ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາຄານ້ຳມັນໂລກຫຼຸດລົງ 5% ຫຼັງສະຫະລັດອາເມລິກາ ແລະ ອີຣານ ຊະລໍການໂຈມຕີໃນຊ່ວງທ້າຍອາທິດທີ່ຜ່ານມາ

ໂດຍ Jenjila
· 4 ເດືອນ ກ່ອນອ່ານ 1 ນາທີ48 ຄັ້ງ
ລາຄານ້ຳມັນໂລກຫຼຸດລົງ 5% ຫຼັງສະຫະລັດອາເມລິກາ ແລະ ອີຣານ ຊະລໍການໂຈມຕີໃນຊ່ວງທ້າຍອາທິດທີ່ຜ່ານມາ
ADadvertisement
ADadvertisement
ADadvertisement

ລາຄານ້ຳມັນໂລກຫຼຸດລົງຫຼາຍກວ່າ 5% ຫຼັງຈາກສະຫະລັດອາເມຣິກາ ແລະ ອີຣານ ຊະລໍການໂຈມຕີໃນຊ່ວງທ້າຍອາທິດທີ່ຜ່ານມາ, ຫຼັງຈາກໄດ້ໂຕ້ຕອບກັນຢ່າງດຸເດືອດຕິດຕໍ່ກັນເປັນເວລາ 13 ຄືນ.

ລາຄານ້ຳມັນໂລກຫຼຸດລົງ 5% ຫຼັງສະຫະລັດອາເມລິກາ ແລະ ອີຣານ ຊະລໍການໂຈມຕີໃນຊ່ວງທ້າຍອາທິດທີ່ຜ່ານມາ

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນອາທິດທີ 26 ກໍລະກົດ 2026, ລາຄານ້ຳມັນດິບ ເບຣນທ໌ (Brent) ທີ່ເປັນລາຄາອ້າງອີງສາກົນ ໄດ້ຫຼຸດລົງປະມານ 5.7% ໄປປິດທີ່ປະມານ 91.30 ໂດລາຕໍ່ບາເຣລ. ສ່ວນລາຄານ້ຳມັນດິບສະຫະລັດ (WTI) ຫຼຸດລົງປະມານ 5.4% ມາຢູ່ນອກ 84.43 ໂດລາຕໍ່ບາເຣລ.

ການສູ້ຮົບທີ່ຮຸນແຮງຂຶ້ນມາອີກຄັ້ງລະຫວ່າງສະຫະລັດອາເມຣິກາ ແລະ ອີຣານ ເມື່ອຕົ້ນເດືອນທີ່ຜ່ານມາ ເຮັດໃຫ້ລາຄານ້ຳມັນທີ່ເຄີຍຫຼຸດລົງຕຳ່ກວ່າຊ່ວງກ່ອນສົງຄາມຕາເວັນອອກກາງຈະປະທຸ (ເມື່ອທ້າຍເດືອນກຸມພາ) ກັບມາເພີ່ມຂຶ້ນຈົນທະລຸ 100 ໂດລາສະຫະລັດຕໍ່ບາເຣລອີກຄັ້ງໃນອາທິດກ່ອນ.

ADadvertisement
ADadvertisement
ADadvertisement

ຢ່າງໃດກໍຕາມ, ໃນຊ່ວງທ້າຍອາທິດທີ່ຜ່ານມາ ສະຫະລັດໄດ້ສົ່ງສັນຍານຊະລໍການໂຈມຕີອີຣານ ໂດຍເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດອ້າງວ່າ ເປັນຍ້ອນປະທານາທິບດີ ໂດນັນ ທຣຳ (Donald Trump) ຕ້ອງການເປີດໂອກາດໃຫ້ມີການເຈລະຈາກັບອີຣານ ເຊິ່ງຍັງຄົງດຳເນີນຢູ່.

ເຖິງຢ່າງໃດກໍດີ, ສື່ມວນຊົນຫຼາຍສຳນັກໃນສະຫະລັດລາຍງານວ່າ ໃນໄລຍະບໍ່ເທົ່າມື້ທີ່ຜ່ານມາ ເຈົ້າໜ້າທີ່ໄດ້ເຕືອນປະທານາທິບດີ ທຣຳ ວ່າ ການຖິ້ມລະເບີດຕະຫຼອດສອງອາທິດທີ່ຜ່ານມາ ໄດ້ທຳລາຍເປົ້າໝາຍທີ່ເລືອກໄວ້ລ່ວງໜ້າໄປເກືອບທັງໝົດແລ້ວ.

ໃນຂະນະດຽວກັນ, ພົນເອກ ແດນ ເຄນ (Dan Caine) ປະທານຄະນະເສນາທິການຮ່ວມ ໄດ້ເຕືອນປະທານາທິບດີ ທຣຳ ເປັນການສ່ວນຕົວວ່າ ການກັບມາປະຕິບັດການທາງການທະຫານຄັ້ງໃຫຍ່ກັບອີຣານອີກຄັ້ງ ມີຄວາມສ່ຽງ ເພາະຈະສົ່ງຜົນກະທົບທາງລົບຕໍ່ຄັງອາວຸດ ແລະ ກະສຸນ ລວມທັງລະບົບຂີປະນາວຸດສະກັດກັ້ນໃນການປ້ອງກັນທາງອາກາດຂອງສະຫະລັດ ໃນຕາເວັນອອກກາງ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່