ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫຼວງພະບາງ ທຳລາຍສິນຄ້າໝົດອາຍຸ ແລະ ບໍ່ມີຄຸນນະພາບ 69 ລາຍການ ຈາກ 25 ຮ້ານຄ້າ ມູນຄ່າ 45 ລ້ານກວ່າກີບ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ45 ຄັ້ງ
ຫຼວງພະບາງ ທຳລາຍສິນຄ້າໝົດອາຍຸ ແລະ ບໍ່ມີຄຸນນະພາບ 69 ລາຍການ ຈາກ 25 ຮ້ານຄ້າ ມູນຄ່າ 45 ລ້ານກວ່າກີບ
ADadvertisement
ADadvertisement
ADadvertisement
ຫຼວງພະບາງ ທຳລາຍສິນຄ້າໝົດອາຍຸ ແລະ ບໍ່ມີຄຸນນະພາບ 69 ລາຍການ ຈາກ 25 ຮ້ານຄ້າ ມູນຄ່າ 45 ລ້ານກວ່າກີບ

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນທ້າຍອາທິດຜ່ານມາ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫລວງພະບາງ ຈັດພິທີທໍາລາຍສິນຄ້າ ທີ່ບໍ່ໄດ້ຮັບການອະນຸຍາດຈຳໜ່າຍ, ສິນຄ້າໝົດອາຍຸ, ສິນຄ້າບໍ່ມີຄຸນນະພາບ ໂດຍມີທ່ານ ສຸລິໄຊ ຫົງສາຄອນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ແລະ ຜູ້ປະກອບການທຸລະກິດ ເຂົ້າຮ່ວມ.

ຫຼວງພະບາງ ທຳລາຍສິນຄ້າໝົດອາຍຸ ແລະ ບໍ່ມີຄຸນນະພາບ 69 ລາຍການ ຈາກ 25 ຮ້ານຄ້າ ມູນຄ່າ 45 ລ້ານກວ່າກີບ · ຮູບທີ 2

ສິນຄ້າທີ່ນຳມາທໍາລາຍຖິ້ມໃນຄັ້ງນີ້ ເປັນສິນຄ້າທີ່ເຈົ້າໜ້າທີ່ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຮ່ວມກັບພາກສ່ວນກ່ຽວຂ້ອງ ລົງກວດກາຮ້ານຄ້າ ແລະ ສະຖານທີ່ຈໍາໜ່າຍສິນຄ້າ ພາຍໃນແຂວງ ດຳເນີນການກວດກາຄຸນນະພາບ, ອາຍຸການນໍາໃຊ້, ແຫລ່ງກໍາເນີດ, ສະຫລາກສິນຄ້າ ແລະອື່ນໆຕາມລະບຽບການຄ້າ ທັງນີ້ກໍເພື່ອປົກປ້ອງຜູ້ບໍລິໂພກ ແລະ ຮັກສາຄວາມເປັນລະບຽບ ດ້ານການຄ້າພາຍໃນແຂວງ. ຜ່ານການກວດກາ ສາມາດກວດພົບສິນຄ້າທີ່ວາງຈຳໜ່າຍ ບໍ່ຖືກຕາມລະບຽບ, ສິນຄ້າໝົດອາຍຸ, ສິນຄ້າບໍ່ມີຄຸນນະພາບ 69 ລາຍການ ຈາກຮ້ານຄ້າ 25 ຮ້ານ ລວມມູນຄ່າ 45 ລ້ານກວ່າກີບ ໃນນັ້ນ, ສິນຄ້າປະເພດອາຫານ; ເຄື່ອງປຸງອາຫານ; ສິນຄ້າປະເພດເຄື່ອງດື່ມ; ເຄື່ອງໃຊ້; ສິນຄ້າອຸດສາຫະກໍາ ແລະ ສິນຄ້າຢາຈູດກັນຍຸງທີ່ບໍ່ຜ່ານການຢັ້ງຢືນທາງການແພດ.

ຫຼວງພະບາງ ທຳລາຍສິນຄ້າໝົດອາຍຸ ແລະ ບໍ່ມີຄຸນນະພາບ 69 ລາຍການ ຈາກ 25 ຮ້ານຄ້າ ມູນຄ່າ 45 ລ້ານກວ່າກີບ · ຮູບທີ 3

ໂອກາດນີ້, ທ່ານ ສຸລິໄຊ ຫົງສາຄອນ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ເພີ່ມທະວີການກວດກາ ແລະ ຕິດຕາມການຈຳໜ່າຍສິນຄ້າ ໃນທ້ອງຕະຫລາດຢ່າງເປັນປົກກະຕິ, ເອົາໃຈໃສ່ກວດກາສິນຄ້າທີ່ມີຄວາມສ່ຽງ, ສ້າງຄວາມຮູ້ໃຫ້ຜູ້ປະກອບການ ກ່ຽວກັບລະບຽບການຄ້າ ແລະ ຊຸກຍູ້ໃຫ້ຜູ້ຈໍາໜ່າຍ ປະຕິບັດຕາມມາດຕະຖານສິນຄ້າຢ່າງເຄັ່ງຄັດ, ພ້ອມທັງໄດ້ແນະນໍາໃຫ້ຜູ້ບໍລິໂພກ ເອົາໃຈໃສ່ເລືອກຊື້ສິນຄ້າທີ່ມີແຫລ່ງກໍາເນີດຊັດເຈນ, ມີສະຫລາກຄົບຖ້ວນ, ກວດເບິ່ງວັນໝົດອາຍຸ ແລະ ບໍ່ຊື້ສິນຄ້າທີ່ບໍ່ໄດ້ມາດຕະຖານ ເພື່ອຮ່ວມກັນສ້າງຕະຫລາດທີ່ປອດໄພ.

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່