
ເຝົ້າລະວັງນ້ຳຖ້ວມຊຸ ແລະ ດິນເຈື່ອນ ໃນ 13 ແຂວງ ແລະ 57 ເມືອງ ລະຫວ່າງວັນທີ 19-20 ສິງຫາ 2026 ນີ້
J
ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ71 ຄັ້ງ
ຟັງຂ່າວນີ້2 ນາທີ · ສຽງ AI ຜູ້ຊາຍ
0:00 / 2:07

ຮ່ອງຄວາມກົດອາກາດຕ່ຳ ຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.
ເຂດພື້ນທີ່ສ່ຽງນ້ຳຖ້ວມຊູ ແລະ ດິນເຈື່ອນ ມີດັ່ງນີ້:
- ແຂວງ ຫົວພັນ: ເມືອງ ຫົວເມືອງ ແລະ ເມືອງ ກວັນ
- ແຂວງ ຫຼວງນ້ຳທາ: ເມືອງ ລອງ, ນ້ຳທາ, ນາແລ ແລະ ເມືອງ ສິງ
- ແຂວງ ບໍ່ແກ້ວ: ເມືອງ ຫ້ວຍຊາຍ ແລະ ເມືອງ ເມິງ
- ແຂວງ ອຸດົມໄຊ: ເມືອງ ຮຸນ, ແບ່ງ, ໄຊ ແລະ ເມືອງ ງາ
- ແຂວງ ໄຊຍະບູລີ: ເມືອງ ຫົງສາ, ໄຊຍະບູລີ ແລະ ເມືອງ ພຽງ
- ແຂວງ ວຽງຈັນ: ເມືອງ ກາສີ ແລະ ເມືອງ ວັງວຽງ
- ແຂວງ ໄຊສົມບູນ: ເມືອງ ລ້ອງຊານ
- ແຂວງ ບໍລິຄຳໄຊ: ເມືອງ ບໍລິຄັນ, ປາກກະດິງ, ຄຳເກີດ ແລະ ເມືອງ ວຽງທອງ
- ແຂວງ ຄຳມ່ວນ: ເມືອງ ທ່າແຂກ, ບົວລະພາ, ຫີນບູນ, ນາກາຍ, ຍົມມະລາດ, ຄູນຄຳ, ມະຫາໄຊ, ຫນອງບົກ ແລະ ເມືອງ ເຊບັ້ງໄຟ
- ແຂວງ ສະຫວັນນະເຂດ: ເມືອງ ພີນ, ນະຄອນໄກສອນພົມວິຫານ, ເມືອງ ອາດສະພັງທອງ, ເຊໂປນ, ທ່າປາງທອງ, ສອງຄອນ, ຈຳພອນ, ໄຊບູລີ, ວິລະບູລີ, ພະລານໄຊ, ນອງ, ອຸທຸມພອນ ແລະ ເມືອງ ຊົນນະບູລີ
- ແຂວງ ສາລະວັນ: ເມືອງ ເລົ່າງາມ, ວາປີ, ຕະໂອ້ຍ, ຄົງເຊໂດນ ແລະ ເມືອງ ລະຄອນເພັງ
- ແຂວງ ເຊກອງ: ເມືອງ ກະລຶມ ແລະ ດັກຈຶງ
- ແຂວງ ອັດຕະປື: ເມືອງ ພູວົງ, ຊານໄຊ ແລະ ເມືອງ ສະໜາມໄຊ
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນເຂດພື້ນທີ່ສ່ຽງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີ ນ້ຳຖ້ວມຊູ ແລະ ດິນເຈື່ອນ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນ້ຳ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາຕ ຢ່າງຕໍ່ເນື່ອງ.

ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 71 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/14918
‹ ກັບໄປໝວດແຈ້ງການ
ອ່ານຕໍ່



ແຈ້ງປັບລົງລາຄານໍ້າມັນເຊື້ອໄຟທຸກຊະນິດ
3 ມື້ກ່ອນ

ແຈ້ງການມອດໄຟ ວັນທີ 26,27,30/11/2026
4 ມື້ກ່ອນ







