ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມືອງຫົງສາ ອອກແຈ້ງການຫ້າມລົດສ່ວນຕົວ ແລະ ລົດຂົນສົ່ງສິນຄ້າປະກາດຮັບເອົາຄົນໂດຍສານເດັດຂາດ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ47 ຄັ້ງ
ເມືອງຫົງສາ ອອກແຈ້ງການຫ້າມລົດສ່ວນຕົວ ແລະ ລົດຂົນສົ່ງສິນຄ້າປະກາດຮັບເອົາຄົນໂດຍສານເດັດຂາດ
ADadvertisement
ADadvertisement
ADadvertisement

ວັນທີ 24 ສິງຫາ 2026 ຫ້ອງວ່າການເມືອງຫົງສາ ອອກແຈ້ງການຫ້າມລົດສ່ວນຕົວ ລົດຂົນສົ່ງສິນຄ້າປະກາດຮັບເອົາຄົນໂດຍສານ

ເນື້ອໃນຂອງແຈ້ງການລະບຸວ່າ: ໃນໄລຍະຜ່ານມາ ໄດ້ມີລົດສ່ວນບຸກຄົນ (ລົດສ່ວນຕົວ), ລົດຂົນສົ່ງສີນຄ້າ ທີ່ແລ່ນຕາມເສັ້ນທາງລະຫວ່າງເມືອງຫົງສາ ຫາ ໄຊຍະບູລີ, ເມືອງຫົງສາ ຫາ ຕ່າງແຂວງ ເຈົ້າຂອງລົດຈະໂພດລົງໂຊຊຽວ ເພື່ອປະກາດຫາຄົນໂດຍສານຮ່ວມເດີນທາງນໍາ ແລະ ເກັບເງິນຄ່າໂດຍສານນໍາຜູ້ຮ່ວມເດີນທາງ ເຊິ່ງການກະທໍາດັ່ງກ່າວ ແມ່ນຜິດຕໍ່ລະບຽບກົດໝາຍ ວ່າດ້ວຍການຂົນສົ່ງທາງບົກ ແລະ ຍັງສົ່ງຜົນກະທົບໂດຍກົງຕໍ່ຜູ້ປະກອບການລົດຂົນສົ່ງໂດຍສານຢ່າງຫຼີກລ່ຽງບໍ່ໄດ້.

ສະນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນໃຫ້ປະຕິບັດຕາມລະບຽບກົດໝາຍ ລົດສ່ວນຕົວ, ລົດຂົນສົ່ງສິນຄ້າ ເວລາ ເດີນທາງໄປຕ່າງເມືອງ, ຕ່າງແຂວງ ຫ້າມບໍ່ໃຫ້ໂພສລົງໂລກໂຊຊຽວ ເພື່ອປະກາດຮັບເອົາຄົນໂດຍສານເດັດຂາດ ໃນກໍລະນີຝ່າຝືນ ຖ້າເຈົ້າໜ້າທີ່ກວດກາພົບເຫັນ ແມ່ນຈະໄດ້ປັບໃໝ ແລະ ປະຕິບັດຕາມລະບຽບກົດໝາຍ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ADadvertisement
ADadvertisement
ADadvertisement
ເມືອງຫົງສາ ອອກແຈ້ງການຫ້າມລົດສ່ວນຕົວ ແລະ ລົດຂົນສົ່ງສິນຄ້າປະກາດຮັບເອົາຄົນໂດຍສານເດັດຂາດ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດແຈ້ງການ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່