ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງຫຼວງນໍ້າທາ ມ້າງກຸ່ມແກ້ງສະແກມເມີ ຢູ່ຕຶກສະພາການຄ້າສາກົນ ເຂດເສດຖະກິດພິເສດບໍ່ເຕນ ຈັບຜູ້ຖືກຫາ 135 ຄົນ

ໂດຍ Pele
· 4 ເດືອນ ກ່ອນອ່ານ 2 ນາທີ62 ຄັ້ງ
ປກສ ແຂວງຫຼວງນໍ້າທາ ມ້າງກຸ່ມແກ້ງສະແກມເມີ ຢູ່ຕຶກສະພາການຄ້າສາກົນ ເຂດເສດຖະກິດພິເສດບໍ່ເຕນ ຈັບຜູ້ຖືກຫາ 135 ຄົນ
ADadvertisement
ADadvertisement
ADadvertisement

ໃນວັນທີ 30 ມີຖຸນາ 2026 ຄະນະສະເພາະກິດ ປກສ ແຂວງຫຼວງນໍ້າທາ ປະສານສົມທົບກັບ ກອງບັນຊາການ ປກສ ເຂດບໍ່ເຕ່ນ ໄດ້ເຂົ້າມ້າງກຸ່ມແກ້ງສໍ້ໂກງຊັບທາງອອນລາຍ ແລະ ການສື່ສານ (ສະແກມເມີ) ຢູ່ຕຶກສະພາການຄ້າສາກົນ, ຊັ້ນ 10 ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ, ສາມາດກັກຕົວຜູ້ຖືກຫາທັງໝົດ 135 ຄົນ, ຍິງ 62 ຄົນ; ໃນນີ້, ມີຄົນລາວ 21 ຄົນ, ຍິງ 10 ຄົນ, ໄທ 22 ຄົນ, ຍິງ 12 ຄົນ, ຈີນ 8 ຄົນ, ກຳປູເຈຍ 2 ຄົນ, ຫວຽດນາມ 82 ຄົນ, ຍິງ 40 ຄົນ, ຢຶດຂອງກາງທີ່ນໍາໃຊ້ເຂົ້າໃນການກະທໍາຜິດ ມີຈໍຄອມພີວເຕີ 182 ໜ່ວຍ, ໂທລະສັບ 1.902 ໜ່ວຍ, ໂຕະ, ຕັ່ງ ແລະ ອຸປະກອນອື່ນໆ ອີກຈໍານວນຫຼວງຫຼາຍ, ເງິນກີບ 67.882.000 ກີບ, ເງິນຢວນ 55.047 ຢວນ, ເງິນບາດ 1,140 ບາດ, ເງິນໂດລາ 707 ໂດລາ, ເງິນດົງ 1,964,000 ດົງ, ຕູ້ເຊັບ 08 ໜ່ວຍ.

ປກສ ແຂວງຫຼວງນໍ້າທາ ມ້າງກຸ່ມແກ້ງສະແກມເມີ ຢູ່ຕຶກສະພາການຄ້າສາກົນ ເຂດເສດຖະກິດພິເສດບໍ່ເຕນ ຈັບຜູ້ຖືກຫາ 135 ຄົນ

ໃນຕູ້ເຊັບຈຳນວນດັ່ງກ່າວພົບເຫັນ ເງິນກີບ 416.351.500 ກີບ, ເງິນບາດ 27.610 ບາດ, ເງິນຢວນ 135.181 ຢວນ, ເງິນໂດລາ 20.950 ໂດລາ, ເງິນດົງ 20.901.000 ດົງ, ເງິນໂດລາ ຟິລະປິນ 3,000 ໂດລາ ຟິລະປິນ, ເງິນໂດລາ ຮົງກົງ 170 ໂດລາ ຮົງກົງ, ເງິນກໍາປູເຈຍ 62,300 ລຽວ, ເງິນໄຕ້ຫວັນ 100 ໄຕ້ຫວັນ, ເງິນຍີ່ປຸ່ນ ຈໍານວນ 18,000 ເຢັນ.

ປກສ ແຂວງຫຼວງນໍ້າທາ ມ້າງກຸ່ມແກ້ງສະແກມເມີ ຢູ່ຕຶກສະພາການຄ້າສາກົນ ເຂດເສດຖະກິດພິເສດບໍ່ເຕນ ຈັບຜູ້ຖືກຫາ 135 ຄົນ · ຮູບທີ 2

ຜ່ານການສອບສວນເບື້ອງຕົ້ນ, ກຸ່ມແກ້ງດັ່ງກ່າວໄດ້ມີການຈັດຕັ້ງກັນເປັນລະບົບ, ແບ່ງໜ້າທີ່ກັນເຮັດວຽກຢ່າງຄັກແນ່ ເປັນຕົ້ນແມ່ນ ການສ້າງໂປຣໄຟລ໌ປອມໃນສື່ສັງຄົມອອນລາຍ, ການຊັກຊວນລົງທຶນທີ່ມີຜົນຕອບແທນສູງ (ຫຼອກລວງແບບແຊລູກໂສ້), ການຕົວະວ່າສົ່ງເຄື່ອງມີຄ່າແລ້ວໃຫ້ໂອນເງິນຄ່າພາສີ ແລະ ການນຳໃຊ້ເວັບໄຊການພະນັນ ຫຼື ແອັບພລິເຄຊັນປອມ ເພື່ອດຶງດູດເອົາເງິນຈາກຜູ້ຫຼົງເຊື່ອ ພາຍໃນ ແລະ ຕ່າງປະເທດ.

ADadvertisement
ADadvertisement
ADadvertisement
ປກສ ແຂວງຫຼວງນໍ້າທາ ມ້າງກຸ່ມແກ້ງສະແກມເມີ ຢູ່ຕຶກສະພາການຄ້າສາກົນ ເຂດເສດຖະກິດພິເສດບໍ່ເຕນ ຈັບຜູ້ຖືກຫາ 135 ຄົນ · ຮູບທີ 3

ປັດຈຸບັນ, ທາງກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ມອບໝາຍໃຫ້ພະແນກວິຊາສະເພາະ ສືບຕໍ່ຂະຫຍາຍຜົນ, ຄັດແຍກປະເພດຜູ້ຖືກຫາ ເພື່ອດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ. ສ່ວນຜູ້ຖືກຫາທີ່ເປັນຄົນຕ່າງປະເທດ ແມ່ນໄດ້ດຳເນີນການປະສານງານກັບ ປະເທດກ່ຽວຂ້ອງ ໄປດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍປະເທດຕົນເອງ.

ປກສ ແຂວງຫຼວງນໍ້າທາ ມ້າງກຸ່ມແກ້ງສະແກມເມີ ຢູ່ຕຶກສະພາການຄ້າສາກົນ ເຂດເສດຖະກິດພິເສດບໍ່ເຕນ ຈັບຜູ້ຖືກຫາ 135 ຄົນ · ຮູບທີ 4

ເຈົ້າໜ້າທີ່ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນ ແລະ ສັງຄົມ ຈົ່ງມີສະຕິລະວັງຕົວສູງ ໃນການນໍາໃຊ້ສື່ສັງຄົມອອນລາຍ, ບໍ່ຄວນຫຼົງເຊື່ອການຊັກຊວນລົງທຶນທີ່ບໍ່ມີແຫຼ່ງທີ່ມາຈະແຈ້ງ ແລະ ຫາກພົບເຫັນເບາະແສ ທີ່ມີຄວາມສ່ຽງເປັນກຸ່ມແກ້ງຕົ້ມຕຸ໋ນ ແມ່ນໃຫ້ຟ້າວແຈ້ງເຈົ້າໜ້າທີ່ ປກສ ທີ່ໃກ້ຄຽງທັນທີ.

ປກສ ແຂວງຫຼວງນໍ້າທາ ມ້າງກຸ່ມແກ້ງສະແກມເມີ ຢູ່ຕຶກສະພາການຄ້າສາກົນ ເຂດເສດຖະກິດພິເສດບໍ່ເຕນ ຈັບຜູ້ຖືກຫາ 135 ຄົນ · ຮູບທີ 5

ໂດຍ: ພັຕ ກອນຄໍາ ແສນຫຼວງລາດ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 62 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່