ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄະນະລັດຖະມົນຕີໄທ ມີມະຕິເຫັນດີອະນຸມັດເງິນກູ້ ໃຫ້ ສປປ ລາວ ກໍ່ສ້າງຂົວຂ້າມນໍ້າຂອງ ຊຽງແມນ-ນະຄອນ ຫຼວງພະບາງ.

ໂດຍ kaling
· 3 ເດືອນ ກ່ອນອ່ານ 1 ນາທີ38 ຄັ້ງ
ຄະນະລັດຖະມົນຕີໄທ ມີມະຕິເຫັນດີອະນຸມັດເງິນກູ້ ໃຫ້ ສປປ ລາວ ກໍ່ສ້າງຂົວຂ້າມນໍ້າຂອງ ຊຽງແມນ-ນະຄອນ ຫຼວງພະບາງ.
ADadvertisement
ADadvertisement
ADadvertisement

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດເງິນກູ້ ແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ) ກັບ ນະຄອນ ຫຼວງພະບາງ ດ້ວຍງົບປະມານທັງໝົດ 1,783 ລ້ານບາດ ໂດຍຈະດໍາເນີນງານຜ່ານສໍາອົງການຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ສພພ. ຫຼື NEDA) ຂອງໄທ.

ໂຄງການດັ່ງກ່າວມີລາຍລະອຽດ ແລະ ເງື່ອນໄຂທີ່ສໍາຄັນດັ່ງນີ້:

– ຮູບແບບການສະໜອງທຶນ ຈະແບ່ງອອກເປັນ 2 ສ່ວນເທົ່າກັນ ຄື 50% ແມ່ນງົບປະມານລາຍປີຂອງລັດຖະບານໄທ (ຕັ້ງແຕ່ປີ ພ.ສ. 2571-2574) ແລະ ອີກ 50% ແມ່ນໃຫ້ ສພພ. ກູ້ຢືມຈາກສະຖາບັນການເງິນພາຍໃນປະເທດ ເພື່ອມາປ່ອຍກູ້ຕໍ່ໃຫ້ແກ່ລັດຖະບານ ສປປ ລາວ.

ADadvertisement
ADadvertisement
ADadvertisement

– ລັກສະນະຂອງໂຄງການ ເປັນການກໍ່ສ້າງຂົວຄອນກຣີດເສີມເຫຼັກຂ້າມນໍ້າຂອງ ຄວາມຍາວປະມານ 500 ແມັດ ພ້ອມທັງກໍ່ສ້າງທາງເຊື່ອມຕໍ່ (Approach Road) ເພື່ອເຊື່ອມເຂົ້າກັບລະບົບເສັ້ນທາງຫຼັກ.

ເພື່ອເປັນການສະໜັບສະໜູນພາກທຸລະກິດຂອງໄທ, ໂຄງການນີ້ກຳນົດໃຫ້ຕ້ອງໃຊ້ຜູ້ຮັບເໝົາກໍ່ສ້າງ ແລະ ວິສະວະກອນທີ່ປຶກສາຈາກປະເທດໄທ ລວມທັງຕ້ອງເລືອກໃຊ້ວັດສະດຸກໍ່ສ້າງທີ່ຜະລິດໃນໄທບໍ່ຕໍ່າກວ່າ 50% ຂອງມູນຄ່າສັນຍາ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່