
ທະຫານແຂວງບໍລີຄຳໄຊ ໄດ້ລົງຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ
K
ໂດຍ kaling
· 4 ເດືອນ ກ່ອນອ່ານ 1 ນາທີ34 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 0:48

ກອງບັນຊາການທະຫານແຂວງບໍລິຄຳໄຊ ລາຍງານວ່າ: ໃນລະຫວ່າງວັນທີ 9-10 ສິງຫາ 2026 ກອງບັນຊາການທະຫານເມືອງປາກກະດິງ, ທະຫານແຂວງບໍລີຄຳໄຊ ໄດ້ລົງຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ຢູ່ທາງແບ່ງຫລັກ 20 ເຂດ 3 ຕາແສງວຽງຄຳ, ເມືອງປາກກະດິງ ແຂວງບໍລິຄຳໄຊ.

ການລົງຊ່ວຍເຫລືອໃນຄັ້ງນີ້ ນໍາໂດຍ ສະຫາຍ ພັນໂທ ຄຳສຸກ ວຽງວິໄລ ຫົວໜ້າການທະຫານ ກອງເມືອງປາກກະດີງ ພ້ອມດ້ວຍອ້າຍນ້ອງທະຫານທັງໝົດ 38 ສະຫາຍ ແລະ ພາຫະນະຮັບໃຊ້ອີກຈຳນວນໜື່ງ ລົງຊ່ວຍຂົນເຄື່ອງຂອງໄປໄວ້ບ່ອນປອດໄພ.

ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/14357
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













