ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາວ-ກໍາປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຄັ້ງທີ 9

ໂດຍ Pele
· 4 ເດືອນ ກ່ອນອ່ານ 2 ນາທີ50 ຄັ້ງ
ລາວ-ກໍາປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຄັ້ງທີ 9
ADadvertisement
ADadvertisement
ADadvertisement

ກອງປະຊຸມຄັ້ງທີ 9 ຂອງຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດຜ່ານມານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ. ຄະນະຜູ້ແທນຝ່າຍລາວນໍາໂດຍທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍ ທ່ານ ລາມເຈຍ ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ ປະທານຄະນະກໍາມະການຊາຍແດນຮ່ວມກໍາປູເຈຍ-ລາວໂດຍມີຜູ້ຕາງໜ້າຈາກຂະແໜງການຂອງສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ລາວ-ກໍາປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຄັ້ງທີ 9

ກອງປະຊຸມໄດ້ຮັບຮອງຜົນການປະຕິບັດວຽກງານພາກສະໜາມຂອງຄະນະວິຊາການເຕັກນິກທັງສອງຝ່າຍໃນການກໍານົດຈຸດທີ່ຕັ້ງຫຼັກໝາຍຊາຍແດນເພື່ອປັກຫຼັກໝາຍຊາຍແດນແບບໃໝ່ປ່ຽນແທນຫຼັກໝາຍຊາຍແດນແບບເກົ່າ ແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມຕະຫຼວດເສັ້ນຊາຍແດນລາວ-ກຳປູເຈຍນັບແຕ່ເດືອນພຶດສະພາ 2023 ມາຮອດ ເດືອນມິຖຸນາ 2026, ສອງຝ່າຍສາມາດກຳນົດຈຸດທີ່ຕັ້ງຫຼັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງໄດ້ຈໍານວນ 364 ຈຸດ ກວມເອົາ 70.7% ແລະ ກໍ່ສ້າງຫຼັກໝາຍຊາຍແດນສໍາເລັດແລ້ວຈໍານວນ 270 ຫຼັກໝາຍກວມເອົາ 52,9% ໃນຈໍານວນຫຼັກໝາຍຊາຍແດນທັງໝົດ 510 ຫຼັກໝາຍທີ່ຈະປັກຕະຫຼອດເສັ້ນຊາຍແດນລາວ-ກໍາປູເຈຍ.

ລາວ-ກໍາປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຄັ້ງທີ 9 · ຮູບທີ 2

ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ແລະ ໄດ້ຮັບຮອງດ້ານຫຼັກການວິທີແກ້ໄຂຂໍ້ຄົງຄ້າງຮ່ວມກັນໃນຕອນຊາຍແດນ 86% ທີ່ໄດ້ສໍາເລັດການສໍາຫຼວດ ແລະ ໄດ້ຕົກລົງຈະປັກຫຼັກ ໝາຍຊາຍແດນ ເລກທີ 033 ຊຶ່ງເປັນຫຼັກໝາຍໃຫຍ່ທີ່ສໍາຄັນຕັ້ງຢູ່ບໍລິເວນດ່ານຊາຍແດນໜອງນົກຂຽນ-ຕຣາປຽງກຼຽນ ທີ່ເປັນດ່ານສາກົນແຫ່ງທໍາອິດລະຫວ່າງສອງປະເທດ. ທີ່ສໍາຄັນໃນການພົບປະຄັ້ງນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບເຂດແດນ 14% ທີ່ຍັງຄົງຄ້າງໂດຍໄດ້ມອບໝາຍໃຫ້ຄະນະວິຊາການສອງຝ່າຍສືບຕໍ່ປຶກສາຫາລືແກ້ໄຂໃນໂອກາດທີ່ເໝາະສົມອັນໃກ້ນີ້.

ADadvertisement
ADadvertisement
ADadvertisement
ລາວ-ກໍາປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຄັ້ງທີ 9 · ຮູບທີ 3

ຄວາມຄືບໜ້າທີ່ສອງຝ່າຍສາມາດຍາດມາໄດ້ໃນຄັ້ງນີ້ເປັນບາດກ້າວໜຶ່ງທີ່ສໍາຄັນຂອງວຽກງານສຳຫຼວດແລະ ປັກຫຼັກໝາຍຊາຍແດນລະຫວ່າງສອງປະເທດພາຍໃຕ້ບັນຍາກາດແຫ່ງການພົວພັນຮ່ວມມືອັນດີ ແລະ ນັບມື້ນັບແໜ້ນແຟ້ນລະຫວ່າງລັດຖະບານກໍຄືປະຊາຊົນສອງປະເທດ. ຖ້າເມື່ອບັນຫາຊາຍແດນໄດ້ຮັບການແກ້ໄຂເທື່ອລະກ້າວ ແລະ ມີຄວາມຈະແຈ້ງ, ຈະສ້າງຄວາມສະດວກໃຫ້ແກ່ການຄຸ້ມຄອງໄປພ້ອມໆກັບການຮັບປະກັນໃຫ້ປະຊາຊົນສອງປະເທດດໍາລົງຊີວິດຢ່າງສະຫງົບ ແລະ ໄປມາຫາສູ່ໄດ້ຢ່າງສະດວກ, ຕອບສະ ໜອງໃຫ້ແກ່ການສ້າງຊາຍແດນລະຫວ່າງສອງປະເທດລາວ-ກຳປູເຈຍໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາຕາມຄວາມມຸ້ງມາດປາຖະໜາອັນແຮງກ້າຂອງການນໍາຂັ້ນສູງສອງພັກ, ສອງລັດ, ກໍຄືຂອງປະຊາຊົນສອງຊາດລາວ ແລະ ກໍາປູເຈຍ.

ລາວ-ກໍາປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຄັ້ງທີ 9 · ຮູບທີ 4

ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປພາຍໃຕ້ບັນຍາກາດແຫ່ງໄມຕີຈິດມິດຕະພາບ, ມີຄວາມເຂົ້າອົກເຂົ້າໃຈຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອການພົວພັນອັນດີງາມມາແຕ່ບູຮານນະການ ແລະ ໄດ້ປິດລົງດ້ວຍຜົນສຳ ເລັດທີ່ຈົບງາມ.

(ຂ່າວ: ກຕທ)

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່