ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 2 ນາທີ45 ຄັ້ງ
ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ
ADadvertisement
ADadvertisement
ADadvertisement
ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ ແຫ່ງ ສປ ຈີນ ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນ ໃນວັນທີ 6 ກັນຍາ 2026 ນີ້, ໂດຍການຕ້ອນຮັບ ຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ຄະນະຊີ້ນໍາການເຝິກຊ້ອມ ຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ ” ຂະບວນລົດໄຟສັນຕິພາບ 2026”, ມີ ສະຫາຍ ພົນຈັດຕະວາ ຄຳແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ສະຫາຍ ພັນເອກ ຫຼີ ປິງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ · ຮູບທີ 2

ພິທີ ຕ້ອນຮັບໄດ້ຈັດຂຶ້ນທີ່ ສະຖານີລົດໄຟ ລາວ-ຈີນ ນະຄອນຫຼວງວຽງຈັນ, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ສະແດງຄວາມຕ້ອນຮັບຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ຢ່າງອົບອຸ່ນ, ເຊິ່ງຄະນະຜູ້ແທນ ແລະ ນັກຫັດແອບ ຂະບວນລົດໄຟສັນຕິພາບ 2026 ມີຄວາມສໍາຄັນ ໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ສອງກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ໃຫ້ມີຄວາມໜັກແໜ້ນ ແລະ ເຂົ້າສູ່ລວງເລິກ.

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ · ຮູບທີ 3

ການເຝິກຊ້ອມຫັດແອບພາຍໃຕ້ລະຫັດ “ຂະບວນລົດໄຟສັນຕິພາບ 2026 ເພື່ອຊ່ວຍເຫຼືອມະນຸດສະທຳ ແລະ ການບໍລິການດ້ານການແພດ” ຄັ້ງນີ້ ເປັນຄັ້ງທີ 6 ເຊິ່ງຈະໄດ້ຈັດຂຶ້ນໃນໄລຍະເວລາ 16 ວັນ ມາຮອດປັດຈຸບັນການກະກຽມໄດ້ມີຄວາມຮອບດ້ານ ພິທີເປີດຢ່າງເປັນທາງການຈະໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2026 ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບ ແລະ ໃນວັນດຽວກັນນັ້ນ ຈະມີການຫັດແອບເຝິກຊ້ອມຕົວຈິງຢູ່ທີ່ສະໜາມຈໍາລອງດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ADadvertisement
ADadvertisement
ADadvertisement
ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ · ຮູບທີ 4

ພາຍຫຼັງສຳເລັດການເຝິກຊ້ອມ ໜ່ວຍແພດ “ຂະບວນ ລົດໄຟສັນຕິພາບ 2026” ຍັງຈະໄດ້ເປີດບໍລິການດ້ານການແພດ ຢູ່ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍບໍລິເວນ 106 ກອງທັບ, ໂຮງໝໍບໍລິເວນ 109 ກອງທັບ ແລະ ແຂວງອັດຕະປື ຕື່ມອີກ.

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ · ຮູບທີ 5
ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ · ຮູບທີ 6
ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ · ຮູບທີ 7

ທີ່ມາ: lao people’s army news

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່