ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງໄຊເສດຖາ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ

ໂດຍ Pele
· 4 ເດືອນ ກ່ອນອ່ານ 2 ນາທີ71 ຄັ້ງ
ປກສ ເມືອງໄຊເສດຖາ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ
ADadvertisement
ADadvertisement
ADadvertisement

ໃນ 6 ເດືອນຕົ້ນປີ 2026 ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ມີຄະດີອາຍາເກີດຂຶ້ນ 16 ເລື່ອງ, ກັກຜູ້ຖືກຫາໄດ້ 19 ຄົນ ຍິງ 1 ຄົນ, ໃນນັ້ນ, ຄະດີລັກຊັບມີ 3 ເລື່ອງ, ຄະດີປຸ້ນຊັບ 2 ເລື່ອງ, ຄະດີທຳມິດສະຈານ 2 ເລື່ອງ, ຄະດີທໍາຮ້າຍຮ່າງກາຍ 4 ເລື່ອງ, ຄະດີຊຸກເຊື່ອງ ຊື້-ຂາຍຊັບຜິດກົດໝາຍ 2 ເລື່ອງ, ຄະດີທໍາສໍາເລົາເດັກ 1 ເລື່ອງ, ຄະດີເຜີຍ ແຜ່ສິ່ງລາມົກຜ່ານລະບົບຄອມພີວເຕີ 1 ເລື່ອງ, ຄະດີທໍາລາຍເອກະສານກາປະທັບ 1 ເລື່ອງ, ໄດ້ສະຫຼຸບສົ່ງໃຫ້ໄອຍະການ 2 ເລື່ອງ, ຊັດມ້ຽນ 11 ເລື່ອງ ສົ່ງໃຫ້ ປກສ ແຂວງດໍາເນີນ 1 ເລື່ອງ, ພວມດໍາເນີນ 8 ເລື່ອງ, ເກັບກູ້ເຄື່ອງຂອງກາງທີ່ຄົນຮ້າຍລັກໄປສົ່ງຄືນເຈົ້າຂອງມີເງິນ 11,390,000 ກີບ, ຄໍາ 2 ບາດ, ລົດຈັກ 1 ຄັນ, ໂທລະສັບ 4 ໜ່ວຍ, ຄວາຍ 1 ໂຕ, ພ້ອມນັ້ນໄດ້ທັບມ້າງເປົ້າໝາຍຄ້າຂາຍຢາເສບຕິດ ໄດ້ 9 ຄັ້ງ, ກັກຜູ້ຖືກຫາ 11 ຄົນ ຍິງ 3 ຄົນ, ຢຶດຂອງກາງຢາບ້າ 1,201 ເມັດ, ໂທລະສັບ 2 ໜ່ວຍ, ເງິນ 2,100,000 ກີບ, ສ່ວນຄະດີ ແມ່ນມອບໃຫ້ ປກສ ແຂວງ ສືບຕໍ່ດໍາເນີນຄະດີ.

ປກສ ເມືອງໄຊເສດຖາ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ

ທ່ານ ພັທ ລັບແກ້ວ ພົມປິດາ ກຳມະການພັກເມືອງ ຫົວໜ້າກອງບັນຊາການປ້ອງກັນຄວາມສະ ຫງົບ ເມືອງໄຊເສດຖາ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະຜ່ານມາ, ຄະນະພັກ, ຄະນະນໍາ ນາຍ ແລະ ພົນຕໍາຫຼວດ ກອງບັນຊາການ ປກສ ເມືອງໄຊເສດຖາ ໄດ້ເອົາໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ໂດຍການເພີ່ມທະວີການນໍາພາ-ຊີ້ນໍາ ກຳລັງໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ, ສຸມໃສ່ສະກັດກັ້ນແກ້ໄຂທັບມ້າງບັນດາປະກົດການຫຍໍ້ທໍ້ຢ່າງຕັ້ງໜ້າ ແລະ ເຂັ້ມງວດ, ສຸມໃສ່ປະຕິບັດ 4 ຄາດໝາຍຂອງກະຊວງ ປກສ ວາງອອກຢ່າງຕໍ່ເນື່ອງ, ເອົາໃຈໃສ່ໂຄສະ ນາເຜີຍແຜ່ລະບຽບ, ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິບ, ເອົາໃຈໃສ່ກວດກາຄຸ້ມຄອງຄົນຕ່າງປະ ເທດ ແລະ ພົນລະເມືອງລາວທີ່ມາພັກເຊົາ, ຫັນເອົາກໍາລັງກໍ່ສ້າງຮາກຖານ, ປັບປຸງຊຸກຍູ້ ປກສ ກຸ່ມ ແລະ ປກສ ບ້ານໃຫ້ມີຄວາມເຂັ້ມແຂງ. ຮຽກຮ້ອງມາຍັງພະນັກງານ-ລັດຖະກອນ, ນັກທຸລະກິດ, ຊາວຄ້າຂາຍ, ປະຊາຊົນບັນດາເຜົ່າພາຍໃນເມືອງ ຈົ່ງຍົກສູງສະຕິເຄົາລົບລະບຽບກົດໜາຍຢ່າງເຂັ້ມງວດ, ເປັນເຈົ້າການ ປະກອບສ່ວນເຂົ້າໃນວຽກງານ ປກສ, ຍົກສູງສະຕິຕໍ່ກົນອຸບາຍ ເລ່ຫຼ່ຽມການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ເພື່ອຫວັງສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ. ຂ່າວ: ວັດທະນາ

ປກສ ເມືອງໄຊເສດຖາ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ · ຮູບທີ 2

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 71 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່