ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ຈັບແກ້ງຄົນລາວ 7 ຄົນ ກໍ່ອາຊະຍາກໍາທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍຢູ່ຫ້ອງການໂຣໂຢລສະແຄລ ເຂດບ້ານໜອງດ້ວງ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ54 ຄັ້ງ
ເຈົ້າໜ້າທີ່ຈັບແກ້ງຄົນລາວ 7 ຄົນ ກໍ່ອາຊະຍາກໍາທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍຢູ່ຫ້ອງການໂຣໂຢລສະແຄລ ເຂດບ້ານໜອງດ້ວງ
ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ຈັບແກ້ງຄົນລາວ 7 ຄົນ ກໍ່ອາຊະຍາກໍາທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍຢູ່ຫ້ອງການໂຣໂຢລສະແຄລ ເຂດບ້ານໜອງດ້ວງ

ໃນວັນທີ 19 ສິງຫາ 2026 ເຈົ້າໜ້າທີ່ສະເພາະກິດກະຊວງ ປ້ອງກັນຄວາມສະຫງົບ ໄດ້ລົງກວາດລ້າງ ກຸ່ມແກ້ງກໍ່ອາຊະຍາກໍາທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ຫ້ອງການໂຣໂຢລສະແຄລ ບ້ານ ໜອງດ້ວງ ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ຈັບແກ້ງຄົນລາວ 7 ຄົນ ກໍ່ອາຊະຍາກໍາທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍຢູ່ຫ້ອງການໂຣໂຢລສະແຄລ ເຂດບ້ານໜອງດ້ວງ · ຮູບທີ 2

ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ພົບເຫັນເປົ້າໝາຍ 7 ຄົນ ຍິງ 5 ຄົນ ທີ່ເປັນພົນລະເມືອງລາວ ໃນຖານະລູກຈ້າງ, ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ ຜູ້ຖືກຫາຮັບສາລະພາບວ່າ: ໄດ້ເຮັດໜ້າທີ່ ເປັນແອັດມິນຕອບແຊດ ເວບພະນັນທາງອອນລາຍ ຢ່າງແທ້ຈິງ ເຊິ່ງໄດ້ເຄື່ອນໄຫວນັບແຕ່ເດືອນ 4 ປີ 2026 ເປັນຕົ້ນມາ.

ເຈົ້າໜ້າທີ່ຈັບແກ້ງຄົນລາວ 7 ຄົນ ກໍ່ອາຊະຍາກໍາທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍຢູ່ຫ້ອງການໂຣໂຢລສະແຄລ ເຂດບ້ານໜອງດ້ວງ · ຮູບທີ 3

ເຄື່ອງຂອງກາງ ມີຈໍຄອມພິວເຕີ້ 62 ໜ່ວຍ, ຄອມພິວເຕີ້ ໂນດບຸກ 13 ໜ່ວຍ, ໂທລະສັບມືຖື 41 ໜ່ວຍ, ເຄສຄອມ 4 ໜ່ວຍ; ປັດຈຸບັນ, ເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນ ຂະຫຍາຍຜົນເພື່ອຊອກຫາຫົວໂປ່ໂຕການ ແລະ ຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ.

ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ຈັບແກ້ງຄົນລາວ 7 ຄົນ ກໍ່ອາຊະຍາກໍາທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍຢູ່ຫ້ອງການໂຣໂຢລສະແຄລ ເຂດບ້ານໜອງດ້ວງ · ຮູບທີ 4

ຕໍ່ກັບເຫດການດັ່ງກ່າວ; ເຈົ້າໜ້າທີ່ຂໍສະແດງຄວາມຂອບໃຈມາຍັງປະຊາຊົນ ແລະ ພົນລະເມືອງດີ ທີ່ໄດ້ສະໜອງຂໍ້ມູນຂ່າວສານອັນເປັນປະໂຫຍດ ຈົນນຳໄປສູ່ການບຸກມ້າງຂະບວນການດັ່ງກ່າວໄດ້ສຳເລັດ.

ເຈົ້າໜ້າທີ່ຈັບແກ້ງຄົນລາວ 7 ຄົນ ກໍ່ອາຊະຍາກໍາທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍຢູ່ຫ້ອງການໂຣໂຢລສະແຄລ ເຂດບ້ານໜອງດ້ວງ · ຮູບທີ 5

© ຄວາມສະຫງົບ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 54 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່