ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຮັດບົດບັນທຶກສຶກສາອົບຮົມກຸ່ມໄວໜຸ່ມດັດແປງສະພາບເຕັກນິກ ແລະ ຂີ່ລົດສົ່ງສຽງດັງກວນເມືອງ 13 ຄົນ

ໂດຍ kaling
· 4 ເດືອນ ກ່ອນອ່ານ 1 ນາທີ41 ຄັ້ງ
ເຮັດບົດບັນທຶກສຶກສາອົບຮົມກຸ່ມໄວໜຸ່ມດັດແປງສະພາບເຕັກນິກ ແລະ ຂີ່ລົດສົ່ງສຽງດັງກວນເມືອງ 13 ຄົນ
ADadvertisement
ADadvertisement
ADadvertisement

ສະຖານີວິທະຍຸແລະໂທລະພາບເມືອງໂຂງ ລາຍງານວ່າ: ວັນທີ 12 ສິງຫາ 2026 ກອງຈະລາຈອນ ພະແນກຕຳຫລວດ ກອງບັນຊາການ ປກສ ເມືອງໂຂງ ແຂວງຈຳປາສັກ ໄດ້ສຶກສາອົບຮົມກຸ່ມໄວໜຸ່ມ ທີ່ມີພຶດຕິກຳຂັບຂີ່ລົດສ່ຽງອຸປະຕິເຫດ ດັດແປງສະພາບເຕັກນິກລົດ ແລະ ຂັບຂີ່ລົດສົ່ງສຽງດັງກວນເມືອງ ຈຳນວນ 13 ຄົນ, ຍິງ 1 ຄົນ. ໂດຍການເຂົ້າຮ່ວມຂອງ ພັນຕີ ກິດຕິພັນ ພົມມາລາ ຮອງພະແນກຕຳຫລວດ ຮັບຜິດຊອບກອງຈາລະຈອນ ກອງບັນຊາການ ປກສ ເມືອງໂຂງ ແລະ ພາກສ່ວນກ່ຽວຂ້ອງ.

ເຮັດບົດບັນທຶກສຶກສາອົບຮົມກຸ່ມໄວໜຸ່ມດັດແປງສະພາບເຕັກນິກ ແລະ ຂີ່ລົດສົ່ງສຽງດັງກວນເມືອງ 13 ຄົນ

ພັນຕີ ກິດຕິພັນ ພົມມາລາ ໄດ້ໂອ້ລົມ ແລະ ເນັ້ນໃຫ້ເຫັນເຖິງບັນຫາທີ່ມັກເກີດຂຶ້ນໃນສັງຄົມປັດຈຸບັນ ເຊິ່ງມີຜົນກະທົບໂດຍກົງຕໍ່ເດັກນ້ອຍ ແລະ ໄວໜຸ່ມ ທີ່ຮູ້ເທົ່າບໍ່ເຖິງການ. ຍ້ອນຄວາມຄືກຄະນອງ ແລະ ຢາກລອງສິ່ງໃໝ່ໆ ເຮັດໃຫ້ມີພຶດຕິກຳທີ່ທ້າທາຍຕໍ່ລະບຽບການສັນຈອນຕາມທ້ອງຖະໜົນ ແລະ ຜິດກົດໝາຍບ້ານເມືອງ ເປັນຕົ້ນ: ການດັດແປງສະພາບລົດ ປ່ຽນທໍ່ໃຫ້ສົ່ງສຽງດັງ, ປ່ຽນຕີນຍາງເດີມມາເປັນຍາງນ້ອຍ, ຕັ້ງເປັນກຸ່ມຂີ່ລົດໄວ ແລະ ໃຊ້ສຽງດັງໃນເວລາກາງຄືນ.

ເຮັດບົດບັນທຶກສຶກສາອົບຮົມກຸ່ມໄວໜຸ່ມດັດແປງສະພາບເຕັກນິກ ແລະ ຂີ່ລົດສົ່ງສຽງດັງກວນເມືອງ 13 ຄົນ · ຮູບທີ 2

ການສຶກສາອົບຮົມໃນຄັ້ງນີ້, ເຈົ້າໜ້າທີ່ໄດ້ເຜີຍແຜ່ເອກະສານຕ່າງໆ ທີ່ພົວພັນກັບລະບຽບການສັນຈອນ ທີ່ນອນຢູ່ໃນກົດໝາຍປ້ອງກັນຄວາມສະຫງົບ ເພື່ອໃຫ້ໄວໜຸ່ມ ແລະ ຜູ້ປົກຄອງໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ ເພື່ອເຄົາລົບກົດໝາຍ ພ້ອມທັງນຳໄປເປັນທິດທາງໃນການສຶກສາອົບຮົມລູກຫຼານໃຫ້ກາຍ ເປັນຄົນດີຂອງຄອບຄົວ ແລະ ສັງຄົມ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກ, ກ່າວຕັກເຕືອນ ພ້ອມທັງມອບ-ຮັບ ກຸ່ມໄວໜຸ່ມດັ່ງກ່າວໃຫ້ກັບຜູ້ປົກຄອງ ແລະ ອຳນາດການປົກຄອງທ້ອງຖິ່ນ ເພື່ອຕິດຕາມ ແລະ ສຶກສາອົບຮົມຕໍ່ໄປ.

ADadvertisement
ADadvertisement
ADadvertisement
ເຮັດບົດບັນທຶກສຶກສາອົບຮົມກຸ່ມໄວໜຸ່ມດັດແປງສະພາບເຕັກນິກ ແລະ ຂີ່ລົດສົ່ງສຽງດັງກວນເມືອງ 13 ຄົນ · ຮູບທີ 3

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່