ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ພະນັກງານກວ່າ 1,000 ຄົນຈະໄດ້ຮັບຜົນກະທົບ ອົງການເອັນພີເອ ຫຼຸດການປະຕິບັດງານຢູ່ ສປປ ລາວ

ໂດຍ kaling
· 3 ເດືອນ ກ່ອນອ່ານ 2 ນາທີ38 ຄັ້ງ
ພະນັກງານກວ່າ 1,000 ຄົນຈະໄດ້ຮັບຜົນກະທົບ ອົງການເອັນພີເອ ຫຼຸດການປະຕິບັດງານຢູ່ ສປປ ລາວ
ADadvertisement
ADadvertisement
ADadvertisement

ອົງການເອັນພີເອມີຄວາມເສຍໃຈທີ່ຕ້ອງແຈ້ງໃຫ້ຊາບວ່າ ພວກເຮົາຈະເລີ່ມຫຼຸດການປະຕິບັດງານຂອງພວກເຮົາຢູ່ ສປປ ລາວ ເຊິ່ງສົ່ງຜົນກະທົບໃຫ້ພະນັກງານທ້ອງຖິ່ນ ແລະ ພະນັກງານຕ່າງປະເທດຫຼາຍກວ່າ 1,000 ຄົນ.

ສະຖານະການນີ້ບໍ່ໄດ້ມີຜົນເນື່ອງມາຈາກການປະຕິບັດງານ ຫຼື ພຶດຕິກຳຂອງພະນັກງານ ຫຼື ຄຸນນະພາບ, ຄວາມສຳຄັນ ແລະ ຜົນໄດ້ຮັບສູງຂອງການປະຕິບັດວຽກຢູ່ ສປປ ລາວ.

ຫ້ອງການໃຫຍ່ຂອງອົງການເອັນພີເອ ໄດ້ຕັດສິນໃຈວ່າ ອົງການເອັນເອພີບໍ່ສາມາດເຮັດສັນຍາໃໝ່ໃດໆຮ່ວມກັບລັດຖະບານສະຫະລັດອາເມລິກາໄດ້ ເນື່ອງຈາກເງື່ອນໄຂໃໝ່ຂອງທຶນຊ່ວຍເຫຼືອ ທີ່ປະກາດໃຊ້ຕົ້ນປີນີ້.

ADadvertisement
ADadvertisement
ADadvertisement

ອົງການເອັນພີເອເຮັດວຽກຮ່ວມກັບລັດຖະບານລາວ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ເພື່ອກວດກູ້ເນື້ອທີ່ດິນທີ່ມີການປົນເປື້ອນ, ໄດ້ທຳລາຍລະເບີດຢ່າງປອດໄພ, ເຮັດການໂຄສະນາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ແລະ ສະໜັບສະໜູນການເຂົ້າເຖິງພື້ນທີ່ດິນຢ່າງປອດໄພ. ພວກເຮົາພາກພູມໃຈເປັນຢ່າງຍິ່ງໃນຄວາມທຸ້ມເທ ແລະ ການເຮັດວຽກແບບມືອາຊີບຂອງພະນັກງານຄົນລາວຂອງພວກເຮົາທຸກໆຄົນ ເຊິ່ງຫຼາຍຄົນໄດ້ອຸທິດຕົນຕໍ່ວຽກງານນີ້ມາດົນຫຼາຍປີ.

ເຖິງຢ່າງໃດກໍ່ຕາມ, ອົງການເອັນພີເອຍັງຄົງມຸ່ງໝັ້ນທີ່ຈະສະໜັບສະໜູນບຸລິມະສິດທີ່ສໍາຄັນແຫ່ງຊາດໃນວຽກງານລະເບີດທີ່ບໍ່ທັນແຕກ (ລບຕ). ອົງການເອັນພີເອຄາດຫວັງວ່າຈະໄດ້ຮັບທຶນສະໜັບສະໜູນຢ່າງຕໍ່ເນື່ອງຈາກລັດຖະບານນອກແວໃນປີ 2027 ໂດຍມີເປົ້າໝາຍເພື່ອຮັກສາຂີດຄວາມສາມາດໃນການປະຕິບັດງານຂະໜາດນ້ອຍເພື່ອໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນໃນພາກໃຕ້ຂອງລາວ ໃນຂະນະດຽວກັນ ອົງການເອັນພີເອຍັງຄົງສືບຕໍ່ຊອກຫາທຶນຊ່ວຍເຫຼືອ ຈາກຜູ້ໃຫ້ທຶນອື່ນຕໍ່ໄປ.

ອົງການເອັນພີເອຂໍສະແດງຄວາມຂອບໃຈຢ່າງສຸດຊື້ງມາຍັງລັດຖະບານລາວ, ລັດຖະບານສະຫະລັດອາເມລິກາ, ລັດຖະບານການາດາ, ລັດຖະບານນອກແວ, ພ້ອມກັບຄູ່ຮ່ວມງານທຸກໆທ່ານ, ພະນັກງານທຸກໆຄົນ ແລະ ທຸກຊຸມຊົນສຳລັບຄວາມໄວ້ວາງໃຈ, ການຮ່ວມມື ແລະ ການສະໜັບສະໜູນຕະຫຼອດຫຼາຍປີທີ່ຜ່ານມາ. ຈາກການຮ່ວມມືກັນດັ່ງກ່າວນີ້ ເຮັດໃຫ້ມີຄວາມຄືບໜ້າທີ່ສຳຄັນໃນວຽກງານການແກ້ໄຂຜົນກະທົບໄລຍະຍາວຂອງລະເບີດທີ່ບໍ່ທັນແຕກຢູ່ ສປປ ລາວ.

ກະລຸນາຊາບວ່າ ຫ້ອງການເອັນພີເອທຸກຫ້ອງການຢູ່ ສປປ ລາວ ແລະ ການປະຕິບັດງານຈະໄດ້ພັກໃນວັນທີ 9 ກັນຍາ ເພື່ອເປັນການໄວ້ອາໄລ ແລະ ສະແດງຄວາມເຄົາລົບຕໍ່ການເສຍຊີວິດຂອງເຈົ້າຊີວິດ ຮາຣັລດ໌ ທີ 5 ແຫ່ງນໍເວ.
ຂ່າວຈາກ: Norwegian People’s Aid Lao PDR ອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່