ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລັດຖະມົນຕີກະຊວງ ປກສ ເດີນທາງໄປຮ່ວມກອງປະຊຸມ ທີ່ ສປ ຈີນ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ36 ຄັ້ງ
ລັດຖະມົນຕີກະຊວງ ປກສ ເດີນທາງໄປຮ່ວມກອງປະຊຸມ ທີ່ ສປ ຈີນ
ADadvertisement
ADadvertisement
ADadvertisement

ວັນທີ 5 ກັນຍາ 2026, ທີ່ສະໜາມບິນສາກົນວັດໄຕ, ໄດ້ມີພິທີສົ່ງ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເພື່ອເດີນທາງໄປຮ່ວມກອງປະຊຸມທີ່ ສປ ຈີນ.

ລັດຖະມົນຕີກະຊວງ ປກສ ເດີນທາງໄປຮ່ວມກອງປະຊຸມ ທີ່ ສປ ຈີນ

ໃຫ້ກຽດສົ່ງຄະນະໃນຄັ້ງນີ້, ມີ ທ່ານ ນາງ ສຽນ ລີຊ່າ ທູດປຶກສາ ຜູ້ປະສານງານ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ປະຈຳລາວ, ພ້ອມດ້ວຍ ພົຕ ໜູຈອນ ກ້ອນທອງດຳ ຮອງລັດຖະມົນຕີ ກະຊວງ ປກສ ແລະ ຄະນະນຳເຂົ້າ ຮ່ວມ.

ລັດຖະມົນຕີກະຊວງ ປກສ ເດີນທາງໄປຮ່ວມກອງປະຊຸມ ທີ່ ສປ ຈີນ · ຮູບທີ 2

ການເດີນທາງເຂົ້າຮ່ວມກອງປະຊຸມ ໃນລະຫວ່າງວັນ ທີ 7-11 ກັນຍາ 2026 ເພື່ອເປັນການປຶກສາຫາລືແລກ ປ່ຽນວຽກງານດ້ານວິຊາສະເພາະກຳລັງຕຳຫຼວດ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ເພື່ອພົບປະແລກປ່ຽນ ແລະ ປຶກສາຫາລືດ້ານຕ່າງໆະ ເປັນບ່ອນອີງທີ່ສຳຄັນໃຫ້ແກ່ກຳລັງວິຊາສະເພາະຂອງທັງສອງຝ່າຍ ໄດ້ສືບຕໍ່ປະສານສົມທົບ ແລະ ຜັນຂະຫຍາຍເນື້ອໃນຈິດໃຈການຮ່ວມມືໃຫ້ເປັນຮູບປະທຳ ແນໃສ່ເຮັດໃຫ້ພາກພື້ນມີຄວາມສັນຕິພາບແລະ ມີສະຖຽນລະພາບຂອງສອງປະເທດ.
ຂ່າວຈາກ: ຄວາມສະຫງົບ Lao Security News

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່