ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມອບຜູ້ຖືກຫາສະແກມເມີ ແລະ ຫຼິ້ນການພະນັນຕ້ອງຫ້າມທີ່ຖືກຈັບຕົວໄດ້ຢູ່ ເອັສທີ ເວກັສ ໃຫ້ທາງການໄທ

ໂດຍ kaling
· 4 ເດືອນ ກ່ອນອ່ານ 1 ນາທີ47 ຄັ້ງ
ມອບຜູ້ຖືກຫາສະແກມເມີ ແລະ ຫຼິ້ນການພະນັນຕ້ອງຫ້າມທີ່ຖືກຈັບຕົວໄດ້ຢູ່ ເອັສທີ ເວກັສ ໃຫ້ທາງການໄທ
ADadvertisement
ADadvertisement
ADadvertisement

ໃນວັນທີ 6 ສິງຫາ 2026 ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ- ໜອງຄາຍ, ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ມອບຕົວຜູ້ຖືກຫາສັນຊາດໄທ ຈໍານວນ 32 ຄົນ ຍິງ 18 ຄົນ ທີ່ເປີດຫຼິ້ນການພະນັນຕ້ອງຫ້າມ, ດໍາເນີນກິດຈະການກ່ຽວກັບອາຊະຍາກໍາທາງລະບົບຄອມພິວເຕີ ແລະ ການສໍ້ໂກງຜ່ານລະບົບທາງໂຄລະຄົມ ຫຼື ສະແກມເມີ ໃຫ້ເຈົ້າໜ້າທີ່ທາງການໄທ ນຳໄປດໍາເນີນຄະດີ.

ມອບຜູ້ຖືກຫາສະແກມເມີ ແລະ ຫຼິ້ນການພະນັນຕ້ອງຫ້າມທີ່ຖືກຈັບຕົວໄດ້ຢູ່ ເອັສທີ ເວກັສ ໃຫ້ທາງການໄທ

ຕາງໜ້າຝ່າຍເຈົ້າໜ້າທີ່ລາວ ເຊັນບົດບັນທຶກມອບໂດຍ ພັນໂທ ສີດາວົງ ດາວົງສອນ ຮອງຫົວໜ້າກົມ 204 ກົມໃຫຍ່ສັນຕິບານ ແລະ ຝ່າຍເຈົ້າໜ້າທີ່ໄທ ເຊັນບົດຮັບໂດຍ ພັນໂທ ທີຍານະພັດ ລັງສິພາມະນະກຸນ ຮອງຜູ້ກຳກັບການກວດຄົນເຂົ້າເມືອງ ຈັງຫວັດໜອງຄາຍ, ມີຄະນະທັງສອງຝ່າຍເຂົ້າຮ່ວມ.

ຜູ້ຖືກຫາຈໍານວນດັ່ງກ່າວ ໄດ້ຖືກເຈົ້າໜ້າທີ່ໜ່ວຍສະເພາະກິດແກ້ໄຂບັນຫາສະແກມເມີ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບກຳລັງປ້ອງກັນເຄື່ອນທີ່ ເຂົ້າມ້າງ ຢູ່ຕຶກອາຄານຂອງບໍລິສັດ ເອສທີ ເວກັສ ( ST VEGUS ) ຈຳກັດຜູ້ດຽວ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນເວລາ 10 ໂມງຂອງວັນທີ 18 ກໍລະກົດ 2026.

ADadvertisement
ADadvertisement
ADadvertisement
ມອບຜູ້ຖືກຫາສະແກມເມີ ແລະ ຫຼິ້ນການພະນັນຕ້ອງຫ້າມທີ່ຖືກຈັບຕົວໄດ້ຢູ່ ເອັສທີ ເວກັສ ໃຫ້ທາງການໄທ · ຮູບທີ 2

ໃນໂອກາດນີ້, ເຈົ້າໜ້າທີ່ຂໍສະແດງຄວາມຂອບໃຈຕໍ່ພໍ່ແມ່ປະຊາຊົນ ພົນລະເມືອງດີ ທີ່ໄດ້ແຈ້ງຂໍ້ມູນທີ່ເປັນປະໂຫຍດໃຫ້ເຈົ້າໜ້າທີ່ຈົນນຳໄປສູ່ການບຸກມ້າງຂະບວນການດັ່ງກ່າວໄດ້ຢ່າງຕໍ່ເນື່ອງ ແລະ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງພ້ອມກັນມີສະຕິໃນການໃຊ້ສື່ສັງຄົມອອນລາຍ ຢ່າຕົກເປັນເຫຍື່ອຂອງກຸ່ມແກ້ງສະແກມເມີ ແລະ ຢຸດຫຼິ້ນການພະນັນທຸກຮູບແບບ ໂດຍສະເພາະພະນັນອອນລາຍ ພ້ອມນັ້ນ ຖ້າຫາກທ່ານພົບເຫັນບຸກຄົນ, ກຸ່ມຄົນ ແລະ ສະຖານທີ່ ທີ່ສົງໄສເຄື່ອນໄຫວກະຜິດຕໍ່ກົດໝາຍ ໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ໂດຍດ່ວນ, ແຈ້ງເຂົ້າມາທາງເພຈຂອງພວກເຮົາ ຫຼື ເພຈກົມຕຳຫຼວດເສດຖະກິດ ຫຼື ແຈ້ງເຂົ້າສາຍດ່ວນ 1533 ໄດ້ຕະຫຼອດເວລາ.

ມອບຜູ້ຖືກຫາສະແກມເມີ ແລະ ຫຼິ້ນການພະນັນຕ້ອງຫ້າມທີ່ຖືກຈັບຕົວໄດ້ຢູ່ ເອັສທີ ເວກັສ ໃຫ້ທາງການໄທ · ຮູບທີ 3

ທີ່ມາ: ຄວາມສະຫງົບ Lao Security News

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່