ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຫດການເຮລິຄອບເຕີກຣີສຕຳກັນ ຂະໜະທີ່ກຳລັງປະຕິບັດໜ້າທີ່ດັບໄຟປ່າເຮັດໃຫ້ເຈົ້າໜ້າທີ່ເສຍຊີວິດ 2 ຄົນ ແລະ ລອດຊີວິດ2 ຄົນ

ໂດຍ Jenjila
· 4 ເດືອນ ກ່ອນອ່ານ 1 ນາທີ60 ຄັ້ງ
ເຫດການເຮລິຄອບເຕີກຣີສຕຳກັນ ຂະໜະທີ່ກຳລັງປະຕິບັດໜ້າທີ່ດັບໄຟປ່າເຮັດໃຫ້ເຈົ້າໜ້າທີ່ເສຍຊີວິດ 2 ຄົນ ແລະ ລອດຊີວິດ2 ຄົນ
ADadvertisement
ADadvertisement
ADadvertisement
ເຫດການເຮລິຄອບເຕີກຣີສຕຳກັນ ຂະໜະທີ່ກຳລັງປະຕິບັດໜ້າທີ່ດັບໄຟປ່າເຮັດໃຫ້ເຈົ້າໜ້າທີ່ເສຍຊີວິດ 2 ຄົນ ແລະ ລອດຊີວິດ2 ຄົນ

ເຈົ້າໜ້າທີ່ 2 ທ່ານເສຍຊີວິດຫຼັງຈາກເຮລິຄອບເຕີ 2 ລຳເກີດເຫດຕຳກັນໃນຊ່ວງເຊົ້າວັນອາທິດ ຂະນະກຳລັງປະຕິບັດໜ້າທີ່ດັບໄຟປ່າທາງທິດຕາເວັນຕົກຂອງນະຄອນຫຼວງເອເທນ.

ໃນວັນອາທິດທີ 2 ສິງຫາ 2026, ທ່ານ ຄີຣຽກອສ ມິດໂຊທາຄິສ ນາຍົກລັດຖະມົນຕີກຣີສ ໄດ້ໂພສຂໍ້ຄວາມຜ່ານເຄືອຂ່າຍສັງຄົມອອນລາຍລະບຸວ່າ: ເຫດການເຮລິຄອບເຕີດັບເພີງ 2 ລຳຕຳກັນຈົນຕົກທັງສອງລຳ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 2 ສົບ ຄື: ເຈົ້າໜ້າທີ່ປະສານງານຊາວຕ່າງຊາດ/ກຣີສ 1 ທ່ານ ແລະ ນັກບິນຊາວເດນມາກ 1 ທ່ານ ໂດຍທັງສອງຢູ່ເທິງເຮລິຄອບເຕີລຳດຽວກັນ.

ຂະນະທີ່ເຈົ້າໜ້າທີ່ອີກ 2 ທ່ານໃນເຮລິຄອບເຕີລຳທີ 2 ຣອດຊີວິດ ເຊິ່ງເປັນນັກບິນຊາວອັງກິດ 1 ທ່ານ ແລະ ເຈົ້າໜ້າທີ່ຕິດຕໍ່ປະສານງານໜ່ວຍດັບເພີງຊາວຕຣີສ 1 ທ່ານ ທັງສອງຖືກນຳສົ່ງໂຮງໝໍກອງທັບອາກາດ 251 ໃນນະຄອນຫຼວງເອເທນ ເພື່ອຮັບການປິ່ນປົວແລ້ວ.

ADadvertisement
ADadvertisement
ADadvertisement

ສຳນັກງານດັບເພີງຂອງກຣີສລະບຸວ່າ: ເຫລິຄອບເຕີທັງສອງລຳເປັນເຄື່ອງທີ່ສຳນັກງານດັບເພີງເຊົ່າົາມາໃຊ້ໃນການດັບໄຟປ່າ, ໂດຍຕອນເກີດເຫດເຮລິຄອບເຕີທັງສອງລຳກຳລັງປະຕິບັດໜ້າທີ່ດັບໄຟປ່າບໍລິເວນເມືອງຊາທາ (Psatha) ແຂວງແອັດຕິກາ (Attica) ໂດຍມີເຈົ້າໜ້າທີ່ປະຈຳການຢູ່ເທິງເຄື່ອງເຮລິຄອບເຕີລຳລະ 2 ທ່ານ.

ທັງນີ້, ໄຟປ່າໄດ້ລາມລຸກລາມເປັນວົງກວ້າງໃນຫຼາຍພື້ນທີ່ຂອງກຣີສໃນລະດູຮ້ອນນີ້ ເຊິ່ງ ທີໂອດໍ ຈານນາຣອສ ນັກອຸຕຸນິຍົມວິທະຍາຊາວຕຣີສ ເປີດເຜີຍກັບສຳນັກຂ່າວບີບີຊີ (BBC) ກ່ອນໜ້ານີ້ວ່າ: ມີພື້ນທີ່ຖືກໄຟໄໝ້ທຳລາຍໄປແລ້ວຫຼາຍກວ່າ 100,000 ເຮັກຕາ (ປະມານ 625,000 ໄຮ່).

ຂ່າວ: bbc

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 60 ຄັ້ງ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່