ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມ ພິທີມອບຕຳແໜ່ງວິຊາການຄູບໍ່ປະຈຳ ແລະ ປະລິນຍາເອກກິດຕິມະສັກໃຫ້ການນໍາ ແລະ ອະດີດການນໍາຂັ້ນສູງ.

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ40 ຄັ້ງ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມ ພິທີມອບຕຳແໜ່ງວິຊາການຄູບໍ່ປະຈຳ ແລະ ປະລິນຍາເອກກິດຕິມະສັກໃຫ້ການນໍາ ແລະ ອະດີດການນໍາຂັ້ນສູງ.
ADadvertisement
ADadvertisement
ADadvertisement
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມ ພິທີມອບຕຳແໜ່ງວິຊາການຄູບໍ່ປະຈຳ ແລະ ປະລິນຍາເອກກິດຕິມະສັກໃຫ້ການນໍາ ແລະ ອະດີດການນໍາຂັ້ນສູງ.

ວັນທີ 4 ກັນຍາ 2026 ຢູ່ສະໂມສອນສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີພິທີມອບ-ຮັບຕຳແໜ່ງວິຊາການຄູບໍ່ປະຈຳຂັ້ນສາສະດາຈານກິດຕິມະສັກ, ສາດສະດາຈານພິເສດ ແລະ ປະລິນຍາເອກກິດຕິມະສັກ ມຊ ປະຈຳປີ 2026 ໄດ້ຈັດຂື້ນໃນວັນທີ 4 ກັນຍາ 2026 ຢູ່ສະໂມສອນສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມ ພິທີມອບຕຳແໜ່ງວິຊາການຄູບໍ່ປະຈຳ ແລະ ປະລິນຍາເອກກິດຕິມະສັກໃຫ້ການນໍາ ແລະ ອະດີດການນໍາຂັ້ນສູງ. · ຮູບທີ 2

ໃນພິທີທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ເລຂາທິການສະພາ ມຊ ໄດ້ກ່າວລາຍງານວ່າ: ການພິຈາລະນາຕຳແໜ່ງວິຊາການຄູບໍ່ປະຈຳໃນຊຸດປີ 2026 ໄດ້ຈັດຕັ້ງປະຕິບັດຢ່າງເປັນລະບົບ ເປີດເຜີຍ ໂປ່ງໃສ ແລະ ຖືກຕ້ອງຕາມດຳລັດ ແລະ ຄຳແນະນຳ ໂດຍຜ່ານການປະເມີນຈາກຄະນະກຳມະການວິຊາການແຕ່ລະຂັ້ນ ຈາກນັ້ນໄດ້ອອກຂໍ້ຕົກລົງມອບຕຳແໜ່ງວິຊາການຄູບໍ່ປະຈຳ ແລະ ປະກາສະນີຍະບັດໃຫ້ຜູ້ທີ່ມີຜົນງານໂດດເດັ່ນທັງໝົດ 6 ທ່ານ ຄື: ມອບຕໍາແໜ່ງວິຊາການຄູບໍ່ປະຈໍາຂັ້ນສາສະດາຈານກິດຕິມະສັກສາຂາບໍລິຫານລັດ ແລະ ການພັດທະນາໃຫ້ທ່ານ ສາສະດາຈານກິດຕິມະສັກ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ຕົກລົງມອບສາສະດາຈານກິດຕິມະສັກສາຂາການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຍືນຍົງໃຫ້ທ່ານ ສາສະດາຈານກິດຕິມະສັກ ສົມມາດ ພົນເສນາ, ພ້ອມນັ້ນໄດ້ມອບຕໍາແໜ່ງວິຊາການຄູບໍ່ປະຈໍາຂັ້ນສາສະດາຈານພິເສດສາຂາວິສະວະກໍາຊົນລະປະທານໃຫ້ທ່ານສາສະດາຈານພິເສດ ຄໍາຜາດ ສຸລິນພູມີ ແລະມອບຕໍາແໜ່ງວິຊາການຄູບໍ່ປະຈໍາຂັ້ນສາສະດາຈານພິເສດໃຫ້ທ່ານ ສາສະດາຈານພິເສດ ວັນທອງ ສີຣິວັນແລະເຫັນດີມອບປະລິນຍາເອກກິດຕິມະສັກໃຫ້ທ່ານ ວຽງທະວີສອນ ເທບພະຈັນແລະມອບປະລິຍາເອກກິດຕິມະສັກໃຫ້ທ່ານ ໂອ ມຽງ ຮວັນ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມ ພິທີມອບຕຳແໜ່ງວິຊາການຄູບໍ່ປະຈຳ ແລະ ປະລິນຍາເອກກິດຕິມະສັກໃຫ້ການນໍາ ແລະ ອະດີດການນໍາຂັ້ນສູງ. · ຮູບທີ 3

ຂ່າວ: ວຽງຈັນໃໝ່

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່