ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະທານປະເທດ ກຽມເດີນທາງ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມທີ່ສາທາລະນະລັດກາຊັກສະຖານ ໃນວັນທີ 31 ສິງຫາ - 4 ກັນຍາ 2026

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ47 ຄັ້ງ
ປະທານປະເທດ ກຽມເດີນທາງ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມທີ່ສາທາລະນະລັດກາຊັກສະຖານ ໃນວັນທີ 31 ສິງຫາ - 4 ກັນຍາ 2026
ADadvertisement
ADadvertisement
ADadvertisement
ປະທານປະເທດ ກຽມເດີນທາງ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມທີ່ສາທາລະນະລັດກາຊັກສະຖານ ໃນວັນທີ 31 ສິງຫາ - 4 ກັນຍາ 2026

ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເດີນທາງເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ ໃນວັນທີ 31 ສິງຫາ ຫາ 01 ກັນຍາ 2026 ທີ່ ບິສເກັກ, ກຽກກິດສະຖານ.

ຫຼັງຈາກນັ້ນ, ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງພະນະທ່ານ ກາຊຶມ-ໂຈມາດ ໂຕກາຢຽບ, ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ກາຊັກສະຖານ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາ​ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດ ກາຊັກ​ສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານ.

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່