ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຈ້ງເຕືອນກຽມພ້ອມຮັບມືລະດັບນ້ຳເຊໂດນມີປະລິມານນ້ຳເພີ່ມຂຶ້ນຈົນມາຮອດວັນທີ 19 ສິງຫາ 2026

ໂດຍ Jenjilaອັບເດດ
· 3 ເດືອນ ກ່ອນອ່ານ 1 ນາທີ52 ຄັ້ງ
ແຈ້ງເຕືອນກຽມພ້ອມຮັບມືລະດັບນ້ຳເຊໂດນມີປະລິມານນ້ຳເພີ່ມຂຶ້ນຈົນມາຮອດວັນທີ 19 ສິງຫາ 2026
ADadvertisement
ADadvertisement
ADadvertisement

ຂປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຫລາຍວັນຕິດຕໍ່ກັນ ເຮັດໃຫ້ນຳ້ເຊໂດນມີປະລິມານນ້ຳເພີ່ມຂຶ້ນ, ມາຮອດວັນທີ19 ສິງຫາ 2026 ເຮັດມີນໍ້າລົ້ນຝັ່ງໄຫລຖ້ວມເສັ້ນທາງເຂດບ້ານນາເຫລັກ, ໂພນບົກ, ວັດກາງ ແລະ ບ້ານເຕົ້າປູນ ເມືອງ ແລະ ແຂວງສາລະວັນ.

ແຈ້ງເຕືອນກຽມພ້ອມຮັບມືລະດັບນ້ຳເຊໂດນມີປະລິມານນ້ຳເພີ່ມຂຶ້ນຈົນມາຮອດວັນທີ 19 ສິງຫາ 2026

ສະຖານະການນ້ຳຖ້ວມຢູ່ພາກໃຕ້ເລີ່ມໜ້າເປັນຫ່ວງ! ປັດຈຸບັນ ລະດັບນ້ຳຂອງ ແລະ ນ້ຳເຊໂດນ ຢູ່ທີ່ນະຄອນປາກເຊ, ແຂວງຈຳປາສັກ ແມ່ນສືບຕໍ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ໂດຍໃນວັນທີ 19 ສິງຫາ 2026, ລະດັບນ້ຳຂອງທີ່ແທກໄດ້ຢູ່ ນະຄອນປາກເຊ ແມ່ນສູງເຖິງ 11.52 ແມັດ, ເຊິ່ງໄດ້ ກາຍລະດັບເຕືອນໄພ (11.00 ແມັດ) ເປັນທີ່ຮຽບຮ້ອຍແລ້ວ (ລະດັບອັນຕະລາຍແມ່ນ 12.00 ແມັດ) ແລະ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດກະລາວ່ານ້ຳຍັງມີແນວໂນ້ມຈະສືບຕໍ່ເພີ່ມຂຶ້ນຕື່ມອີກ

ແຈ້ງເຕືອນກຽມພ້ອມຮັບມືລະດັບນ້ຳເຊໂດນມີປະລິມານນ້ຳເພີ່ມຂຶ້ນຈົນມາຮອດວັນທີ 19 ສິງຫາ 2026 · ຮູບທີ 2

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນສະພາບອາກາດ ໃນໄລຍະວັນທີ 19 – 20 ສິງຫາ 2026 ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ແລະ ພາກກາງຂອງລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ພັດປົກຄຸມ

ADadvertisement
ADadvertisement
ADadvertisement
ແຈ້ງເຕືອນກຽມພ້ອມຮັບມືລະດັບນ້ຳເຊໂດນມີປະລິມານນ້ຳເພີ່ມຂຶ້ນຈົນມາຮອດວັນທີ 19 ສິງຫາ 2026 · ຮູບທີ 3

ລັກສະນະອາກາດດັ່ງກ່າວ ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີ ຝົນຕົກໜັກ ຫາ ໜັກຫຼາຍ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງ ໃນເຂດ 13 ແຂວງ 54 ເມືອງ ສ່ຽງໄພ

ສະນັ້ນ, ແຈ້ງເຕື່ອນເຖິງພໍ່ແມ່ປະຊາຊົນທີ່ມີຄວາມສ່ຽງໃນພື້ນທີ່ຕໍ່າ ໃຫ້ມີຄວາມກຽມພ້ອມລະມັດລະວັງ ຕໍ່ສະພາບນໍ້າທີ່ອາດຈະເພີ່ມຂຶ້ນ ພ້ອມທັງເກັບມ້ຽນເຄື່ອງໃຊ້ທີ່ຈຳເປັນໄປໄວ້ທີ່ສູງ ແລະ ປອດໄພ.

ແຈ້ງເຕືອນກຽມພ້ອມຮັບມືລະດັບນ້ຳເຊໂດນມີປະລິມານນ້ຳເພີ່ມຂຶ້ນຈົນມາຮອດວັນທີ 19 ສິງຫາ 2026 · ຮູບທີ 4

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 52 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່