ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເສຍຫາຍຫນັກ!ຜົນກະທົບຈາກນ້ຳປ່າເຂດຊາຍແດນ ເນປານ-ຈີນໄດ້ຊຸເຂົ້າໃສ່ໂຄງສ້າງພະລັງງານ ສົ່ງຜົນກະທົບຕໍ່ໂຮງງານໄຟຟ້າຫຼາຍແຫ່ງ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 2 ນາທີ40 ຄັ້ງ
ເສຍຫາຍຫນັກ!ຜົນກະທົບຈາກນ້ຳປ່າເຂດຊາຍແດນ ເນປານ-ຈີນໄດ້ຊຸເຂົ້າໃສ່ໂຄງສ້າງພະລັງງານ ສົ່ງຜົນກະທົບຕໍ່ໂຮງງານໄຟຟ້າຫຼາຍແຫ່ງ
ADadvertisement
ADadvertisement
ADadvertisement

ອຸທົກກະໄພທີ່ເກີດຂຶ້ນບໍລິເວນຊາຍແດນ ເນປານ–ຈີນ ເມື່ອວັນທີ 26 ສິງຫາ 2026, ສົ່ງຜົນກະທົບຢ່າງຮຸນແຮງຕໍ່ໂຄງສ້າງພື້ນຖານດ້ານພະລັງງານຂອງເນປານ ໂດຍສະເພາະພື້ນທີ່ຕາມແນວແມ່ນ້ຳ ໂພເຕໂກສີ ແລະ ຕຣີຊູລີ.

ເສຍຫາຍຫນັກ!ຜົນກະທົບຈາກນ້ຳປ່າເຂດຊາຍແດນ ເນປານ-ຈີນໄດ້ຊຸເຂົ້າໃສ່ໂຄງສ້າງພະລັງງານ ສົ່ງຜົນກະທົບຕໍ່ໂຮງງານໄຟຟ້າຫຼາຍແຫ່ງ

ລາຍງານຫຼ້າສຸດລະບຸວ່າ ໂຮງງານໄຟຟ້ານ້ຳຕົກທີ່ເປີດດຳເນີນງານຢູ່ 12 ແຫ່ງ ໄດ້ຮັບຄວາມເສຍຫາຍຢ່າງໜັກ, ເຮັດໃຫ້ກຳລັງການຜະລິດໄຟຟ້າປະມານ 431.1 ເມກາວັດ ໄດ້ຮັບຜົນກະທົບ, ຂະນະທີ່ຍັງມີໂຄງການອື່ນໆ ແລະ ໂຮງງານໄຟຟ້າແສງຕາເວັນທີ່ໄດ້ຮັບຄວາມເສຍຫາຍເຊັ່ນກັນ.

ໂຮງງານໄຟຟ້າແສງຕາເວັນ 25 ເມກາວັດ ກໍ່ໄດ້ຮັບຜົນກະທົບ ໜຶ່ງໃນໂຄງສ້າງສຳຄັນທີ່ໄດ້ຮັບຄວາມເສຍຫາຍແມ່ນ ໂຮງງານໄຟຟ້າພະລັງງານແສງຕາເວັນ ນູວາໂຄດ ຂະໜາດ 25 ເມກາວັດ, ຂະນະທີ່ໂຄງການພະລັງງານນ້ຳຫຼາຍແຫ່ງໃນພື້ນທີ່ປະສົບໄພ ຖືກກະແສນ້ຳ ແລະ ເສດຊາກສິ່ງເສດເຫຼືອພັດທຳລາຍ.

ADadvertisement
ADadvertisement
ADadvertisement

ຄວາມເສຍຫາຍດັ່ງກ່າວ ກຳລັງສ້າງຄວາມກັງວົນຕໍ່ສະຖຽນລະພາບດ້ານພະລັງງານຂອງເນປານ, ໂດຍສະເພາະໃນຊ່ວງລະດູແລ້ງ ທີ່ການຜະລິດໄຟຟ້ານ້ຳຕົກມີແນວໂນ້ມຫຼຸດລົງ ແລະ ອາດເຮັດໃຫ້ປະເທດຕ້ອງຫັນກັບໄປເພິ່ງພາການນຳເຂົ້າໄຟຟ້າຈາກອິນເດຍຫຼາຍຂຶ້ນ.

ເສຍຫາຍຫນັກ!ຜົນກະທົບຈາກນ້ຳປ່າເຂດຊາຍແດນ ເນປານ-ຈີນໄດ້ຊຸເຂົ້າໃສ່ໂຄງສ້າງພະລັງງານ ສົ່ງຜົນກະທົບຕໍ່ໂຮງງານໄຟຟ້າຫຼາຍແຫ່ງ · ຮູບທີ 2

ກະທົບເຖິງການສົ່ງອອກໄຟຟ້າໄປອິນເດຍ ກ່ອນເກີດໄພພິບັດ, ເນປານເປັນຜູ້ສົ່ງອອກໄຟຟ້ານ້ຳຕົກໄປຍັງອິນເດຍໃນຊ່ວງທີ່ມີກຳລັງການຜະລິດສ່ວນເກີນ. ໂດຍເມື່ອວັນທີ 26 ສິງຫາ ເຊິ່ງເປັນມື້ທີ່ເກີດນ້ຳຖ້ວມ, ອິນເດຍໄດ້ນຳເຂົ້າໄຟຟ້າຈາກເນປານໃນຊ່ວງເວລາຄວາມຕ້ອງການສູງສຸດ ເຖິງປະມານ 963.4 ເມກາວັດ.

ແຕ່ຫຼັງເກີດໄພພິບັດ, ກຳລັງການຜະລິດທີ່ເສຍຫາຍໄດ້ເຮັດໃຫ້ປະລິມານໄຟຟ້າທີ່ເນປານສາມາດສົ່ງອອກໄດ້ຫຼຸດລົງຢ່າງຫຼວງຫຼາຍ, ແລະ ອາດສົ່ງຜົນກະທົບຕໍ່ລາຍໄດ້ຈາກການສົ່ງອອກໄຟຟ້າ ລວມທັງເຮັດໃຫ້ເນປານຕ້ອງພິຈາລະນານຳເຂົ້າໄຟຟ້າຈາກອິນເດຍເພື່ອຊົດເຊີຍກຳລັງການຜະລິດທີ່ຂາດຫາຍໄປ.

ໄພພິບັດຄັ້ງນີ້ຈຶ່ງບໍ່ພຽງແຕ່ສ້າງຄວາມເສຍຫາຍຕໍ່ເຮືອນຊານ, ຖະໜົນຫົນທາງ ແລະ ພື້ນທີ່ກະສິກຳເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບໂດຍກົງຕໍ່ ລະບົບພະລັງງານ, ເສດຖະກິດ ແລະ ການຄ້າພະລັງງານຂ້າມຊາຍແດນຂອງເນປານ ໂດຍສະເພາະສົ່ງຜົນກະທົບຕໍ່ການສົ່ງອອກໄຟຟ້າໄປຍັງປະເທດອິນເດຍອີກດ້ວຍ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່