ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ດ່ວນ! ແຈ້ງການປ່ອຍນໍ້າ ຜ່ານອຸໂມງນໍ້າລົ້ນ ຂອງເຂື່ອນໄຟຟ້ານໍ້າປາກຊ່ອງ (ເຂື່ອນນໍ້າພາກ) ເມືອງປາກຊ່ອງ ແຂວງຈໍາປາສັກ.

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ42 ຄັ້ງ
ດ່ວນ! ແຈ້ງການປ່ອຍນໍ້າ ຜ່ານອຸໂມງນໍ້າລົ້ນ ຂອງເຂື່ອນໄຟຟ້ານໍ້າປາກຊ່ອງ (ເຂື່ອນນໍ້າພາກ) ເມືອງປາກຊ່ອງ ແຂວງຈໍາປາສັກ.
ADadvertisement
ADadvertisement
ADadvertisement

ຫ້ອງວ່າການເມືອງປາກຊ່ອງ ຂໍຖືເປັນກຽດແຈ້ງມາຍັງ ທຸກພາກສ່ວນ ເພື່ອຊາບວ່າ: ໄລຍະຜ່ານມາມີຝົນຕົກ ຢູ່ໃນລະດັບກາງ ຫາ ຕົກຫນັກ ໃນຂອບເຂດພື້ນທີ່ອ່າງເກັບນໍ້າ ເຂື່ອນນໍ້າປາ ແລະ ນໍ້າພາກ ເຮັດໃຫ້ລະດັບນໍ້າຫນ້າອ່າງ ເພີ່ມຂື້ນໄວ ແລະ ກົມອຸຕຸນິຍົມແລະອຸທົກກະສາດ ໄດ້ແຈ້ງການວ່າຈະມີຝົນຕົກຫນັກສືບຕໍ່ເປັນເວລາຫຼາຍວັນຕິດຕໍ່ ກັນ; ເຊິ່ງຄະນະຮັບຜິດຊອບຂອງໂຄງການໄດ້ມີການປະເມີນ ແລະ ຄາດການວ່າ ລະດັບນໍ້າຈະເຕັມອ່າງ (ເຕັມ ຄວາມຈຸຂອງອ່າງ); ສະນັ້ນ ບໍລິສັດ ເຂື່ອນໄຟຟ້າ ນໍ້າປາກຊ່ອງ ຈະໄດ້ມີການປ່ອຍນໍ້າຜ່ານອຸໂມງນໍ້າລົ້ນ ຂອງ ເຂື່ອນນໍ້າພາກ ປະມານ 50 – 100 ແມັດກ້ອນ ຕໍ່ວິນາທີ ລົງສູ່ຫ້ວຍນ້ໍາພາກ ແຕ່ວັນທີ 23 ສິງຫາ 2026 ເປັນຕົ້ນ ໄປ ຈົນກວ່າປະລິມານນໍ້າຫນ້າອ່າງຈະຫຼຸດລົງເປັນປົກກະຕິ.

ມອບໃຫ້ຄະນະກໍາມະການປົກຄອງຕາແສງ ປະສານສົມທົບກັບອົງການປົກຄອງບ້ານ ທີ່ຢູ່ເຂດໄກ້ຄຽງ ຈົ່ງໄດ້ແຈ້ງເຖິງພໍ່ແມ່ປະຊາຊົນທີ່ອາໃສຢູ່ພື້ນທີ່ດ້ານລຸ່ມອ່າງເກັບນໍ້າ ໃຫ້ເຂົາເຈົ້າຮັບຊາບຢ່າງທົ່ວເຖິງ ເພື່ອເຝົ້າ ລະວັງນໍ້າໄຫຼນອງ ແລະ ນໍ້າຖ້ວມຂັງ ຫຼືຍົກຍ້າຍຂື້ນບ່ອນປອດໄພລ່ວງຫນ້າ.

ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງພາກທ່ານເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຮັບປະກັນໃຫ້ມີຄວາມ ສະຫງົບ ປອດໄພຮອບດ້ານ.

ADadvertisement
ADadvertisement
ADadvertisement

ແຈ້ງການດ້ານລຸ່ມນີ້:

ດ່ວນ! ແຈ້ງການປ່ອຍນໍ້າ ຜ່ານອຸໂມງນໍ້າລົ້ນ ຂອງເຂື່ອນໄຟຟ້ານໍ້າປາກຊ່ອງ (ເຂື່ອນນໍ້າພາກ) ເມືອງປາກຊ່ອງ ແຂວງຈໍາປາສັກ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່