ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຍທຂ ແຂວງບໍລິຄຳໄຊ ເລັ່ງແກ້ໄຂເສັ້ນທາງຫຼວງ ແລະ ທາງທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ

ໂດຍ kaling
· 4 ເດືອນ ກ່ອນອ່ານ 3 ນາທີ43 ຄັ້ງ
ຍທຂ ແຂວງບໍລິຄຳໄຊ ເລັ່ງແກ້ໄຂເສັ້ນທາງຫຼວງ ແລະ ທາງທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ
ADadvertisement
ADadvertisement
ADadvertisement

ໃນວັນທີ 11 ສິງຫາ 206 ນີ້,ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ພ້ອມຄະນະໄດ້ລົງຕິດຕາມເສັ້ນທາງຫຼວງແຫ່ງຊາດເລກ 8A ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ໂດຍມີທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ ມີຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ 2 ແຂວງຮ່ວມລົງຊຕິດຕາມ.

ຍທຂ ແຂວງບໍລິຄຳໄຊ ເລັ່ງແກ້ໄຂເສັ້ນທາງຫຼວງ ແລະ ທາງທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ

ທ່ານ ວິໄຊ ພູມມີ ຫົວໜ້າພະແນກ ຍທຂ ແຂວງ ບໍລິຄຳໄຊ ລາຍງານສະພາບຄວາມເສຍຫາຍຂອງເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນ, ຂົວ, ທໍ່ ແລະ ລະບົບຕ້ານເຈື່ອນ ທີ່ໄດ້ຮັບຜົນກະທົບຈາກສະພາບດິນຟ້າອາກາດທີ່ມີຝົນຕົກໜັກ ແລະ ພະຍຸພັດຜ່ານຢ່າງຕໍ່ເນື່ອງ ໃນໄລຍະເດືອນມິຖຸນາ ຫາ ສິງຫາ 2026 ຜ່ານມາ, ເສັ້ນທາງຫຼວງແຫ່ງຊາດເລກ 8Aໄດ້ຮັບຜົນກະທົບເກີດຂຶ້ນ 2 ຄັ້ງໃຫຍ່ຄື:ຄັ້ງທີ 1 (ຊ່ວງວັນທີ 14-16 ກໍລະກົດ 2026): ມີນໍ້າກັດເຊາະໜ້າທາງ ແລະ ຮ່ອງລະບາຍນໍ້າ 2 ຈຸດໃຫຍ່ ຢູ່ຊ່ວງກມ 35+800 (ພູຜາມ່ານ) ແລະ ກມ 43+600 (ພູໄຮ), ພ້ອມທັງມີດິນເຈື່ອນທັບທາງ 4 ຈຸດໃຫຍ່.ດິນເຈື່ອນທັບເຮືອນປະຊາຊົນ ຢູ່ເຂດບ້ານທ່າບັກ ເມືອງຄໍາເກີດມີຜູ້ເສຍຊີວິດ 3 ຄົນ.ຄັ້ງທີ 2 (ຊ່ວງວັນທີ 3-4 ສິງຫາ 2026): ເກີດດິນ ແລະ ຫີນກ້ອນໃຫຍ່ເຈື່ອນທັບຖົມໜ້າທາງຊ່ວງພູຜາມ່ານ ຈຳນວນ 9 ຈຸດ (ຍາວປະມານ 400 ແມັດ), ນໍ້າກັດເຊາະໜ້າທາງ 7 ຈຸດ, ຮ່ອງລະບາຍນໍ້າເສຍຫາຍ 3,500 ແມັດ ແລະ ນໍ້າຖ້ວມທາງ 5 ຈຸດ.ຮາກຖານເສົາຂົວຫ້ວຍຊາຍ (ກມ 20+800) ກໍຖືກນໍ້າກັດເຊາະເສຍຫາຍ ຈົນລົດບໍ່ສາມາດສັນຈອນໄດ້.ປັດຈຸບັນ, ພະແນກ ຍທຂ ແຂວງ ຮ່ວມກັບ ກົມຂົວທາງ ແລະ ບໍລິສັດຜູ້ຮັບເໝົາ ໄດ້ເລັ່ງນຳກົນຈັກເຂົ້າແກ້ໄຂສຸກເສີນ ໂດຍການຍົກຍ້າຍດິນ,ເຈາະລະເບີດກ້ອນຫີນໃຫຍ່ ແລະ ຕິດຕັ້ງກະຕ່າຫີນຢູ່ຈຸດຂົວຫ້ວຍຊາຍ,ເປີດໃຫ້ລົດນ້ອຍປະເພດກະບະສາມາດສັນຈອນຜ່ານໄດ້, ສ່ວນລົດຂົນສົ່ງສິນຄ້າແມ່ນຍັງບໍ່ທັນອະນຸຍາດໃຫ້ຜ່ານ ເນື່ອງຈາກມີຄວາມສ່ຽງໜ້າທາງຍຸບ ສຳລັບເສັ້ນທາງຫຼວງແຫ່ງຊາດເລກ 13 ໃຕ້ ທີ່ມີນໍ້າຖ້ວມຂັງ 2 ຈຸດ ປັດຈຸບັນນໍ້າແຫ້ງແລ້ວ ແລະ ສັນຈອນໄດ້ປົກກະຕິ. ດ້ານເສັ້ນທາງຫຼວງທ້ອງຖິ່ນ ຢູ່ບັນດາເມືອງ ເຊັ່ນ: ເມືອງໄຊຈໍາພອນ, ປາກກະດິງ, ບໍລິຄັນ, ທ່າພະບາດ ແລະ ເມືອງວຽງທອງ ແມ່ນໄດ້ຮັບຜົນກະທົບດິນເຈື່ອນ ແລະ ນໍ້າຖ້ວມເຊັ່ນກັນ ເຊິ່ງບາງເສັ້ນທາງຍັງບໍ່ສາມາດປະເມີນຜົນກະທົບໄດ້ເທື່ອ.ສຳລັບການຈັດຕັ້ງປະຕິບັດວຽກງານສຸກເສີນແມ່ນພົບຂໍ້ຫຍຸ້ງຍາກຫຼາຍ ໂຍສະເພາະສະພາບຝົນທີ່ຕົກລົງມາຢ່າງຕໍ່ເນື່ອງເຮັດໃຫ້ດິນເຈື່ອນຊໍ້າຊ້ອນ, ແລະ ການຊອກຫາບໍລິສັດເຂົ້າມາແກ້ໄຂວຽກສຸກເສີນ ຍ້ອນຜ່ານມາບໍລິສັດຈັດຕັ້ງປະຕິບັດວຽກສຳເລັດແລ້ວ ແຕ່ຍັງຂາດງົບປະມານຊຳລະ ແລະ ການນຳສະເໜີເຂົ້າແຜນງົບປະມານມີຄວາມຫຼ້າຊ້າ.ສ່ວນມູນຄ່າຄວາມເສຍຫາຍຍັງບໍ່ວາມາດປະເມີນໄດ້. ໂອກາດນີ້ ທ່ານ ເຫຼັກໄຫຼ ສີວິໄລ ໄດ້ມີຄຳເຫັນຊີ້ນຳໃຫ້ຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ ແລະ ແຂວງຄຳມ່ວນ ພະແນກການທີ່ກ່ຽວຂ້ອງຈົ່ງໄດ້ປະສານສົມທົບກັບບໍລິສັດທີ່ຮັບເໜົາແກ້ໄຂສຸກເສີນ ແກ້ໄຂເສັ້ນທາງໃຫ້ສາມາດນຳໃຊ້ໄດ້ປົກກະຕິໂດຍໄວ,ພ້ອມນັ້ນເກັບກຳຂໍ້ມູນເພື່ອປັບປຸງປູງຫຼັງສິ້ນສຸດລະດູຝົນ,ເສັ້ນທາງເລກທີ 8A ເປັນເສັ້ນຫຼັກໃນການຈໍລະຈອນສິນຄ້າລະຫວ່າງປະເທດຈາກ ສປປລາວ ອອກສູ່ ສສ ຫວຽດນາມ,ຈາກ ສສ ຫວຽດນາມເຂົ້າລາວອອກໄປສູ່ປະເທດທີ 3.

ຍທຂ ແຂວງບໍລິຄຳໄຊ ເລັ່ງແກ້ໄຂເສັ້ນທາງຫຼວງ ແລະ ທາງທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ · ຮູບທີ 2

ຂ່າວ: ສາຍສະໝອນ-ພາບ: ພຸດຕີ້

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່