ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມ SCO Plus

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 2 ນາທີ32 ຄັ້ງ
ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມ SCO Plus
ADadvertisement
ADadvertisement
ADadvertisement

ໃນວັນທີ 1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ ສ.ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).

ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມ SCO Plus

ໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ພົບປະກັບ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ອີກເທື່ອໜຶ່ງ ພາຍຫຼັງການພົບປະກັນ ທີ່ ເມືອງກາຊານ ສ. ຣັດເຊຍ ໃນເດືອນຕຸລາ 2024 ຜ່ານມາ. ການພົບປະຄັ້ງນີ້ ຖືເປັນຂີດໝາຍສໍາຄັນເພື່ອປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບມີໝາກຜົນເປັນຮູບປະທຳຍິ່ງໆຂື້ນ. ພ້ອມດຽວກັນນີ້, ພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ພະນະທ່ານ ປະທານາທິບໍດີ ແລະ ລັດຖະບານເບ ລາຣຸດຊີ ທີ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການເຂົ້າເປັນຄູ່ຮ່ວມເຈລະຈາຂອງອົງການ SCO ພ້ອມທັງຢືນ ຢັນວ່າ ສປປ ລາວ ຈະສືບຕໍ່ປະກອບສ່ວນຢ່າງຫ້າວຫັນໃນເວທີດັ່ງກ່າວ ຕາມຄວາມສາມາດ ແລະ ເງື່ອນໄຂຕົວຈິງ.

ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມ SCO Plus · ຮູບທີ 2

ໃນການພົບປະດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ລາວ-ເບລາຣຸດຊີ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດໄລຍະຜ່ານມາ ໂດຍສະເພາະທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ພ້ອມທັງເຫັນດີສືບຕໍ່ໃຫ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນຫຼາຍລະດັບ. ສອງຝ່າຍ ຍັງໄດ້ທົບທວນຄືນເຖິງການການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືໃນຂົງເຂດຕ່າງໆ ທີ່ໄດ້ມີການຕົກລົງ ແລະ ເຫັນດີເປັນເອກະພາບຮ່ວມກັນແລ້ວນັ້ນ ໃຫ້ເປັນຮູບປະ ທຳຍິ່ງຂຶ້ນ ເປັນຕົ້ນແມ່ນ ດ້ານເສດຖະກິດ, ການຄ້າ, ການລົງທຶນ, ທະນາຄານ ແລະ ການເງິນ, ການສຶກສາ, ວັດທະ ນະທຳ, ການທ່ອງທ່ຽວ ແລະ ສາທາລະນະສຸກ.

ADadvertisement
ADadvertisement
ADadvertisement
ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມ SCO Plus · ຮູບທີ 3

ນອກຈາກນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ໃຫ້ມີການ​ປຶກ​ສາ​ຫາ​ລື​ກັນຜ່ານກົນໄກການຮ່ວມມືທີ່ມີຢູ່ແລ້ວ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ໃຫ້ໄດ້ຮັບໝາກຜົນເປັນຮູບປະທຳຍິ່ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາ ຊົນສອງຊາດ ລາວ-ເບລາຣຸດຊີ ໃຫ້ຫຼາຍກວ່າເກົ່າ.

ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມ SCO Plus · ຮູບທີ 4

ໃນໂອກາດນີ້, ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ພະນະທ່ານ ທອງລຸນ ສີສຸລິດ ທີ່ໄດ້ຮັບການເລືອກຕັ້ງເປັນ ປະທານປະເທດລາວ ອີກໜຶ່ງສະໄໝ ແລະ ຖືໂອກາດດັ່ງກ່າວເຊື້ອເຊີນໄປຢ້ຽມຢາມ ເບ ລາຣຸດຊີ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ, ພ້ອມທັງສະແດງຄວາມມຸ່ງໝັ້ນ ທີ່ຈະສືບຕໍ່ຊຸກຍູ້ສາຍພົວພັນ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ລາວ ແລະ ເບລາຣຸດຊີ ໃຫ້ເຂັ້ມແຂງ, ເລິກເຊິ່ງ ແລະ ແຕກດອກອອກຜົນຍິ່ງຂຶ້ນ.

ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມ SCO Plus · ຮູບທີ 5

ຂ່າວ: ກະຊວງການຕ່າງປະເທດ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່