ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຈ້ງໃຫ້ເຈົ້າຂອງກິດຈະການຮື້ຖອນ ປ້າຍຮ້ານຄ້າທີ່ຊຸດໂຊມ ແລະ ເຄື່ອນຍ້າຍປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມລະບຽບການຖ້າກາຍ 15 ວັນ ຍັງພົບເຫັນຈະຖືກປັບໃໝ

ໂດຍ Jenjila
· 4 ເດືອນ ກ່ອນອ່ານ 1 ນາທີ49 ຄັ້ງ
ແຈ້ງໃຫ້ເຈົ້າຂອງກິດຈະການຮື້ຖອນ ປ້າຍຮ້ານຄ້າທີ່ຊຸດໂຊມ ແລະ ເຄື່ອນຍ້າຍປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມລະບຽບການຖ້າກາຍ 15 ວັນ ຍັງພົບເຫັນຈະຖືກປັບໃໝ
ADadvertisement
ADadvertisement
ADadvertisement

ພະແນກວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ອອກແຈ້ງການ ລົງວັນທີ 02 ກໍລະກົດ 2026 ເລື່ອງ ການຈັດສັນ, ປັບປຸງ ແລະ ເຄື່ອນຍ້າຍປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມລະບຽບການ ຢູ່ລຽບຕາມເສັ້ນທາງຫຼັກ ຕັ້ງແຕ່ບ້ານໜອງບົວທອງ ຫາ ບ້ານໜອງບຶກ ລາຍລະອຽດເພີ່ມຕື່ມດັ່ງແຈ້ງການນີ້:

1. ກວດກາຄືນຄວາມຖືກຕ້ອງ: ໃຫ້ບັນດາບໍລິສັດ, ຫ້າງຮ້ານ, ຜູ້ປະກອບການ ແລະ ບຸກຄົນ ທີ່ເປັນເຈົ້າຂອງປ້າຍໂຄສະນາ, ປ້າຍຊື່ຮ້ານ ຢູ່ລຽບຕາມເສັ້ນທາງ ບ້ານໜອງບົວທອງ ຫາ ບ້ານໜອງບົກ ກວດກາຄືນຄວາມຖືກຕ້ອງ, ຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງປ້າຍຕົນເອງ.

2. ຮູບແບບປ້າຍທີ່ຕ້ອງແກ້ໄຂ: ສຳລັບປ້າຍໂຄສະນາ ທີ່ຮູບໂຊມເພພັງ, ຊຸດໂຊມ, ປ້າຍທີ່ຕິດຕັ້ງກາຍເຂດສະຫງວນທາງຫຼວງ ບັງປ້າຍສັນຍານຈາລະຈອນ ຫຼື ປ້າຍທີ່ບໍ່ໄດ້ຮັບອະນຸຍາດຖືກຕ້ອງ ແມ່ນໃຫ້ເຈົ້າຂອງປ້າຍດຳເນີນການຮື້ຖອນ, ເຄື່ອນຍ້າຍ ຫຼື ປັບປຸງແກ້ໄຂໃຫ້ຖືກຕ້ອງຕາມລະບຽບການ ໂດຍທຶນຂອງຕົນເອງ.

ADadvertisement
ADadvertisement
ADadvertisement

3. ກຳນົດເວລາ: ກຳນົດເວລາໃນການຈັດສັນ ແລະ ຮື້ຖອນ ແມ່ນໃຫ້ສຳເລັດພາຍໃນ 15 ວັນ ນັບແຕ່ວັນລົງລາຍເຊັນໃນແຈ້ງການສະບັບນີ້ເປັນຕົ້ນໄປ.

4. ມາດຕະການຫາກຝ່າຝືນ: ຫາກກາຍກຳນົດເວລາແລ້ວ ຖ້າມີປ້າຍໃດຍັງບໍ່ທັນໄດ້ຮັບການແກ້ໄຂ ຫຼື ຮື້ຖອນ, ທາງເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ຈະດຳເນີນມາດຕະການຕາມລະບຽບການ ແລະ ເຈົ້າຂອງປ້າຍຈະບໍ່ມີສິດຮຽກຮ້ອງຄ່າເສຍຫາຍໃດໆທັງສິ້ນ, ພ້ອມທັງຈະຖືກປັບໃຊໝຕາມລະບຽບກົດໝາຍ.

ແຈ້ງໃຫ້ເຈົ້າຂອງກິດຈະການຮື້ຖອນ ປ້າຍຮ້ານຄ້າທີ່ຊຸດໂຊມ ແລະ ເຄື່ອນຍ້າຍປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມລະບຽບການຖ້າກາຍ 15 ວັນ ຍັງພົບເຫັນຈະຖືກປັບໃໝ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດແຈ້ງການ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່