
ໄຟຟ້າລາວ ກຳລັງເລັ່ງແກ້ໄຂສຸກເສີນ ຕິດຕັ້ງເສົາໄຟຟ້າ 12 ຕົ້ນ ແລະ ປັບປຸງລະບົບຕາຂ່າຍໄຟຟ້າ ທີ່ຖືກລົດຕໍາຫັກ ຢູ່ບ້ານຊຽງດາ
J
ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ52 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:53


ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1 ລາຍງານວ່າ: ວັນທີ 25 ສິງຫາ 2026 ທ່ານ ວິລະກອນ ແສງດາລາ ຮອງຫົວໜ້າສາຂາ ນະຄອນຫລວງວຽງຈັນ1 ລົງຕິດຕາມວຽກງານ ນຳພາ- ຊີ້ນຳອ້າຍນ້ອງວິຊາການທາງດ້ານເຕັກນິກໄຟຟ້າ, ເລັ່ງແກ້ໄຂວຽກສຸກເສີນປັບປຸງລະບົບຕາຂ່າຍໄຟຟ້າແຮງກາງ ທີ່ຖືກລົດຕໍາຫັກ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍເລີ່ມປະຕິບັດຕັ້ງເສົາໄຟຟ້າ 18 ແມັດ ຫຍີບຄູ່ ຈຳນວນ 3ຄູ່, ເສົາໄຟຟ້າ 12 ແມັດ 3 ຕົ້ນ , ເສົາໄຟຟ້າ 8 ແມັດ 4 ຕົ້ນ ແລະ ເສົາໄຟເຍືອງທາງອີກ 5 ຕົ້ນ ເພື່ອກູ້ລະບົບໄຟຟ້າໃຫ້ກັບຄືນເປັນປົກກະຕິໂດຍໄວ.




ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 52 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/15214
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













