
ເມືອງງາ ແຂວງອຸດົມໄຊ ກຳລັງເຝົ້າລະວັງນ້ຳຖ້ວມ ແມ່ນ້ຳງາ ກຳລັງເພີ່ມຂຶ້ນຕໍ່ເນື່ອງ
K
ໂດຍ kaling
· 4 ເດືອນ ກ່ອນອ່ານ 1 ນາທີ43 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:39

ວັນທີ 7 ສິງຫາ 2026 ລະດັບນ້ຳງາ ສືບຕໍ່ເພີ່ມຂຶ້ນຕໍ່ເນື່ອງ ຍ້ອນມີຝົນຕົກໜັກຕິດຕໍ່ກັນຫລາຍວັນ ເຮັດໃຫ້ນ້ຳເຊາະສົ້ນຂົວບ້ານນາຄົກເຈື່ອນລຸ ລົດໃຫຍ່ບໍ່ສາມາດໄປມາໄດ້ແລ້ວ.

ປະຊາຊົນເຂດດັ່ງກ່າວ ໂດຍສະເພາະປະຊາຊົນທີ່ອາໄສຢູ່ຕາມແຄມນ້ຳ ກຳລັງເຝົ້າລະວັງລະດັບນ້ຳຖ້ວມຢ່າງໃກ້ສິດ ແລະ ມີການເລີ່ມເກັບມ້ຽນເຄື່ອງຂອງທີ່ມີຄ່າ, ສັດລ້ຽງ ແລະ ອື່ນໆ ໄປໄວ້ທີ່ສູງເພື່ອຄວາມປອດໄພ.

ຂໍ້ມູນ-ພາບ: ຂ່າວ ເມືອງງາ ແຂວງອຸດົມໄຊ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/14256
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













