ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ນຳວຽກງານຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 2 ນາທີ51 ຄັ້ງ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ນຳວຽກງານຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ
ADadvertisement
ADadvertisement
ADadvertisement
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ນຳວຽກງານຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ

ໃນຕອນເຊົ້າ ວັນທີ 17 ສິງຫາ 2026, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ເຂດເສດຖະ ກິດພິເສດບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ; ມີທ່ານ ເລ ຂາພັກແຂວງ; ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ປະທານກຸ່ມບໍລິສັດຜູ້ພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ນຳວຽກງານຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ · ຮູບທີ 2

ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ເລີ່ມພັດທະ ນາມາແຕ່ປີ 2012, ມີ 4 ກິດຈະການໃຫຍ່ ຄື: ເຂດການເງິນ ແລະ ການຄ້າສາກົນ, ເຂດອຸດສາຫະກຳ, ເຂດຂົນສົ່ງ ແລະ ເຂດທ່ອງທ່ຽວຣີສອດ; ໂຄງລ່າງພື້ນຖານ ເປັນຕົ້ນ ຖະໜົນຫົນທາງ, ທໍ່ສົ່ງນໍ້າ ແລະ ອຶ່ນໆ ແມ່ນກໍ່ສ້າງສຳເລັດສ່ວນໃຫຍ່; ປັດຈຸບັນ ກຳລັງກະກຽມດ້ານຕ່າງໆ ໃນການກໍ່່ສ້າງສູນດາຕ້າເຊັນເຕີ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ນຳວຽກງານຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ · ຮູບທີ 3

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳພາກສ່ວນກ່ຽວຂ້ອງບາງດ້ານ ເປັນຕົ້ນ ໃຫ້ກວດກາຄືນ ການກຳນົດເນື້ອທີ່ກິດຈະການ- ໂຄງການຕ່າງໆ ໃຫ້ລະອຽດຈະແຈ້ງ ເພື່ອສະດວກ ໃນການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ; ກວດກາຄືນດ້ານກົງຈັກການຈັດຕັ້ງ, ລວມທັງ ຈຳນວນເຈົ້າໜ້າທີ່ກວດກາຢູ່ແຕ່ລະຈຸດຂອງດ່ານ ເພື່ອສາມາດເຮັດວຽກຢ່າງກົມກຽວກັບເຈົ້າໜ້າທີ່ຝ່າຍຈີນ; ໃຫ້ລັດວິສາຫະກິດໄຟຟ້າລາວ ແລະ ຜູ້ພັດທະນາເຂດ ປະສານສົມທົບກັນ ໃນການວາງແຜນ ແລະ ສະໜອງໄຟຟ້າຮັບໃຊ້ພາຍໃນເຂດເສດຖະກິດພິເສດ ໃຫ້ພຽງພໍ; ໃຫ້ຜູ້ພັດທະນາເຂດ ແລະ ກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ສົມທົບກັນ ເພື່ອສະ ໜອງແຮງງານ ຢ່າງພຽງພໍ ໂດຍສະເພາະ ແຮງງານພາຍໃນ ຕາມສັດສ່ວນ ທີ່ກົດໝາຍ ແລະ ລະບຽບການ ກຳນົດໄວ້; ໃຫ້ສືບຕໍ່ສ້ອມ ແປງບັນດາເສັ້ນທາງທີ່ມີການເປ່ເພ ເພື່ອເຮັດໃຫ້ການສັນຈອນໄປມາ, ການຂົນສົ່ງສິນຄ້າ…ມີຄວາມສະດວກຫຼາຍຂຶ້ນ; ໃຫ້ກະຊວງການຕ່າງປະເທດ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງກົນໄກການແຈ້ງເຂົ້າ-ອອກ ຂອງພົນລະເມືອງ, ພາຫະນະ ແລະ ອື່ນໆ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ມີຄວາມໂລ່ງລ່ຽນ ແລະ ຮັດກຸມກວ່າເກົ່າ.

ADadvertisement
ADadvertisement
ADadvertisement

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 51 ຄັ້ງ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່