
ຈັບໄດ້ອີກແລ້ວ! ເຈົ້າໜ້າທີ່ຈັບແກັງສະແກມເມີ 43 ຄົນ ຢູ່ໂຮງແຮມ ທັນສະໄໝ ຢູໂຈ້ ບ້ານໜອງວຽງຄໍາ ເມືອງໄຊທານີ
J
ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ40 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:07


ວັນທີ 6 ກັນຍາ 2026 ເຈົ້າໜ້າທີ່ສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງແກ້ໄຂກຸ່ມແກ້ງກໍ່ອາຊະກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ໂຮງແຮມ ທັນສະໄໝ ຢູໂຈ້ ຕັ້ງຢູ່ບ້ານໜອງວຽງຄໍາ ຮ່ອມ 3 ເມືອງໄຊທານີ ນະຄອນຫລວງວຽງຈັນ.

ຜ່ານການກວດຄົ້ນໂຮງແຮມ ທັນສະໄໝ ຢູໂຈ້ ຊັ້ນ 4 ແລະ ຊັ້ນ 7 ສາມາດກັກຕົວຜູ້ຖືກຫາ ໄດ້ 43 ຄົນ, ຍິງ 4 ຄົນ ມີ 2 ສັນຊາດຄື ສັນຊາດ ຈີນ 41 ຄົນ, ຍິງ 3 ຄົນ, ຈີນ-ຮົງກົງ 2 ຄົນ ຍິງ 1 ຄົນ. ສາມາດຍຶດຂອງກາງ ຄື: ຄອມພິວເຕີຕັ້ງໂຕະ 2 ໜ່ວຍ, ໂນ້ດບຸກ 43 ໜ່ວຍ, ໂທລະສັບມືຖື 468 ໜ່ວຍ, ເຄັດຄອມ 2 ອັນ ແລະ ຄອມພິວເຕີ 1 ອັນ.



ປັດຈຸບັນ, ເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນຕໍ່ເປົ້າໝາຍດັ່ງກ່າວຕາມລະບຽບກົດໝາຍ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/16129
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













