ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລັດຖະມົນຕີກະຊວງ ຮສສ ມອບເຄື່ອງບັນເທົາທຸກໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງໄຊບູລີ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 2 ນາທີ42 ຄັ້ງ
ລັດຖະມົນຕີກະຊວງ ຮສສ ມອບເຄື່ອງບັນເທົາທຸກໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງໄຊບູລີ
ADadvertisement
ADadvertisement
ADadvertisement

ຂປລ. ວັນທີ 26 ສິງຫາ 2026, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍ ທ່ານ ນາງ ດາວວອນ ໄຊສຸລຽນ ປະທານຄະນະກຳມະ ການປົກຄອງແຂວງສະຫວັນນະເຂດ, ທ່ານ ນາງ ສີສະຫວັດ ໂຄດທະວົງສາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ, ພ້ອມທັງມອບເຄື່ອງບັນເທົາທຸກໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມຢູ່ເມືອງໄຊບູລີ ແຂວງສະຫວັນນະເຂດ.

ລັດຖະມົນຕີກະຊວງ ຮສສ ມອບເຄື່ອງບັນເທົາທຸກໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງໄຊບູລີ

ໂອກາດນີ້, ທ່ານ ຄາລາໂຊ ຫລຸຍບົວທອງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊບູລີ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ສະພາບໄພພິບັດນໍ້າຖ້ວມຢູ່ເມືອງໄຊບູລີ ປະຈຳປີ 2026. ເມືອງໄຊບູລີ ໄດ້ຮັບຜົນກະທົບຈາກນໍ້າຖ້ວມນັບແຕ່ວັນທີ 8 ສິງຫາ 2026 ເປັນຕົ້ນມາ, ທົ່ວເມືອງມີ 52 ບ້ານ. ໃນນັ້ນ, ຖືກນໍ້າຖ້ວມ 13 ບ້ານ, 1.573 ຄອບຄົວ, 8.569 ຄົນ. ສ່ວນບ້ານທີ່ມີເນື້ອທີ່ທໍາການຜະລິດກະສິກໍາຖືກຖ້ວມ ມີ 34 ບ້ານ ລວມເນື້ອທີ່ 5.961 ເຮັກຕາ. ນອກນັ້ນ, ຍັງມີເສັ້ນທາງ, ຂົວ, ໂຮງຮຽນ 7 ແຫ່ງ, ສຸກສາລາ 2 ແຫ່ງ, ວັດ 11 ແຫ່ງ ຖືກນໍ້າຖ້ວມ ແລະ ໄດ້ຈັດຕັ້ງສູນພັກເຊົາຊົ່ວຄາວ 6 ສູນ, ປັດຈຸບັນ ລະດັບນໍ້າເຊບັ້ງໄຟ ແລະ ເຊນ້ອຍ ໄດ້ຫລຸດ ລົງຕໍ່ເນື່ອງ ແຕ່ຍັງຢູ່ໃນເຂດສ່ຽງໄພ.

ລັດຖະມົນຕີກະຊວງ ຮສສ ມອບເຄື່ອງບັນເທົາທຸກໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງໄຊບູລີ · ຮູບທີ 2

ໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຊຍະສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະ ນະນຳເມືອງ ໃນການເອົາໃຈໃສ່ນຳພາ-ຊີ້ນຳ ແລະ ໄດ້ໃຫ້ທິດຊີ້ນຳໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງໃນຕໍ່ໜ້າ. ພ້ອມນີ້, ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ຕ່າງໜ້າກະຊວງ ມອບເຄື່ອງບັນເທົາທຸກໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ເພື່ອນຳໄປແຈກຢາຍໃຫ້ປະຊາຊົນຜູ້ປະສົບໄພ ຊຶ່ງປະກອບມີ: ເຂົ້າສານຈ້າວ 2 ໂຕນ, ນໍ້າດື່ມ, ໝີ່ກ່ອງ, ໄຂ່ໄກ່, ເຄື່ອງໃຊ້ໃນຄົວເຮືອນ ແລະ ເຄື່ອງສຸຂະພັນ ລວມມູນຄ່າ 101.340.000 ກີບ.

ADadvertisement
ADadvertisement
ADadvertisement
ລັດຖະມົນຕີກະຊວງ ຮສສ ມອບເຄື່ອງບັນເທົາທຸກໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງໄຊບູລີ · ຮູບທີ 3

ຈາກນັ້ນ, ຄະນະການນຳຂັ້ນສູນກາງ, ແຂວງ ແລະ ເມືອງ ຍັງໄດ້ເດີນທາງໄປຢ້ຽມຢາມ ພ້ອມທັງມອບເຄື່ອງບັນເທົາທຸກ ຈຳນວນໜຶ່ງໃຫ້ປະຊາຊົນບ້ານດ້າງສະຫວັນ ເມືອງໄຊບູລີ ເພື່ອເປັນກຳລັງໃຈໃຫ້ຜູ້ປະສົບໄພໃນຄັ້ງນີ້ ຕື່ມອີກ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່