ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເກີດອຸປະຕິເຫດລົດຕູ້ຂົນສົ່ງແຮງງານລາວເສຍຫຼັກປີ້ນຢູ່ລະຫວ່າງຮ້ອຍເອັດ-ກາລະສິນເສຍຊີວິດ 1 ບາດເຈັບ 12 ແລະ ສູນຫາຍ 1

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ37 ຄັ້ງ
ເກີດອຸປະຕິເຫດລົດຕູ້ຂົນສົ່ງແຮງງານລາວເສຍຫຼັກປີ້ນຢູ່ລະຫວ່າງຮ້ອຍເອັດ-ກາລະສິນເສຍຊີວິດ 1 ບາດເຈັບ 12 ແລະ ສູນຫາຍ 1
ADadvertisement
ADadvertisement
ADadvertisement
ເກີດອຸປະຕິເຫດລົດຕູ້ຂົນສົ່ງແຮງງານລາວເສຍຫຼັກປີ້ນຢູ່ລະຫວ່າງຮ້ອຍເອັດ-ກາລະສິນເສຍຊີວິດ 1 ບາດເຈັບ 12 ແລະ ສູນຫາຍ 1

ເມື່ອເວລາປະມານ 05:20 ນາທີ ຂອງວັນທີ 18 ສິຫງາ 2026 ເຈົາໜ້າທີ່ 191 ໄດ້ຮັບແຈ້ງເຫດລົດຕູ້ໂດຍສານເສຍຫຼັກລົງຂ້າງທາງຈົນເກີດເພິງໄໝ້ລົດຕູ້ຄັນດັ່ງກ່າວ, ຈຸດເກີດເຫດບ້ານໂຄກລ່າມ ມ.10 ຕຳບົນໜອງໃຫຍ່ ອຳເພີໂພນທອງ ຈັງຫວັດຣ້ອຍເອັດ, ຫຼັງຈາກໄດ້ຮັບແຈ້ງເຫດເຈົ້າໜ້າທີ່ກູ້ໄພ ກໍຮີບເຂົ້າໄປຍັງຈຸດເກີດເຫດໂດຍໄວ.

ເກີດອຸປະຕິເຫດລົດຕູ້ຂົນສົ່ງແຮງງານລາວເສຍຫຼັກປີ້ນຢູ່ລະຫວ່າງຮ້ອຍເອັດ-ກາລະສິນເສຍຊີວິດ 1 ບາດເຈັບ 12 ແລະ ສູນຫາຍ 1 · ຮູບທີ 2

ຈາກການກວດສອບເບື້ອງຕົ້ນໃຫ້ຮູ້ວ່າ: ລົດຕູ້ທະບຽນ 1 ນຊ 5478 ກທມ ເຊິ່ງລົດຕູ້ຄັນດັ່ງກ່າວມີຜູ້ໂດຍສານສັນຊາດລາວ 14 ຊີວິດ ເດີນທາງອອກຈາກກຸງເທບ ຕັ້ງແຕ່ເວລາ 21:00 ຂອງຄືນທີ່ຜ່ານມາ, ເພື່ອມຸ່ງໜ້າເດີນທາງກັບປະເທດລາວ ຈົນມາຮອດຈຸດເກີດຫເດຈຶ່ງໄດ້ເກີດອຸບັດຕິເຫດຂຶ້ນ.

ຈາກເຫດການດັ່ງກ່າວມີຜູ້ບາດເຈັບ 12 ຄົນ ໄດ້ນຳຕົວສົ່ງໂຮງໝໍແລ້ວ, ເບື້ອງຕົ້ນພົບຜູ້ເສຍຊີວິດໃນຈຸດເກີດເຫດ 1 ຄົນ ແລະ ມີຜູ້ສູນຫາຍ 1 ຄົນ ເຊິ່ງເຈົ້າໜ້າທີ່ກຳລັງເລັ່ງລະດົມຄົ້ນຫາບໍລິເວນເກີດເຫດ.

ADadvertisement
ADadvertisement
ADadvertisement

ພາກສ່ວນລາຍຊື່ຜູ້ປະເສົບເຫດໃນຄັ້ງນີ້ຢູ່ໃນລະຫວ່າງການກວດສອບຂອງເຈົ້າໜ້າທີ່ ຫາກມີຄວາມຄືບໜ້າຈະລາຍງານໃຫ້ຊາບຕື່ມພາຍຫຼັງ.

ທີ່ມາຂ່າວ: ສຳນັກຂ່າວ Amarin TV 34

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່