ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຊົມເຊີຍພົນລະເມືອງດີແຈ້ງ ປກສ ແຂວງຊຽງຂວາງ ນຳໄປສູ້ການຈັບຕົວແກ້ງສະແກມເມີ 51 ຄົນ ແລະ ກຳລັ່ງຊອກຈັບຕົວຫົວໂປ່ໂຕການ

ໂດຍ Jenjila
· 4 ເດືອນ ກ່ອນອ່ານ 2 ນາທີ54 ຄັ້ງ
ຊົມເຊີຍພົນລະເມືອງດີແຈ້ງ ປກສ ແຂວງຊຽງຂວາງ ນຳໄປສູ້ການຈັບຕົວແກ້ງສະແກມເມີ 51 ຄົນ ແລະ ກຳລັ່ງຊອກຈັບຕົວຫົວໂປ່ໂຕການ
ADadvertisement
ADadvertisement
ADadvertisement
ຊົມເຊີຍພົນລະເມືອງດີແຈ້ງ ປກສ ແຂວງຊຽງຂວາງ ນຳໄປສູ້ການຈັບຕົວແກ້ງສະແກມເມີ 51 ຄົນ ແລະ ກຳລັ່ງຊອກຈັບຕົວຫົວໂປ່ໂຕການ

ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 22 ກໍລະກົດ 2026 ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ກວດຄົ້ນໂຮງແຮມແຫ່ງໜຶ່ງ ຕັ້ງຢູ່ບ້ານ ໂພນສະຫວັນເໜືອ ເມືອງແປກ ຕາມການແຈ້ງຂໍ້ມູນຈາກພົນລະເມືອງດີວ່າ ມີກຸ່ມຄົນຕ່າງປະເທດມາພັກເຊົາ ມີການເຄື່ອນໄຫວຜິດປົກກະຕິ, ເຊິ່ງໂຮງແຮມດັ່ງກ່າວເປັນຂອງຄົນລາວ ແຕ່ໃຫ້ ທ້າວຊຸນ ອາຍຸ 50 ປີ ສັນຊາດຈີນ ເຊົ່າຢູ່ ໂດຍຜູ້ກ່ຽວໄດ້ເອົາຕົວຫຼົບໜີ ແລະ ປິດປະຕູໂຮງແຮມໄວ້ ຄືບໍ່ມີຄົນຢູ່ ແຕ່ເປີດໄຟ ແລະ ເປີດເຄື່ອງປັບອາກາດໄວ້ຕະຫຼອດເວລາ.

ຊົມເຊີຍພົນລະເມືອງດີແຈ້ງ ປກສ ແຂວງຊຽງຂວາງ ນຳໄປສູ້ການຈັບຕົວແກ້ງສະແກມເມີ 51 ຄົນ ແລະ ກຳລັ່ງຊອກຈັບຕົວຫົວໂປ່ໂຕການ · ຮູບທີ 2

ຜ່ານການກວດຄົ້ນສາມາດກັກຕົວໄດ້ 51 ຄົນ ຍິງ 4 ຄົນ ມີ 4 ສັນຊາດຄື:

– ຄົນໄຕ້ຫວັນ: 33 ຄົນ (ຍິງ 2 ຄົນ)

ADadvertisement
ADadvertisement
ADadvertisement

– ຄົນອິນໂດເນເຊຍ: 8 ຄົນ (ຍິງ 1 ຄົນ)

– ຄົນຈີນ: 5 ຄົນ

– ຄົນຍີ່ປຸ່ນ: 5 ຄົນ (ຍິງ 1 ຄົນ)

ຢຶດ ຂອງກາງ ຄອມພິວເຕີ 60 ເຄື່ອງ, ໂທລະສັບມືຖື 76 ເຄື່ອງ, ໜັງສືເດີນທາງ (Passport) 29 ຫົວ, ວີຊາ 3 ຫົວ, ລົດໃຫຍ່ 1 ຄັນ, ລົດໄຟຟ້າ 2 ຄັນ, ໂຕະ, ຕັ່ງ ແລະ ອຸປະກອນອື່ນໆ ອີກຈຳນວນໜຶ່ງ.

ຊົມເຊີຍພົນລະເມືອງດີແຈ້ງ ປກສ ແຂວງຊຽງຂວາງ ນຳໄປສູ້ການຈັບຕົວແກ້ງສະແກມເມີ 51 ຄົນ ແລະ ກຳລັ່ງຊອກຈັບຕົວຫົວໂປ່ໂຕການ · ຮູບທີ 3

ຜ່ານການສືບສວນ-ສອບສວນເບື້ອງຕົ້ນ, ພວກກ່ຽວໄດ້ຮັບສາລະພາບວ່າ: ໄດ້ເຄື່ອນໄຫວສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ຫຼື ສະແກມເມີ ເປັນກຸ່ມແກ້ງ ມີການວາງແຜນຮອບຄອບ ໂດຍໂຄສະນາຂາຍເຄື່ອງທາງອອນລາຍຂາຍເສື້ອຜ້າ, ເຟີນີເຈີ, ເຄື່ອງເອເລັກໂຕຣນິກ ລາຕາຖືກໃຫ້ແກ່ປະຊາຊົນຢູ່ໄຕ້ຫວັນ, ເມື່ອລູກຄ້າໂອນເງິນຊຳລະຄ່າສິນຄ້າແລ້ວ ແມ່ນຈະບໍ່ມີການສົ່ງສິນຄ້າໃຫ້. ໂດຍມີ ທ້າວ ຊຸນ ເປັນຫົວໂປ່ໂຕການບໍລິຫານ, ເກັບຮັກສາໜັງສືເດີນທາງ ແລະ ເປັນຜູ້ຈ່າຍຄ່າຕອບແທນ.

ໃນຂະນະທີ່ເຈົ້າໜ້າທີ່ກວດຄົ້ນ, ທ້າວ ຊຸນ ໄດ້ຂັບລົດເກັງສີດຳຫລົບໜີໄປກ່ອນ.

ປັດຈຸບັນ, ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ໄດ້ສະເໜີສົ່ງຜູ້ຖືກຫາທັງໝົດ 51 ຄົນ ໃຫ້ກົມຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ເພື່ອສືບຕໍ່ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ, ພ້ອມທັງສະເໜີອອກຄຳສັ່ງກັກຕົວຊົ່ວຄາວ ແລະ ອອກຄຳສັ່ງຈັບຕົວ ທ້າວ ຊຸນ ເພື່ອນຳຕົວມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ຊົມເຊີຍພົນລະເມືອງດີແຈ້ງ ປກສ ແຂວງຊຽງຂວາງ ນຳໄປສູ້ການຈັບຕົວແກ້ງສະແກມເມີ 51 ຄົນ ແລະ ກຳລັ່ງຊອກຈັບຕົວຫົວໂປ່ໂຕການ · ຮູບທີ 4

ຂ່າວ: ປກສ ແຂວງຊຽງຂວາງ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 54 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່