ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮອງລັດຖະມົນຕີ ຍທຂ ລົງຕິດຕາມສະພາບເສັ້ນທາງເລກ 8A ຢູ່ເຂດພູຜາມ່ານເຈື່ອນທັບຖົມເສັ້ນທາງເຂດເມືອງຄູນຄໍາ ແຂວງຄໍາມ່ວນ

ໂດຍ Jenjila
· 4 ເດືອນ ກ່ອນອ່ານ 1 ນາທີ50 ຄັ້ງ
ຮອງລັດຖະມົນຕີ ຍທຂ ລົງຕິດຕາມສະພາບເສັ້ນທາງເລກ 8A ຢູ່ເຂດພູຜາມ່ານເຈື່ອນທັບຖົມເສັ້ນທາງເຂດເມືອງຄູນຄໍາ ແຂວງຄໍາມ່ວນ
ADadvertisement
ADadvertisement
ADadvertisement
ຮອງລັດຖະມົນຕີ ຍທຂ ລົງຕິດຕາມສະພາບເສັ້ນທາງເລກ 8A ຢູ່ເຂດພູຜາມ່ານເຈື່ອນທັບຖົມເສັ້ນທາງເຂດເມືອງຄູນຄໍາ ແຂວງຄໍາມ່ວນ

ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ທ່ານ ເດດສົງຄາມ ທໍາມະວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍການນໍາແຂວງບໍລິຄໍາໄຊ, ມີ ທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງບໍລິຄຳໄຊ ພ້ອມດ້ວຍພະແນກການ, ຂະແໜງຂະແໜງກ່ຽວຂ້ອງ ລົງຕິດຕາມເບິ່ງສະພາບການ ພູຜາມ່ານເຈື່ອນທັບຖົມເສັ້ນທາງເລກ 8A ຢູ່ເຂດເມືອງຄູນຄໍາ ແຂວງຄໍາມ່ວນ ໃນວັນທີ 6 ສິງຫາ 2026 ເນື່ອງຈາກໄດ້ຮັບຜົນກະທົບ ຈາກພະຍຸຝົນຕົກໜັກ ຫລາຍມື້ຕິດຕໍ່ກັນ ເລີ່ມແຕ່ວັນທີ 3 ສິງຫາ 2026 ເປັນຕົ້ນມາ ເຮັດໃຫ້ເກີດດິນເຊາະເຈື່ອນ 9 ຈຸດ, ຍາວ 400 ແມັດ, ເສັ້ນທາງຖືກກັດເຊາະ ເສຍຫາຍໜັກ 7 ຈຸດ, ຍາວ 435 ແມັດ ໃນນັ້ນມີການເຊາະໜ້າທາງເຂົ້າຂົວ 1 ຈຸດ ຍາວ 20 ແມັດ, ຮ່ອງລະບາຍນໍ້າຂ້າງທາງເສຍຫາຍເປ່ເພທັງໝົດ 2 ຂ້າງທາງ, ຍາວ 3.500 ແມັດ ຈຸດນໍ້າຖ້ວມ 5 ຈຸດ, ຍາວ 3.200 ແມັດ.

ຮອງລັດຖະມົນຕີ ຍທຂ ລົງຕິດຕາມສະພາບເສັ້ນທາງເລກ 8A ຢູ່ເຂດພູຜາມ່ານເຈື່ອນທັບຖົມເສັ້ນທາງເຂດເມືອງຄູນຄໍາ ແຂວງຄໍາມ່ວນ · ຮູບທີ 2

ຕໍ່ກັບສະພາບການດັ່ງກ່າວ, ກະຊວງໂຍທາທິການ ແລະ ຂົນສົ່ງ ກໍຄືການນໍາຂອງແຂວງບໍລິຄໍາໄຊ ໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ຜູ້ຮັບເໝົາ ໄດ້ແກ້ໄຂຢ່າງຮີບດ່ວນ ໃນມື້ເກີດເຫດ ເຫັນວ່າສະພາບເສັ້ນທາງ ຖືກເປ່ເພຢ່າງໜັກໜ່ວງ ບໍ່ສາມາເປີດການສັນຈອນໄດ້ເທື່ອ, ປັດຈຸບັນພາກສ່ວນທີ່ກ່ຽວຂ້ອງ ພວມເລັ່ງແກ້ໄຂ ໂດຍສະເພາະ ຈຸດດິນເຈື່ອນ ກິໂລແມັດ 31+600 ທີ່ທັນບໍ່ຊອດ ຍ້ອນມີຫີນໃຫຍ່ຈໍານວນຫລາຍຢູ່ໜ້າທາງ ຊຶ່ງຈະຕ້ອງໄດ້ໃຊ້ຊີເຈາະລະເບີດ. ສໍາລັບເສັ້ນທາງທີ່ຖືກກັດເຊາະຈະໄດ້ຖົມຮ່ອງນໍ້າ ແກ້ໄຂການສັນຈອນລົດເບົາ ໃຫ້ທຽວໄດ້ປົກກະຕິ ໃນວັນທີ 8 ສິງຫາ 2026 ທັງນີ້ກໍເພື່ອແນໃສ່ເຮັດໃຫ້ ການສັນຈອນໃຫ້ທຽວໄດ້ເປັນປົກກະຕິ ສ່ວນມູນຄ່າການເສຍຫາຍແມ່ນພວມເກັບກໍາຂໍ້ມູນ.

ຮອງລັດຖະມົນຕີ ຍທຂ ລົງຕິດຕາມສະພາບເສັ້ນທາງເລກ 8A ຢູ່ເຂດພູຜາມ່ານເຈື່ອນທັບຖົມເສັ້ນທາງເຂດເມືອງຄູນຄໍາ ແຂວງຄໍາມ່ວນ · ຮູບທີ 3

ຂ່າວ-ພາບ: ພູວົງ

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່