ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ການນຳເມືອງຫມື່ນ ຕິດຕາມ-ເຝົ້າລະວັງ ສະພາບໄພນ້ຳຖ້ວມ

ໂດຍ kaling
· 3 ເດືອນ ກ່ອນອ່ານ 1 ນາທີ29 ຄັ້ງ
ການນຳເມືອງຫມື່ນ ຕິດຕາມ-ເຝົ້າລະວັງ ສະພາບໄພນ້ຳຖ້ວມ
ADadvertisement
ADadvertisement
ADadvertisement

ການນຳເມືອງໝື່ນ ແຂວງວຽງຈັນ ນຳໂດຍ ທ່ານ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໝື່ນ ພ້ອມດ້ວຍຄະນະກຳມະການປ້ອງກັນໄພພິບັດຂັ້ນເມືອງ, ໄດ້ລົງຕິດຕາມກວດກາສະພາບນໍ້າຖ້ວມເຂດຢູ່ພາຍໃນເມືອງໝື່ນ ເມື່ອວັນທີ 7 ກັນຍາຜ່ານມາ.

ທ່ານ ວໍຣະສອນ ສີອັກຄະສອນ ໃຫ້ຮູ້ວ່າ: ເນື່ອງຈາກມີຝົນຕົນໜັກໃນຕອນເຊົ້າມືດຂອງວັນທີ 7 ກັນຍາ 2026 ນີ້ ເປັນຫຼາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ລະດັບນໍ້າຫ້ວຍ, ໜອງ, ຄອງບຶງ ເພີ່ມຂຶ້ນຢ່າງໄວວາ ໄຫຼເຂົ້າຖ້ວມເຮືອນປະຊາຊົນ, ເນື້ອທີ່ນາ, ສວນປູກໄມ້ອຸດສາຫະກໍາບາງແຫ່ງ, ເຮັດໃຫ້ການສັນຈອນ ລະຫວ່າງ ບ້ານຕໍ່ບ້ານໄດ້ຮັບຜົນກະທົບ ເພາະເຂດດັ່ງກ່າວເປັນເຂດພື້ນທີ່ຕໍ່າ, ຢູ່ລຽບຕາມແຄມນ້ຳ, ຕໍ່ກັບສະພາບການດັ່ງກ່າວການນຳຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ລົງຕິດຕາມຢ່າງໃກ້ຊິດ, ພ້ອມທັງ ລະດົມກຳລັງຈາກກອງບັນຊາການທະຫານເມືອງ, ກອງບັນຊາການ ປກສ ເມືອງ, ພະນັກງານ ຮ່ວມກັບ ປະຊາຊົນເຂດດັ່ງກ່າວ ຍົກຍ້າຍເຄື່ອງຂອງ, ສັດລ້ຽງ ອອກຈາກຈຸດທີ່ມີຄວາມສ່ຽງ ເພື່ອຮັບປະກັນຄວາມປອດໄພ.

ພາບ-ຂ່າວ: ນ.ວັນນາ

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່