ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມໂຕະມົນ ແລະ ກອງປະຊຸມ AAWC ຄັ້ງທີ 9

ໂດຍ Pele
· 4 ເດືອນ ກ່ອນອ່ານ 2 ນາທີ49 ຄັ້ງ
ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມໂຕະມົນ ແລະ ກອງປະຊຸມ AAWC ຄັ້ງທີ 9
ADadvertisement
ADadvertisement
ADadvertisement

ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໂຕະມົນກ່ຽວກັບບັນຫາອາກາດ ແລະ ນ້ຳ ຄັ້ງທີ 3 ພ້ອມດ້ວຍກອງປະຊຸມສະພາທີ່ປຶກສາກ່ຽວກັບບັນຫານ້ຳ ຂອງລັດຖະສະພາອາຊີ (AAWC) ຄັ້ງທີ 9 ຢ່າງເປັນທາງການ ໃນວັນທີ 28 ກໍລະກົດນີ້ ທີ່ນະຄອນຫຼວງວຽງຈັນ.

ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອສົ່ງເສີມການຮ່ວມມື ແລະ ແລກປ່ຽນບົດຮຽນດ້ານນິຕິບັນຍັດ ໃນການບໍລິຫານຈັດການຊັບພະຍາກອນນ້ຳຢ່າງຍືນຍົງ ແລະ ການຮັບມືກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດໃນພາກພື້ນອາຊີ.

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມໂຕະມົນ ແລະ ກອງປະຊຸມ AAWC ຄັ້ງທີ 9

ເປັນກຽດໃນກອງປະຊຸມ ມີ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ນາງ ຮັນ ຈອງແອ (Han Jeoung-ae) ສະມາຊິກສະພາແຫ່ງຊາດ ແຫ່ງ ສ ເກົາຫຼີ ທັງເປັນປະທານ AAWC, ໂດຍມີບັນດາສະມາຊິກລັດຖະສະພາຈາກປະເທດສະມາຊິກ AAWC, ຕາງໜ້າກະຊວງ-ຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ແລະ ສ ເກົາຫຼີ, ທູຕານຸທູດ, ນັກຊ່ຽວຊານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ADadvertisement
ADadvertisement
ADadvertisement

ໃນພິທີເປີດກອງປະຊຸມ, ທ່ານ ວິໄລວົງ ບຸດດາຄຳ ໄດ້ຍົກໃຫ້ເຫັນວ່າ: ປັດຈຸບັນທົ່ວໂລກ ແລະ ພາກພື້ນ ກຳລັງປະເຊີນກັບສິ່ງທ້າທາຍຢ່າງໜັກໜ່ວງ ທັງຈາກຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ໄພພິບັດທາງທຳມະຊາດ ແລະ ບັນຫາການຂາດແຄນພະລັງງານ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບົດບາດຂອງ AAWC ນັບຕັ້ງແຕ່ສ້າງຕັ້ງຂຶ້ນໃນປີ 2019 ເປັນຕົ້ນມາ ພາຍໃຕ້ການສະໜັບສະໜູນ ຂອງ ສ ເກົາຫຼີ, ທີ່ໄດ້ເປັນເວທີສຳຄັນໃນການເຊື່ອມໂຍງນິຕິບັນຍັດ, ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ເພື່ອແລກປ່ຽນບົດຮຽນດ້ານກົດໝາຍ ແລະ ນະໂຍບາຍໃນການຈັດການນ້ຳ.

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມໂຕະມົນ ແລະ ກອງປະຊຸມ AAWC ຄັ້ງທີ 9 · ຮູບທີ 2

ຮອງປະທານສະພາແຫ່ງຊາດ ລາວ ໄດ້ເປີດເຜີຍຂໍ້ມູນວ່າ 90% ຂອງເນື້ອທີ່ ສປປ ລາວ ຕັ້ງຢູ່ໃນອ່າງແມ່ນ້ຳຂອງ. ເຖິງວ່າປະເທດລາວຈະມີປະລິມານນ້ຳທຳມະຊາດໄຫຼຜ່ານສູງເຖິງ 334 km3 ຕໍ່ປີ, ແຕ່ການນຳໃຊ້ນ້ຳຕົວຈິງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແມ່ນມີພຽງແຕ່ 11% ເທົ່ານັ້ນ.

ເພື່ອແກ້ໄຂບັນຫາດັ່ງກ່າວ, ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ: ວິໄສທັດຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ, ການນຳໃຊ້ນ້ຳ ແລະ ຊັບພະຍາກອນນ້ຳແຫ່ງຊາດຮອດປີ 2030 ເພື່ອບໍລິຫານຈັດການນ້ຳແບບຍືນຍົງ.

ເອົາໃຈໃສ່ຕິດຕາມການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ເພື່ອຮັບປະກັນການນຳໃຊ້ນ້ຳຢ່າງເທົ່າທຽມ ແລະ ມີປະສິດທິພາບ; ສະໜັບສະໜູນເປົ້າໝາຍ ຂອງລັດຖະບານ ໃນການຫຼຸດຜ່ອນການປ່ອຍອາຍພິດໃຫ້ໄດ້ 60% ພາຍໃນປີ 2030 ແລະ ກ້າວໄປສູ່ການປ່ອຍອາຍພິດເປັນ 0% ພາຍໃນປີ 2050.

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມໂຕະມົນ ແລະ ກອງປະຊຸມ AAWC ຄັ້ງທີ 9 · ຮູບທີ 3

ໃນຕອນທ້າຍ, ທ່ານ ວິໄລວົງ ບຸດດາຄຳ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ AAWC, ສະຖາບັນຄົ້ນຄວ້າ ແລະ ພາກເອກະຊົນ ເພີ່ມທະວີການແລກປ່ຽນເຕັກໂນໂລຊີດ້ານການບຳບັດ ແລະ ນຳນ້ຳກັບມາໃຊ້ໃໝ່. ພ້ອມດຽວກັນນັ້ນ, ທ່ານໄດ້ເນັ້ນເຖິງຄວາມສຳຄັນ ຂອງການສະໜັບສະໜູນດ້ານທຶນຮອນ ໃຫ້ແກ່ປະເທດທີ່ດ້ອຍພັດທະນາ ແລະ ກຳລັງພັດທະນາ ເພື່ອເລັ່ງລັດການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ 6 (SDG6: ນ້ຳສະອາດ ແລະ ສຸຂະອະນາໄມ) ໃຫ້ປະກົດຜົນເປັນຮູບປະທຳ.

(ຂ່າວ: ແສງຈັນ)

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່