ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະເທດເກົາຫຼີໃຕ້ປະເຊີນໄພພິບັດ “ຝົນຕົກໜັກ” ສະສົມສູງເຖິງ 813 ມມ. ເຮັດໃຫ້ເກີດດິນເຈື່ອນ ແລະ ນ້ຳທ່ວມໜັກ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ49 ຄັ້ງ
ປະເທດເກົາຫຼີໃຕ້ປະເຊີນໄພພິບັດ “ຝົນຕົກໜັກ” ສະສົມສູງເຖິງ 813 ມມ. ເຮັດໃຫ້ເກີດດິນເຈື່ອນ ແລະ ນ້ຳທ່ວມໜັກ
ADadvertisement
ADadvertisement
ADadvertisement

ເກົາຫຼີໃຕ້ ເຜີຍ “ເຣນບອມ” (Rain Bomb) ຝົນຕົກໜັກຢູ່ ເມືອງ ຄໍເຈ ສູງເຖິງ 813 ມມ. ດິນເຈື່ອນທັບຄົນເສຍຊີວິດ 1 ຄົນ, ເມືອງກາຍເປັນອຳມະພາດ.

ປະເທດເກົາຫຼີໃຕ້ປະເຊີນໄພພິບັດ “ຝົນຕົກໜັກ” ສະສົມສູງເຖິງ 813 ມມ. ເຮັດໃຫ້ເກີດດິນເຈື່ອນ ແລະ ນ້ຳທ່ວມໜັກ

ເມືອງ ຄໍເຈ, ແຂວງ ຄຍອງຊັງໃຕ້ ຂອງເກົາຫຼີໃຕ້ ປະເຊີນກັບຝົນຕົກໜັກຢ່າງຮຸນແຮງ ຫຼື “ເຣນບອມ” (Rain Bomb) ຕິດຕໍ່ກັນ 3 ວັນ ຕັ້ງແຕ່ວັນທີ 15–17 ສິງຫາ ໂດຍວັດປະລິມານຝົນຕົກສະສົມໄດ້ສູງເຖິງ 813 ມິນລີແມັດ ເຮັດໃຫ້ເກີດນ້ຳຖ້ວມໜັກ, ນ້ຳລົ້ມຝັ່ງ ແລະ ດິນເຈື່ອນຫຼາຍຈຸດ.

ປະເທດເກົາຫຼີໃຕ້ປະເຊີນໄພພິບັດ “ຝົນຕົກໜັກ” ສະສົມສູງເຖິງ 813 ມມ. ເຮັດໃຫ້ເກີດດິນເຈື່ອນ ແລະ ນ້ຳທ່ວມໜັກ · ຮູບທີ 2

ໃນຊ່ວງເຊົ້າມືດຂອງວັນທີ 17 ສິງຫາ ໄດ້ເກີດເຫດດິນເຈື່ອນຢູ່ເຂດ ອົກໂພດົງ ພັງທັບອາພາດເມັ້ນຊັ້ນ 1, ເຈົ້າໜ້າທີ່ໄດ້ຊ່ວຍເຫຼືອຜູ້ປະສົບໄພອອກມາໄດ້ 2 ຄົນ ແຕ່ 1 ຄົນມີພາວະຫົວໃຈຢຸດເຕັ້ນ ແລະ ເສຍຊີວິດໃນເວລາຕໍ່ມາ.

ADadvertisement
ADadvertisement
ADadvertisement
ປະເທດເກົາຫຼີໃຕ້ປະເຊີນໄພພິບັດ “ຝົນຕົກໜັກ” ສະສົມສູງເຖິງ 813 ມມ. ເຮັດໃຫ້ເກີດດິນເຈື່ອນ ແລະ ນ້ຳທ່ວມໜັກ · ຮູບທີ 3

ຝົນຕົກໜັກຍັງເຮັດໃຫ້ປະຊາຊົນປະມານ 20 ຄົນຕິດຢູ່ໃນພື້ນທີ່ ແລະ ອີກປະມານ 100 ຄົນຕ້ອງໄດ້ຍົກຍ້າຍອອກຈາກພື້ນທີ່. ຂະນະທີ່ທາງເມືອງ ຄໍເຈ ໄດ້ສັ່ງປິດເສັ້ນທາງ 27 ຈຸດ ແລະ ລະງັບການບໍລິການລົດປະຈຳທາງ ຫຼັງຈາກຖະໜົນຫຼາຍສາຍຖືກນ້ຳ ແລະ ຂີ້ຕົມທ່ວມຂັງ.

ປະເທດເກົາຫຼີໃຕ້ປະເຊີນໄພພິບັດ “ຝົນຕົກໜັກ” ສະສົມສູງເຖິງ 813 ມມ. ເຮັດໃຫ້ເກີດດິນເຈື່ອນ ແລະ ນ້ຳທ່ວມໜັກ · ຮູບທີ 4

ລັດຖະບານເກົາຫຼີໃຕ້ ໄດ້ເປີດສູນບັນຊາການຮັບມືກັບໄພພິບັດລະດັບ 1 ຫຼັງຈາກມີລາຍງານຄວາມເສຍຫາຍຈາກຝົນຕົກທົ່ວປະເທດ 603 ກໍລະນີ, ໃນຈຳນວນ 555 ກໍລະນີ ແມ່ນຢູ່ໃນແຂວງ ຄຍອງຊັງໃຕ້ ພ້ອມທັງຈຳກັດການເຂົ້າ-ອອກພື້ນທີ່ອຸທິຍານ ແລະ ເສັ້ນທາງແຄມນ້ຳຫຼາຍຮ້ອຍແຫ່ງ.

ປະເທດເກົາຫຼີໃຕ້ປະເຊີນໄພພິບັດ “ຝົນຕົກໜັກ” ສະສົມສູງເຖິງ 813 ມມ. ເຮັດໃຫ້ເກີດດິນເຈື່ອນ ແລະ ນ້ຳທ່ວມໜັກ · ຮູບທີ 5

ກົມອຸຕຸນິຍົມວິທະຍາ ໄດ້ແຈ້ງເຕືອນວ່າ ຝົນຍັງຈະຕົກໜັກຢ່າງຕໍ່ເນື່ອງຢູ່ເຂດຊາຍຝັ່ງທາງໃຕ້ ໂດຍອາດມີຝົນຕົກ 20–30 ມິນລີແມັດຕໍ່ຊົ່ວໂມງ. ເຖິງວ່າຝົນຈະເຊົາຕົກແລ້ວ ກໍຍັງຕ້ອງເຝົ້າລະວັງດິນເຈື່ອນ ແລະ ພື້ນທີ່ໂຄ້ງຊັນພັງທະລາຍ ເນື່ອງຈາກດິນໄດ້ອຸ້ມນ້ຳໄວ້ເຕັມທີ່ແລ້ວ.

ທີ່ມາ:World Forum

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່