນອ່ານ 1 ນາທີ33 ຄັ້ງ
ເກີດເຫດດິນເຈື່ອນທັບເຮືອນປະຊາຊົນ ເສຍຊີວິດ 3 ຄົນ ຢູ່ບ້ານທ່າບັກ ເມືອງຄຳເກີດ
ADadvertisement
ADadvertisement
ADadvertisement
ເກີດເຫດດິນເຈື່ອນທັບເຮືອນປະຊາຊົນ ເສຍຊີວິດ 3 ຄົນ ຢູ່ບ້ານທ່າບັກ ເມືອງຄຳເກີດ

ຕາມການລາຍງານຂອງກອງເລຂາຄະນະກຳມະການຄູມຄອງໄພພິບັດຂັ້ນແຂວງ ໃນຕອນເຊົ້າວັນທີ 16 ກໍລະກົດ 2026 ໄດ້ໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນມາເປັນເວລາຫຼາຍວັນ ໄດ້ເຮັດໃຫ້ດິນບໍ່ສາມາດຮັບປະລິມານນ້ຳຝົນນັ້ນໄດ້ ຈື່ງເປັນຕົ້ນເຫດພາໃຫ້ດິນເຊາະເຈື່ອນໃນເຂດທີ່ມີພູຜາສູງຊັນ ໂດຍສະສະເພາະເຂດພູໄຮຕາມເສັ້ນທາງ ເລກ 8 A ຊ່ວງໄລຍະພູໄຮ ເມືອງຄູນຄຳ ແຂວງຄຳມ່ວນ ຫາ ບ້ານໜອງກອກ, ເຂດບ້ານທ່າບັກ ຂອງເມືອງຄຳເກີດ ແຂວງບໍລິຄຳໄຊ ແລະ ເສັ້ນທາງ 1 D ເຂດພູໃກ້ກັບບ້ານນາດີ ເມືອງວຽງທອງ ໄດ້ມີດິນເຈື່ອນລົງທັບເສັ້ນທາງບໍສາມາດສັນຈອນໄປມາໄດ້ ສະເພາະເສັ້ນທາງເລກ 8 A ການສັນຈອນໄດ້ຖືກຕັດຂາດ ພາຫະນະບໍ່ສາມາດໄປມາໄດ້.

ເກີດເຫດດິນເຈື່ອນທັບເຮືອນປະຊາຊົນ ເສຍຊີວິດ 3 ຄົນ ຢູ່ບ້ານທ່າບັກ ເມືອງຄຳເກີດ · ຮູບທີ 2

ນອກນັ້ນເກີດມີນ້ຳຖ້ວມເສັ້ນທາງ, ບ້ານເຮືອນປະຊາຊົນ ເຂດບ້ານໂພນຕານ ເມືອງຄຳເກີດ, ຮ້າຍແຮງໄປກົ່ວນັ້ນ ໃນເວລາ 2,00 ໂມງ ຂອງວັນທີ 16 ກໍລະກົດ 2026 ໄດ້ມີດິນເຊາະເຈື່ອນລົງທັບໃສ່ເຮືອນປະຊາຊົນຢຸ່ບ້ານທ່າບັກ ເມືອງຄຳເກີດ ໃນຂະນະຜູ້ຄົນກຳລັງນອນຫຼັບຢູ່ ເຮັດໃຫ້ມີຜຸ້ເສຍຊີວິດ 3 ຄົນ ໃນນັ້ນມີແມ່ ແລະ ລູກ 2 ຄົນ ຕໍ່ສະພາບການດັ່ງກ່າວ ທາງຄະນະກຳມະການຄູ້ມໄພພິບັດຂອງແຂວງບໍລິຄຳໄຊ ແລະ ເມືອງຄຳເກີດ, ເມືອງວຽງທອງ ໄດ້ເລັ່ງໃສ່ການແກ້ໄຂເສັ້ນທາງທີ່ຖືກດິນເຈື່ອນທັບ ເຮັດໃຫ້ການສັນຈອນໄປມາໄດ້ປົກກະຕິ, ເຂົ້າຊ່ວຍເຫຼືອຄອບຄົວຂອງປະຊາຊົນທີ່ຖືກຜົນກະທົບດິນເຈື່ອນລົງທັບເຮືອນ ແລະ ຊ່ວຍເຫຼືອຜູ້ເສຍຊີວິດ, ຕໍ່ສະພາບການເສຍຫາຍນັ້ນທາງກອງເລຂາຄະນະກຳມະການຄູ້ມຄອງໄພພິບັດ ຂັ້ນແຂວງ ແລະ ເມືອງ ຍັງຈະສືບຕໍ່ລົງຕິດຕາມພ້ອມທັງປະເມີນຄວາມເສຍເປັນໄລຍະ, ສ່ວນການຄືບໜ້າໃນການແກ້ໄຂໄພພິບັດຄັ້ງນີ້ທາງທີມງານຂ່າວພວກເຮົາຈະນຳສະເໜີຂ່າວ ໃຫ້ສັງຄົມຮັບຮູ້ເປັນໄລຍະ.

ເກີດເຫດດິນເຈື່ອນທັບເຮືອນປະຊາຊົນ ເສຍຊີວິດ 3 ຄົນ ຢູ່ບ້ານທ່າບັກ ເມືອງຄຳເກີດ · ຮູບທີ 3
ເກີດເຫດດິນເຈື່ອນທັບເຮືອນປະຊາຊົນ ເສຍຊີວິດ 3 ຄົນ ຢູ່ບ້ານທ່າບັກ ເມືອງຄຳເກີດ · ຮູບທີ 4
ເກີດເຫດດິນເຈື່ອນທັບເຮືອນປະຊາຊົນ ເສຍຊີວິດ 3 ຄົນ ຢູ່ບ້ານທ່າບັກ ເມືອງຄຳເກີດ · ຮູບທີ 5
ເກີດເຫດດິນເຈື່ອນທັບເຮືອນປະຊາຊົນ ເສຍຊີວິດ 3 ຄົນ ຢູ່ບ້ານທ່າບັກ ເມືອງຄຳເກີດ · ຮູບທີ 6
ເກີດເຫດດິນເຈື່ອນທັບເຮືອນປະຊາຊົນ ເສຍຊີວິດ 3 ຄົນ ຢູ່ບ້ານທ່າບັກ ເມືອງຄຳເກີດ · ຮູບທີ 7

ພາບ, ຂ່າວ: ກອງເລຂາຄະນະກຳມະການຄວບຄູມໄພພິບັດ

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ, ເຫດການ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່