ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ກວດຄົ້ນອາພາດເມັນ ວຽງຈັນໄລເຊັນເຕີ ບຸກຈັບແອັດມິນເວັບພະນັນອອນລາຍຄົນໄທ 20 ຄົນ ພ້ອມສົ່ງໃຫ້ທາງການໄທໄປດຳເນີນຄະດີ

ໂດຍ Jenjilaອັບເດດ
· 4 ເດືອນ ກ່ອນອ່ານ 2 ນາທີ45 ຄັ້ງ
ເຈົ້າໜ້າທີ່ກວດຄົ້ນອາພາດເມັນ ວຽງຈັນໄລເຊັນເຕີ ບຸກຈັບແອັດມິນເວັບພະນັນອອນລາຍຄົນໄທ 20 ຄົນ ພ້ອມສົ່ງໃຫ້ທາງການໄທໄປດຳເນີນຄະດີ
ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ກວດຄົ້ນອາພາດເມັນ ວຽງຈັນໄລເຊັນເຕີ ບຸກຈັບແອັດມິນເວັບພະນັນອອນລາຍຄົນໄທ 20 ຄົນ ພ້ອມສົ່ງໃຫ້ທາງການໄທໄປດຳເນີນຄະດີ

ເພື່ອປະຕິບັດຕາມລະບຽບກົດໝາຍ ແລະ ກົນໄກການຮ່ວມມືວຽກງານຕໍາຫຼວດລະຫວ່າງສອງ ປະເທດ, ໃນວັນທີ 17 ກໍລະກົດ 2026 ທີ່ດ່ານສາກົນຂົວມິດຕະພາບລາວ-ໄທ 1 ນະຄອນຫຼວງວຽງຈັນ-ໜອງຄາຍ, ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ໂດຍການປະສານສົມທົບກັບ ກົມ ຕຳຫຼວດພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ໄດ້ມອບຜູ້ຖືກຫາຕອບແຊັດເວັບພະນັນອອນລາຍສັນຊາດໄທ ຈໍານວນ 20 ຄົນ, ຍິງ 8 ຄົນ ໃຫ້ທາງການໄທ ກັບໄປດຳເນີນຄະດີຕາມລະບຽບກົດໝາຍຢູ່ຣາຊະອານາຈັກໄທ.

ເຈົ້າໜ້າທີ່ກວດຄົ້ນອາພາດເມັນ ວຽງຈັນໄລເຊັນເຕີ ບຸກຈັບແອັດມິນເວັບພະນັນອອນລາຍຄົນໄທ 20 ຄົນ ພ້ອມສົ່ງໃຫ້ທາງການໄທໄປດຳເນີນຄະດີ · ຮູບທີ 2

ໂອກາດນີ້, ທັງສອງຝ່າຍໄດ້ເຊັນບົດບັນທຶກມອບ-ຮັບ ຕົວຜູ້ຖືກຫາຈໍານວນດັ່ງກ່າວ ເຊັນມອບຝ່າຍລາວແມ່ນ ພັທ ຄໍາໄພທູນ ລໍວັນຫງຽນ ຮອງຫົວໜ້າກົມຕຳຫຼວດເສດຖະກິດ ແລະ ເຊັນຮັບຝ່າຍໄທແມ່ນ ພັທ ຕີຢາຊາພັດ ຣຸ່ງສີບຣູມານະກູນ ຮອງຜູ້ບັງຄັບ ການກວດຄົນເຂົ້າ-ອອກເມືອງ 4 ປະເທດໄທ, ມີຄະນະຮັບຜິດຊອບທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ເຈົ້າໜ້າທີ່ກວດຄົ້ນອາພາດເມັນ ວຽງຈັນໄລເຊັນເຕີ ບຸກຈັບແອັດມິນເວັບພະນັນອອນລາຍຄົນໄທ 20 ຄົນ ພ້ອມສົ່ງໃຫ້ທາງການໄທໄປດຳເນີນຄະດີ · ຮູບທີ 3

ຜູ້ຖືກຫາດັ່ງກ່າວ, ຖືກເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ກັກຕົວໄດ້ໃນຂະນະທີ່ເຈົ້າໜ້າທີ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນ ຊັ້ນ 18, 21 ແລະ ຊັ້ນ 22 ຂອງອາພັດເມັນ ວຽງຈັນ ໄລເຊັນເຕີ ຕັ້ງຢູ່ບ້ານໜອງຈັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພົບເຫັນກຸ່ມແກ້ງໃຫ້ບໍລິການຕອບແຊັດເວັບພະນັນອອນລາຍ 24 ຄົນ, ໃນນີ້ ມີຄົນໄທ ຈໍານວນ 20 ຄົນ ຍິງ 8 ຄົນ ແລະ ຄົນລາວ 4 ຄົນ ຍິງ 3 ຄົນ ແລະ ອຸປະກອນ ທີ່ນໍາໃຊ້ເຂົ້າໃນການເຄື່ອນໄຫວກະທຳຜິດມີ: ຄອມພິວເຕີຕັ້ງໂຕະ ຈໍານວນ 7 ຊຸດ, ຄອມພິວເຕີໂນດບຸກ 9 ເຄື່ອງ, ຈໍຄອມພິວເຕີ ຈໍານວນ 9 ຈໍ, ໂທລະສັບມືຖື ຈໍານວນ 42 ໜ່ວຍ, ເຊິ່ງການກະທໍາຂອງພວກກ່ຽວແມ່ນ ຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ເປັນຕົ້ນແມ່ນຜິດຕໍ່ປະມວນກົດໝາຍອາຍາມາດຕາ 141 ໃນ ສະຖານ: ການຫຼິ້ນການພະນັນທີ່ຕ້ອງຫ້າມ.

ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ກວດຄົ້ນອາພາດເມັນ ວຽງຈັນໄລເຊັນເຕີ ບຸກຈັບແອັດມິນເວັບພະນັນອອນລາຍຄົນໄທ 20 ຄົນ ພ້ອມສົ່ງໃຫ້ທາງການໄທໄປດຳເນີນຄະດີ · ຮູບທີ 4

ໃນໂອກາດນີ້, ຂໍຝາກເຕືອນມາຍັງທຸກຄົນໃນທົ່ວສັງຄົມຈົ່ງມີສະຕິຕໍ່ເລ່ຫຼ່ຽມກົນອຸບາຍຂອງ ພວກກຸ່ມຄົນບໍ່ດີ ແລະ ຫ້າມຫຼິ້ນການພະນັນທາງອອນລາຍທຸກປະເພດ; ເຈົ້າຂອງເຄຫະສະຖານ, ຜູ້ຫຼິ້ນການພະນັນ, ເຈົ້າຂອງເວັບ ຫຼື ເຈົ້າຂອງກິດຈະການ ບໍ່ວ່າຄົນລາວ ຫຼື ຄົນຕ່າງປະເທດ ທີ່ມີເຄື່ອນໄຫວຢູ່ ສປປ ລາວ ກໍມີຄວາມຜິດຕໍ່ປະມວນກົດໝາຍອາຍາ ແລະ ຝາກເຖິງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ນັບເຖິງພະນັກງານທຸກຄົນຫາກພົບເຫັນບຸກຄົນ ຫຼື ກຸ່ມຄົນທີ່ໜ້າສົງໄສ ແມ່ນໃຫ້ແຈ້ງຕໍ່ເຈົ້າໜ້າທີ່ຢ່າງຮີບດ່ວນ ຫຼື ສາມາດ ແຈ້ງມາຍັງເພຈ໌ເຟສບຸກຂອງພວກເຮົາໄດ້ ເພື່ອເປັນການປະກອບສ່ວນສະກັດກັ້ນປະກົດການຫຍໍ້ທໍ້ໃນ ສັງຄົມໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.

ເຈົ້າໜ້າທີ່ກວດຄົ້ນອາພາດເມັນ ວຽງຈັນໄລເຊັນເຕີ ບຸກຈັບແອັດມິນເວັບພະນັນອອນລາຍຄົນໄທ 20 ຄົນ ພ້ອມສົ່ງໃຫ້ທາງການໄທໄປດຳເນີນຄະດີ · ຮູບທີ 5
ເຈົ້າໜ້າທີ່ກວດຄົ້ນອາພາດເມັນ ວຽງຈັນໄລເຊັນເຕີ ບຸກຈັບແອັດມິນເວັບພະນັນອອນລາຍຄົນໄທ 20 ຄົນ ພ້ອມສົ່ງໃຫ້ທາງການໄທໄປດຳເນີນຄະດີ · ຮູບທີ 6
ເຈົ້າໜ້າທີ່ກວດຄົ້ນອາພາດເມັນ ວຽງຈັນໄລເຊັນເຕີ ບຸກຈັບແອັດມິນເວັບພະນັນອອນລາຍຄົນໄທ 20 ຄົນ ພ້ອມສົ່ງໃຫ້ທາງການໄທໄປດຳເນີນຄະດີ · ຮູບທີ 7
ເຈົ້າໜ້າທີ່ກວດຄົ້ນອາພາດເມັນ ວຽງຈັນໄລເຊັນເຕີ ບຸກຈັບແອັດມິນເວັບພະນັນອອນລາຍຄົນໄທ 20 ຄົນ ພ້ອມສົ່ງໃຫ້ທາງການໄທໄປດຳເນີນຄະດີ · ຮູບທີ 8
ເຈົ້າໜ້າທີ່ກວດຄົ້ນອາພາດເມັນ ວຽງຈັນໄລເຊັນເຕີ ບຸກຈັບແອັດມິນເວັບພະນັນອອນລາຍຄົນໄທ 20 ຄົນ ພ້ອມສົ່ງໃຫ້ທາງການໄທໄປດຳເນີນຄະດີ · ຮູບທີ 9
ເຈົ້າໜ້າທີ່ກວດຄົ້ນອາພາດເມັນ ວຽງຈັນໄລເຊັນເຕີ ບຸກຈັບແອັດມິນເວັບພະນັນອອນລາຍຄົນໄທ 20 ຄົນ ພ້ອມສົ່ງໃຫ້ທາງການໄທໄປດຳເນີນຄະດີ · ຮູບທີ 10

ພາບ-ຂ່າວ: ແກ້ວ ອຸເພັດ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່