ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງໄຊຍະບູລີ ບຸກຈັບກຸ່ມແກ້ງສະແກມເມີ ໄດ້ 47 ຄົນ ຢູ່ບ້ານພັກ ເມືອງປາກລາຍ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 2 ນາທີ38 ຄັ້ງ
ປກສ ແຂວງໄຊຍະບູລີ ບຸກຈັບກຸ່ມແກ້ງສະແກມເມີ ໄດ້ 47 ຄົນ ຢູ່ບ້ານພັກ ເມືອງປາກລາຍ
ADadvertisement
ADadvertisement
ADadvertisement
ປກສ ແຂວງໄຊຍະບູລີ ບຸກຈັບກຸ່ມແກ້ງສະແກມເມີ ໄດ້ 47 ຄົນ ຢູ່ບ້ານພັກ ເມືອງປາກລາຍ

ໃນເວລາ 13 ໂມງ 00 ນາທີ່ຂອງວັນທີ່ 13 ກໍລະກົດ 2026 ທີ່ຜ່ານມາ,ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ,ລົງກວດຄົ້ນເຄຫະສະຖານ ເຮືອນພັກແຫ່ງໜຶ່ງ ຢູ່ຂອບເຂດບ້ານຫ້ວຍລາຍນ້ອຍ ເມືອງປາກລາຍ ແຂວງໄຊຍະບູລີ ທີ່ໃຫ້ຄົນຕ່າງປະເທດເຊົ່າ,ເຊິ່ງເປັນເປົ້າໝາຍ

ປກສ ແຂວງໄຊຍະບູລີ ບຸກຈັບກຸ່ມແກ້ງສະແກມເມີ ໄດ້ 47 ຄົນ ຢູ່ບ້ານພັກ ເມືອງປາກລາຍ · ຮູບທີ 2

ສົງໃສດຳເນີນການກ່ຽວກັບການສໍ້ໂກງທາງອອນລາຍ ( ສະແກມເມີ ) ຜ່ານການກວດກາຄົ້ນສະຖານທີ່ດັ່ງກ່າວ ສາມາດກັກຕົວເປົ້າໝາຍສົງໃສໄດ້ທັງໝົດຈຳນວນ 47 ຄົນ,ຍິງ 10 ຄົນ,ກັກຢູ່ໃນສະຖານທີ່ຈຳນວນ 41 ຄົນຍິງ 03 ຄົນ,ໃນນີ້ຄົນສັນຊາດອິນໂດເນເຊຍຈຳນວນ 38 ຄົນຍິງ 09 ຄົນ,ໄດ້ກັກຕົວເປົ້າໝາຍທີ່ຢູ່ນອກສະຖານທີ່ ເຊິ່ງໃກ້ກັບເຮືອນພັກດັ່ງກ່າວຈຳນວນ 06 ຄົນ,ສັນຊາດຈີນຈຳນວນ 4 ຄົນ,ຄົນສັນຊາດລາວ 01 ຄົນ,ຄົນສັນຊາດຫວຽດນາມ 01 ຄົນ,ຍິງ 01 ຄົນ,ຂອງກາງທີ່ຍຶດໄດ້ມີຄື:ຄອມພີວເຕີໂນດບຸກຈຳນວນ 22 ເຄື່ອງ,ໄອແພັດຈຳນວນ 01 ໜ່ວຍ,ໂທລະຊັບຈຳນວນ 228 ໜ່ວຍ,ລົດຈັກໄຟຟ້າຈຳນວນ 02 ຄັນ,ບັດປະຕົວຈຳນວນ 39 ບັດ,ປຶ້ມພັດສະປອດຈຳນວນ 20 ຫົວ,ປຶ້ມບັນຊີເງິນຝາກທະນາຄານມີ 01 ຫົວ,ໃບທະບຽນອານຸຍາດແຕ່ງດອງມີ 01 ໃບ.ປຶ້ມບັດແຮງງານມີ 06 ຫົວ,ປຶ້ມພັກເຊົາມີ 05 ຫົວ,ໝໍ້ເກັບໄຟມີ 01 ໜ່ວຍ,ສະຕາດິງ 01 ຊຸດ. ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະ ພວກຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ໃນຕົ້ນເດືອນພຶດສະພາ 2026 ທີ່ຜ່ານມາ ຄົນສັນຊາດຈີນຈຳນວນ 07 ຄົນ,ເປັນຜູ້ຊັກຊວນເອົາພວກກ່ຽວຈຳນວນດັ່ງກ່າວ,ເຂົ້າມາສອນເຮັດວຽກ ກ່ຽວກັບການສໍ້ໂກງທາງອອນລາຍ(ສະແກມເມີ)ໂດຍໃຫ້ຄ່າຈ້າງເປັນເດືອນ,ຄົນລະ 600 ໂດລາຕໍ່ຄົນຕໍ່ເດືອນ,ສ່ວນຄົນລາວເປັນນາຍແປພາສາໄດ້ເງິນເດືອນລະ 10.000.000 ກີບ. ປະຈຸບັນຄະດີດັ່ງກ່າວເຈົ້າໜ້າຕໍາຫຼວດວິຊາສະເພາະ ກອງບັນຊາການ ປກສ ເມືອງປາກລາຍ ພວມສະຫຼຸບສຳນວນຄະດີມອບສົ່ງໃຫ້ແຂວງດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ພາ່ບຂ່າວ ປກສ ເມືອງປາກລາຍ

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່