ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຈ້ງເຕືອນ 10 ແຂວງ ຮັບມືຝົນຕົກໜັກ ພ້ອມເຝົ້າລະວັງນໍ້າຖ້ວມຊຸແລະ ດິນເຈື່ອນ (20-21 ສິງຫານີ້)

ໂດຍ Jenjilaອັບເດດ
· 3 ເດືອນ ກ່ອນອ່ານ 1 ນາທີ51 ຄັ້ງ
ແຈ້ງເຕືອນ 10 ແຂວງ ຮັບມືຝົນຕົກໜັກ ພ້ອມເຝົ້າລະວັງນໍ້າຖ້ວມຊຸແລະ ດິນເຈື່ອນ (20-21 ສິງຫານີ້)
ADadvertisement
ADadvertisement
ADadvertisement

ຮ່ອງຄວາມກົດອາກາດຕໍ່າ ຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັກ ຫາ ຕົກໜັກຫຼາຍຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ເຂດພື້ນທີ່ສ່ຽງນໍ້າທົ່ມຊຸ ແລະ ດິນເຈື່ອນ ມີດັ່ງນີ້:

ແຂວງ ເມືອງ
ແຂວງ ຫຼວງພະບາງ ເມືອງ ນ່ານ, ເມືອງ ໂພນໄຊ ແລະ ເມືອງ ຊຽງເງິນ
ແຂວງ ວຽງຈັນ ເມືອງ ກາສີ
ແຂວງ ໄຊສົມບູນ ເມືອງ ລອງຊານ, ເມືອງ ທ່າໂທມ ແລະ ເມືອງ ອານຸວົງ
ແຂວງ ບໍລິຄໍາໄຊ ເມືອງ ບໍລິຄັນ, ປາກກະດິງ, ຄໍາເກີດ, ແລະ ເມືອງ ວຽງທອງ
ແຂວງ ຄໍາມ່ວນ ເມືອງ ທ່າແຂກ, ບົວລະພາ, ຫີນບູນ, ມະຫາໄຊ, ຍົມມະລາດ, ຫນອງບົກ ແລະ ເມືອງ ເຊບັ້ງໄຟ
ແຂວງ ສະຫວັນນະເຂດ ເມືອງ ພິນ, ອາດສະພັງທອງ, ເຊໂປນ, ທ່າປາງທອງ, ໄຊບູລີ, ວິລະບູລີ ແລະ ເມືອງ ນອງ
ແຂວງ ສາລະວັນ ເມືອງ ວາປີ, ເມືອງ ຕະໂອ້ຍ, ເມືອງ ຄົງເຊໂດນ ແລະ ເມືອງ ຕຸ້ມລານ
ແຂວງ ຈໍາປາສັກ ເມືອງ ບາຈຽງຈະເລີນສຸກ, ເມືອງ ປາກຊ່ອງ, ເມືອງ ໂພນທອງ ແລະ ເມືອງ ຊະນະສົມບູນ
ແຂວງ ເຊກອງ ເມືອງ ກະລຶມ ແລະ ເມືອງ ທ່າແຕ່ງ
ແຂວງ ອັດຕະປື ເມືອງ ພູວົງ, ເມືອງ ຊານໄຊ, ເມືອງ ສາມັກຄີໄຊ ແລະ ເມືອງ ສະນາມໄຊ

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນເຂດພື້ນທີ່ສ່ຽງ ຈົ່ງມີສະຕິແລະລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີ ນໍ້າທົ່ມຊຸ ແລະ ດິນເຈື່ອນ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ສະພາບນໍ້າ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ADadvertisement
ADadvertisement
ADadvertisement
ແຈ້ງເຕືອນ 10 ແຂວງ ຮັບມືຝົນຕົກໜັກ ພ້ອມເຝົ້າລະວັງນໍ້າຖ້ວມຊຸແລະ ດິນເຈື່ອນ (20-21 ສິງຫານີ້)

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 51 ຄັ້ງ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່