ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ພິທີທໍາລາຍອາວຸດລ່າເນື້ອຂອງກາງຄະດີທີ່ຍຶດໄດ້ 221 ກະບອກ ແລະ ຢາເສບຕິດຫລາຍລາຍການ

ໂດຍ Jenjila
· 4 ເດືອນ ກ່ອນອ່ານ 2 ນາທີ42 ຄັ້ງ
ພິທີທໍາລາຍອາວຸດລ່າເນື້ອຂອງກາງຄະດີທີ່ຍຶດໄດ້ 221 ກະບອກ ແລະ ຢາເສບຕິດຫລາຍລາຍການ
ADadvertisement
ADadvertisement
ADadvertisement

ພິທີທໍາລາຍອາວຸດລ່າເນື້ອ ແລະ ຢາເສບຕິດທີ່ຜິດຕໍ່ລະບຽບກົດໝາຍ ຈໍານວນໜຶ່ງ.

ພິທີທໍາລາຍອາວຸດລ່າເນື້ອຂອງກາງຄະດີທີ່ຍຶດໄດ້ 221 ກະບອກ ແລະ ຢາເສບຕິດຫລາຍລາຍການ

ໃນຕອນບ່າຍຂອງວັນທີ 21 ກໍລະກົດ 2026 ນີ້, ພະແນກຕຳຫຼວດ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງຍອດອູ ໄດ້ຈັດພິທີທໍາລາຍອາວຸດລ່າເນື້ອ ຈໍານວນ 221 ກະບອກ ແລະ ຢາເສບຕິດທີ່ຜິດຕໍ່ລະບຽບກົດໝາຍ ຈໍານວນໜຶ່ງ. ເປັນກຽດເຂົ້າຮ່ວມຂອງທ່ານ ພັທ ລີ ປັນແກ້ວ ກໍາມະການປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງຍອດອູ, ມີ ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີບັນດາທ່ານຄະນະພັກ, ຄະນະບັນຊາ ຕະຫຼອດຮອດ ນາຍ ແລະ ພົນຕໍາຫຼວດກອງບັນຊາການ ປກສ ເມືອງເຂົ້າຮ່ວມ.

ພິທີທໍາລາຍອາວຸດລ່າເນື້ອຂອງກາງຄະດີທີ່ຍຶດໄດ້ 221 ກະບອກ ແລະ ຢາເສບຕິດຫລາຍລາຍການ · ຮູບທີ 2

ໃນພິທີ ທ່ານ ພັທ ວຽງແກ້ວ ວີໄຊ ຮອງກອງບັນຊາ ປກສ ເມືອງ ກໍ່ໄດ້ຂຶ້ນຜ່ານບົດລາຍງານໂດຍຫຍໍ້ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃນໄລຍະ 5 ປີຜ່ານມາຈົນເຖິງປະຈຸບັນ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງໄດ້ດຳເນີນການເຄື່ອນໄຫວວຽກງານວິຊາສະເພາະ ແລະຈັດຕັ້ງພະນັກງານລົງໂຄສະນາເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ບັນດາເອກະສານນິຕິກໍາ ແລະ ມະຕິຄໍາສັ່ງຂອງຂັ້ນເທິງໃຫ້ປະຊາຊົນພາຍໃນເມືອງຮັບຮູ້ ແລະ ເຂົ້າໃຈ ໃນນີ້ສາມາດແກ້ໄຂສະພາບປະກົດການຫຍໍ້ທໍ້ ແລະ ຍຶດຂອງກາງຄະດີໄດ້ເຊັ່ນ: ອາວຸດລ່າເນື້ອ ປະເພດປືນແກັບໄດ້ 221 ກະບອກ, ເຄື່ອງໄຟຟ້າຊ໊ອດປາ ຈຳນວນ 10 ເຄື່ອງ, ຢາບ້າ 1,823 ເມັດ, ຝິ່ນດຳ 500 ກຣາມ, ຂາຄູ່ 10 ແຜ່ນ, ແກ່ນໝາກຝິ່ນ 600 ກຣາມ, ຜັກໜອກແຫ້ງ( ສ່ວນປະສົມຂາຄູ່ ) 500 ກຣາມ, ເຄ 9 ຖົງນ້ອຍ, ເຮໂລອິນ 1 ກ້ອນນ້ອຍ, 5 ຫຼອດນ້ອຍ ແລະ 2 ຖົງນ້ອຍ, ພ໊ອດ ( ຢາສູບໄຟຟ້າ ) 23 ຫຼອດ ແລະ ນໍ້າຫົວເຊື້ອພ໊ອດ 6 ກັບນ້ອຍ, ໃບກະທ໋ອມສົດ 9 ກິໂລກຣາມ, ນໍ້າຫົວເຊື້ອກະທ໋ອມ 137 ກ໋ອງ ແລະ ນໍ້າກະທ໋ອມທີ່ຕົ້ມແລ້ວ ຈຳນວນ 20 ລິດ ພ້ອມກັນນັ້ນ ກໍ່ໄດ້ທໍາລາຍເປັນທີ່ຮຽບຮ້ອຍ.

ADadvertisement
ADadvertisement
ADadvertisement
ພິທີທໍາລາຍອາວຸດລ່າເນື້ອຂອງກາງຄະດີທີ່ຍຶດໄດ້ 221 ກະບອກ ແລະ ຢາເສບຕິດຫລາຍລາຍການ · ຮູບທີ 3
ພິທີທໍາລາຍອາວຸດລ່າເນື້ອຂອງກາງຄະດີທີ່ຍຶດໄດ້ 221 ກະບອກ ແລະ ຢາເສບຕິດຫລາຍລາຍການ · ຮູບທີ 4
ພິທີທໍາລາຍອາວຸດລ່າເນື້ອຂອງກາງຄະດີທີ່ຍຶດໄດ້ 221 ກະບອກ ແລະ ຢາເສບຕິດຫລາຍລາຍການ · ຮູບທີ 5
ພິທີທໍາລາຍອາວຸດລ່າເນື້ອຂອງກາງຄະດີທີ່ຍຶດໄດ້ 221 ກະບອກ ແລະ ຢາເສບຕິດຫລາຍລາຍການ · ຮູບທີ 6
ພິທີທໍາລາຍອາວຸດລ່າເນື້ອຂອງກາງຄະດີທີ່ຍຶດໄດ້ 221 ກະບອກ ແລະ ຢາເສບຕິດຫລາຍລາຍການ · ຮູບທີ 7
ພິທີທໍາລາຍອາວຸດລ່າເນື້ອຂອງກາງຄະດີທີ່ຍຶດໄດ້ 221 ກະບອກ ແລະ ຢາເສບຕິດຫລາຍລາຍການ · ຮູບທີ 8
ພິທີທໍາລາຍອາວຸດລ່າເນື້ອຂອງກາງຄະດີທີ່ຍຶດໄດ້ 221 ກະບອກ ແລະ ຢາເສບຕິດຫລາຍລາຍການ · ຮູບທີ 9
ພິທີທໍາລາຍອາວຸດລ່າເນື້ອຂອງກາງຄະດີທີ່ຍຶດໄດ້ 221 ກະບອກ ແລະ ຢາເສບຕິດຫລາຍລາຍການ · ຮູບທີ 10
ພິທີທໍາລາຍອາວຸດລ່າເນື້ອຂອງກາງຄະດີທີ່ຍຶດໄດ້ 221 ກະບອກ ແລະ ຢາເສບຕິດຫລາຍລາຍການ · ຮູບທີ 11

ຂ່າວ-ພາບ: ໄລພອນ ໂຄສະນາອົບຮົມເມືອງ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່