ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ການນໍາແຂວງຄໍາມ່ວນ ຕິດຕາມຄວາມເສຍຫາຍເຫດການໄຟໄໝ້ຕະຫຼາດສຸກສົມບູນ

ໂດຍ kaling
· 4 ເດືອນ ກ່ອນອ່ານ 1 ນາທີ69 ຄັ້ງ
ການນໍາແຂວງຄໍາມ່ວນ ຕິດຕາມຄວາມເສຍຫາຍເຫດການໄຟໄໝ້ຕະຫຼາດສຸກສົມບູນ
ADadvertisement
ADadvertisement
ADadvertisement

ການນຳແຂວງຄໍາມ່ວນ ລົງຕິດຕາມສະພາບຜົນເສຍຫາຍຈາກເຫດການໄຟໄໝ້ຕະຫຼາດສຸກສົມບູນ (ຫຼັກ 3) ເມືອງທ່າແຂກ ແຂວງຄຳມ່ວນ, ພ້ອມຊີ້ນໍາໃຫ້ໜ່ວຍງານຮັບຜິດຊອບ ເລັ່ງສັງລວມເພື່ອປະເມີນຜົນເສຍຫາຍ.

ການນໍາແຂວງຄໍາມ່ວນ ຕິດຕາມຄວາມເສຍຫາຍເຫດການໄຟໄໝ້ຕະຫຼາດສຸກສົມບູນ

ໃນວັນທີ 3 ສິງຫາ 2026, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ລົງ ຕິດຕາມສະພາບຜົນເສຍຫາຍຈາກເຫດການໄຟໄໝ້ຕະຫຼາດສຸກສົມບູນ (ຫຼັກ 3) ຊຶ່ງເຫດການດັ່ງກ່າວ ເກີດຂຶ້ນເມື່ອວັນທີ 1 ສິງຫາ 2026. ຈາກເຫດການໄຟໄໝ້ດັ່ງກ່າວ ໄດ້ກໍ່ໃຫ້ເກີດຄວາມເສຍຫາຍແກ່ຮ້ານຄ້າຂາຍເຄື່ອງ ທີ່ຕັ້ງຢູ່ບໍລິເວນດ້ານຫຼັງຂອງຕະຫຼາດ ໂດຍມີຮ້ານຄ້າ ແລະ ສາງເກັບມ້ຽນເຄື່ອງເສຍຫາຍລວມທັງໝົດ ຈຳນວນ 16 ຫ້ອງ/ແຫ່ງ ປະກອບມີ: ຮ້ານຄ້າ ຈຳນວນ 12 ຮ້ານ ແລະ ສາງເກັບມ້ຽນເຄື່ອງ ຈຳນວນ 04 ສາງ.

ການນໍາແຂວງຄໍາມ່ວນ ຕິດຕາມຄວາມເສຍຫາຍເຫດການໄຟໄໝ້ຕະຫຼາດສຸກສົມບູນ · ຮູບທີ 2

ສ່ວນສາເຫດຂອງການເກີດອັກຄີໄພ ແລະ ມູນຄ່າຄວາມເສຍຫາຍທັງໝົດ ໃນຂະນະນີ້ກຳລັງຢູ່ໃນຂັ້ນຕອນການສືບສວນ ແລະ ສັງລວມຂໍ້ມູນຢ່າງລະອຽດຈາກເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບ.

ADadvertisement
ADadvertisement
ADadvertisement

ໂອກາດນີ້ ທ່ານປະທານຄະນະກຳມະການປົກຄອງແຂວງ ໄດ້ຊີ້ນໍາໃຫ້ຜູ້ປະກອບການ (ເຈົ້າຂອງຕະຫຼາດ), ອຳນາດການປົກຄອງທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງ ຈົ່ງຊອກຫາວິທີທາງໃນການຊ່ວຍເຫຼືອຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ ບໍ່ວ່າຈະເປັນທາງດ້ານວັດຖຸ, ຈິດໃຈ ແລະ ການອຳນວຍຄວາມສະດວກໃນດ້ານຕ່າງໆ ເພື່ອໃຫ້ເຂົາເຈົ້າກ້າວຜ່ານວິກິດ ຈາກເຫດການນີ້ໄດ້ໂດຍໄວ.

ຂ່າວ: ແຂວງຄຳມ່ວນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 69 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່