ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະເປຊເອັກ (SpaceX) ປະກາດແຜນລົງທຶນ 1 ແສນລ້ານໂດລາ ເພື່ອສ້າງຖານປ່ອຍຈະລວດແຫ່ງທີ 4 ຢູ່ລັດລຸຍເຊຍນາ ສະຫະລັດອາເມລິກາ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ52 ຄັ້ງ
ສະເປຊເອັກ (SpaceX) ປະກາດແຜນລົງທຶນ 1 ແສນລ້ານໂດລາ ເພື່ອສ້າງຖານປ່ອຍຈະລວດແຫ່ງທີ 4 ຢູ່ລັດລຸຍເຊຍນາ ສະຫະລັດອາເມລິກາ
ADadvertisement
ADadvertisement
ADadvertisement

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກງານ ພັດທະນາ ເສດຖະກິດ ປະຈຳ ລັດລຸຍເຊຍນາ ຂອງ ສ.ອາເມລິກາ ເປີດເຜີຍວ່າ ສະເປຊເອັກ (SpaceX), ເປັນບໍລິສັດ ເອກະຊົນ ດ້ານອາວະກາດ ສັນຊາດ ສ.ອາເມລິກາ ປະກາດ ແຜນການລົງທຶນ ຢ່າງໜ້ອຍ 1 ແສນລ້ານ ໂດລາ ສະຫະລັດ, ເພື່ອສ້າງຖານປ່ອຍ ຈະລວດໃນລັດລຸຍເຊຍນາ ເຊິ່ງຈະເປັນ ຖານປ່ອຍຈະລວດ ແຫ່ງທີສີ່ ແລະ ເປັນຖານ ຂະໜາດໃຫຍ່ ທີ່ສຸດ ຂອງ ສະເປຊເອັກ.

ສະເປຊເອັກ (SpaceX) ປະກາດແຜນລົງທຶນ 1 ແສນລ້ານໂດລາ ເພື່ອສ້າງຖານປ່ອຍຈະລວດແຫ່ງທີ 4 ຢູ່ລັດລຸຍເຊຍນາ ສະຫະລັດອາເມລິກາ

ຖານປ່ອຍຈະລວດແຫ່ງໃໝ່ນີ້ ມີຊື່ວ່າ “ສະຕາເບສ ລຸຍເຊຍນາ” (Starbase, Louisiana) ຈະຕັ້ງ ຢູ່ໃນເຂດເວີມິລຽນ ທາງຕອນໃຕ້ ຂອງ ລັດລຸຍເຊຍນາ ເພື່ອໃຫ້ມີສັກຍະພາບ ຮອງຮັບ ການປ່ອຍ ຈະລວດ ສະຕາຊິບ (Starship) ຫລາຍພັນຖ້ຽວ ຕໍ່ປີ ຫາກການ ກໍ່ສ້າງສຳເລັດ ສົມບູນ ຖານປ່ອຍ ຈະລວດໃໝ່ນີ້ ຈະມີພື້ນທີ່ ປ່ອຍ 5 ແຫ່ງ, ແຕ່ລະແຫ່ງ ໃຫ້ມີແທ່ນປ່ອຍ 2 ແທ່ນ ລວມທັງ ພື້ນທີ່ ຈັດເກັບ ເຊື້ອໄຟ, ສູນຜະລິດ ເຊື້ອໄຟ ແລະ ທີ່ພັກອາໄສ ສຳລັບ ພະນັກງານ ແລະ ຄອບຄົວ.

ສະເປຊເອັກ ຄາດວ່າ ຈະເລີ່ມກໍ່ສ້າງ ຖານປ່ອຍ ໃນປີ 2027 ແລະ ຕັ້ງເປົ້າປ່ອຍຍານ ຄັ້ງທຳອິດ ໃຫ້ໄວທີ່ສຸດໃນປີ 2029 ໂດຍລະບຸວ່າ ໂຄງການນີ້ ຈະສ້າງ ວຽກເຮັດ ງານທຳໃໝ່ ຫລາຍກວ່າ 3.000 ຕຳແໜ່ງ, ຂະນະທີ່ສຳນັກງານພັດທະນາ ເສດຖະກິດ ເຜີຍວ່າ ໂຄງການ ດັ່ງກ່າວ ຈະຊ່ວຍ ຍົກລະດັບ ລັດລຸຍເຊຍນາ ໃຫ້ເປັນສູນກາງລະດັບໂລກ ດ້ານອຸດສາຫະກຳ ການບິນ ແລະ ອະວະກາດ ຍຸກໃໝ່

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 52 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່