ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ບ້ານນໍ້າເງິນ ເມືອງນາໝໍ້ ໄດ້ຮັບຜົນກະທົບໄພນໍ້າຖ້ວມໜັກໜ່ວງທີ່ສຸດ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ36 ຄັ້ງ
ບ້ານນໍ້າເງິນ ເມືອງນາໝໍ້ ໄດ້ຮັບຜົນກະທົບໄພນໍ້າຖ້ວມໜັກໜ່ວງທີ່ສຸດ
ADadvertisement
ADadvertisement
ADadvertisement

ຂປລ. ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ບ້ານນໍ້າເງິນ ເມືອງນາໝໍ້ ແຂວງອຸດົມໄຊ ເປັນອີກບ້ານໜຶ່ງ ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ໜັກໜ່ວງທີ່ສຸດ ໃນວັນທີ 29-30 ສິງຫາ 2026 ຜ່ານມາ, ຊຶ່ງໄດ້ຖ້ວມເຮືອນຊານ, ວັດວາອາລາມ, ຂົວ, ເສັ້ນທາງແຕ່ບ້ານຂວາງ ໄປຫານໍ້າເງິນຖືກຕັດຂາດ, ດິນເຈື່ອນຖົມທາງ, ທາງເຊາະເຈື່ອນ, ເສົາໄຟຟ້າລົ້ມຫລາຍກວ່າ 10 ເສົາ.

ບ້ານນໍ້າເງິນ ເມືອງນາໝໍ້ ໄດ້ຮັບຜົນກະທົບໄພນໍ້າຖ້ວມໜັກໜ່ວງທີ່ສຸດ

ທ່ານ ຈັກກິ ໄພອິນຕາ ຮອງປະທານຕາແສງຂວາງຄໍາ ເມືອງນາໝໍ້ ໄດ້ລາຍງານ ໃນວັນທີ 3 ກັນຍາ 2026 ໃນໂອກາດລົງຕິດຕາມສະພາບນໍ້າຖ້ວມ ໃຫ້ຮູ້ວ່າ: ປັດຈຸບັນນີ້, ບ້ານດັ່ງກ່າວ ບໍ່ມີນໍ້າດື່ມສະອາດ ແລະ ນ້ຳໃຊ້, ບໍ່ມີໄຟຟ້າ, ສັນຍານໂທລະສັບຖືກຕັດຂາດ, ການສັນຈອນໄປ-ມາລໍາບາກ ອາໄສການຍ່າງເອົາ ແລະ ເສັ້ນທາງນໍ້າເງິນ ຫາບ້ານນໍ້າແດງ ແລະ ນໍ້າເງິນໄປຫາບ້ານຕືກາ-ບ້ານຜາຄໍາ ໄປບໍ່ໄດ້ (ທາງຖືກຕັດຂາດ).

ບ້ານນໍ້າເງິນ ເມືອງນາໝໍ້ ໄດ້ຮັບຜົນກະທົບໄພນໍ້າຖ້ວມໜັກໜ່ວງທີ່ສຸດ · ຮູບທີ 2

ປັດຈຸບັນ, ພະນັກງານຕາແສງ ໄດ້ແບ່ງຄວາມຮັບຜິດຊອບກັນ ລົງເຄື່ອນໄຫວ ຕິດຕາມສະພາບ ແລະ ເກັບກໍາຂໍ້ມູນຜົນເສຍຫາຍ ຢ່າງຮີບດ່ວນ.

ADadvertisement
ADadvertisement
ADadvertisement

ຂ່າວ: ວ້າ ຈາມົວ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່