ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຮງກົດດັນທາງເສດຖະກິດພຸ່ງສູງເມື່ອ! ທ່ານ ໂດນັລ ທຣຳ ປະກາດຂຶ້ນພາສີ 50% ໃສ່ສິນຄ້ານຳເຂົ້າຈາກການາດາ

ໂດຍ Jenjila
· 4 ເດືອນ ກ່ອນອ່ານ 1 ນາທີ48 ຄັ້ງ
ແຮງກົດດັນທາງເສດຖະກິດພຸ່ງສູງເມື່ອ! ທ່ານ ໂດນັລ ທຣຳ ປະກາດຂຶ້ນພາສີ 50% ໃສ່ສິນຄ້ານຳເຂົ້າຈາກການາດາ
ADadvertisement
ADadvertisement
ADadvertisement
ແຮງກົດດັນທາງເສດຖະກິດພຸ່ງສູງເມື່ອ! ທ່ານ ໂດນັລ ທຣຳ ປະກາດຂຶ້ນພາສີ 50% ໃສ່ສິນຄ້ານຳເຂົ້າຈາກການາດາ

ວັນທີ 20 ກໍລະກົດ 2026 ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄວາມຂັດແຍ້ງທາງການຄ້າລະຫວ່າງ ສະຫະລັດອາເມຣິກາ ແລະ ການາດາ ມີທ່າອຽງທະວີຄວາມເຄັ່ງຮ້ອນຂຶ້ນອີກຄັ້ງ ຫຼັງຈາກປະທານາທິບໍດີ ໂດນັນ ທຣຳ ປະກາດມາດຕະການເກັບພາສີນໍາເຂົ້າສິນຄ້າຈາກການາດາສູງເຖິງ 50% ເຊິ່ງຄອບຄຸມມູນຄ່າສິນຄ້າປະມານ 20 ພັນລ້ານໂດລາ ແລະ ຈະມີຜົນບັງຄັບໃຊ້ໃນອີກ 30 ວັນຂ້າງໜ້າ. ການເຄື່ອນໄຫວຄັ້ງນີ້ ທ່ານ ທຣຳ ໄດ້ໃຊ້ອຳນາດຕາມມາດຕາ 338 ແຫ່ງພຣະລາຊະບັນຍັດພາສີສຸລະກາກອນປີ 1930 ມາອ້າງອີງ ຫຼັງຈາກທີ່ສານດີກາສະຫະລັດອາເມຣິກາ ເຄີຍຍົກເລີກການໃຊ້ອຳນາດສຸກເສີນ (IEEPA) ເກັບພາສີຂອງເພິ່ນໄປກ່ອນໜ້ານີ້.

ມາດຕະການໃໝ່ນີ້ສະທ້ອນໃຫ້ເຫັນເຖິງຂໍ້ພິພາດທາງການຄ້າທີ່ຍືດເຍື້ອລະຫວ່າງສອງພັນທະມິດໃກ້ຊິດ ໃນ 3 ຂະແໜງການຫຼັກ ຄື: ບັນຫາພາສີລົດໃຫຍ່, ລະບົບໂຄຕານົມຂອງການາດາທີ່ເກັບພາສີສູງເຖິງ 300%, ແລະ ການຄວ້ຳບາດເຄື່ອງດື່ມແອລກໍຮໍຈາກສະຫະລັດອາເມຣິກາ ໂດຍລັດຕ່າງໆ ໃນການາດາ.

ເຖິງແມ່ນວ່າສິນຄ້າບາງປະເພດ ເຊັ່ນ: ພະລັງງານ, ແຮ່ທາດ, ອາຫານທະເລ, ແລະ ສິນຄ້າທີ່ມີພາສີສະເພາະ (ເຫຼັກ, ອາລູມິນຽມ, ໄມ້) ຈະໄດ້ຮັບການຍົກເວັ້ນ, ແຕ່ພາສີໃໝ່ນີ້ຈະບໍ່ຍົກເວັ້ນສິນຄ້າພາຍໃຕ້ຂໍ້ຕົກລົງ USMCA.

ADadvertisement
ADadvertisement
ADadvertisement

ຕໍ່ສະຖານະການດັ່ງກ່າວ, ທ່ານ ມາກ ຄານີ ນາຍົກລັດຖະມົນຕີການາດາ ຢືນຢັນຈະດຳເນີນທຸກມາດຕະການເພື່ອປົກປ້ອງຜົນປະໂຫຍດພາຍໃນປະເທດ, ຂະນະທີ່ຜູ້ນຳທ້ອງຖິ່ນຮຽກຮ້ອງໃຫ້ຕອບໂຕ້ດ້ວຍພາສີທີ່ເທົ່າທຽມກັນ, ແລະ ພາກເອກະຊົນຂອງທັງສອງຝ່າຍໄດ້ເລັ່ງໃຫ້ເຈົ້າໜ້າທີ່ຟ້າວເຈລະຈາຫາທາງອອກຮ່ວມກັນກ່ອນທີ່ພາສີໃໝ່ຈະເລີ່ມມີຜົນບັງຄັບໃຊ້.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່