ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຈ້ງເຕືອນ! ເຂື່ອນໄຟຟ້າ ເຊລະນອງ 1 ຈະປ່ອຍນໍ້າເລີ່ມແຕ່ວັນທີ 12 ກັນຍາ 2026

ໂດຍ Jenjilaອັບເດດ
· 3 ເດືອນ ກ່ອນອ່ານ 1 ນາທີ37 ຄັ້ງ
ແຈ້ງເຕືອນ! ເຂື່ອນໄຟຟ້າ ເຊລະນອງ 1 ຈະປ່ອຍນໍ້າເລີ່ມແຕ່ວັນທີ 12 ກັນຍາ 2026
ADadvertisement
ADadvertisement
ADadvertisement

ວັນທີ 10 ກັນຍາ 2026 ຫ້ອງວ່າການເມືອງພີນ ແຂວງ ສະຫວັນນະເຂດ ອອກແຈ້ງການ ກ່ຽວກັບລະບາຍນໍ້າອອກຈາກເຂື່ອນໄຟຟ້າເຊລະນອງ 1, ເຊິ່ງຕາມການຄາດຄະເນຂອງເຂື່ອນໄຟຟ້າ ເຊລະນອງ 1 ໃນວັນທີ 13-19 ກັນຍານີ້ ຈະມີຜົນກະທົບຈາກພະຍຸໄຕ້ຝຸ່ນທີ່ຈະເຄື່ອນຜ່ານເຂດເຂື່ອນ ໄຟຟ້າໂດຍກົງ ເຊິ່ງອາດຈະມີປະລິມານນໍ້າຝົນໄຫລເຂົ້າອ່າງສູງເຖິງ 8,500 m³/s ແລະ ລະດັບນໍ້າໜ້າອ່າງເກັບນໍ້າໃນເຂື່ອນຈະເພີ່ມຂຶ້ນເຖິງ EL 215.50 masl (ລະດັບນໍ້າຖ້ວມອອກແບບແມ່ນ EL 215.97 masl),

ດັ່ງນັ້ນເພື່ອຮັບປະກັນຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນທີ່ຢູ່ເຂດເໜືອນໍ້າ ແລະ ລຸ່ມນໍ້າ, ທາງເຂື່ອນ ໄຟຟ້າເຊລະນອງ 1 ຈະໄດ້ລະບາຍນໍ້າອອກຈາກເຂື່ອນ ເລີ່ມແຕ່ວັນທີ 12 ກັນຍາ 2026 ດັ່ງນີ້:

– ປະລິມານນໍ້າທີ່ລະບາຍອອກຈາກເຂື່ອນແມ່ນຈະສູງເຖິງ 7000 m³/s

ADadvertisement
ADadvertisement
ADadvertisement

– ຈະຮັກສາລະດັບນໍ້າໄວ້ໃນອ່າງໃຫ້ຢູ່ລະຫວ່າງ EL 212.50 masl ຫາ EL 215.50 masl.

– ສ່ວນລະດັບນໍ້າທ້າຍເຂື່ອນຈະຄວບຄຸມບໍ່ໃຫ້ສູງເກີນ EL 176.50 masl

ສະນັ້ນ, ຈຶ່ງແຈ້ງການມາຍັງພໍ່ແມ່ປະຊາຊົນທີ່ອາໃສຢູ່ຕາມເລາະລຽບຕາມສາຍນໍ້າເຊບັ້ງຫຽງ ຕັ້ງແຕ່ຕອນເທິງ ແລະ ທາງລຸ່ມເຂື່ອນ ໃຫ້ຫລີກລ້ຽງການເຮັດກິດຈະກຳຕ່າງໆ, ພ້ອມກັນມີສະຕິກຽມພ້ອມໃນການເກັບມ້ຽນ ຮັກສາວັດຖຸສິ່ງຂອງ, ເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນ ແລະ ສັດລ້ຽງອື່ນໆ ໄປໄວ້ໃນສະຖານທີ່ປອດໄພດ້ວຍ.

ແຈ້ງເຕືອນ! ເຂື່ອນໄຟຟ້າ ເຊລະນອງ 1 ຈະປ່ອຍນໍ້າເລີ່ມແຕ່ວັນທີ 12 ກັນຍາ 2026

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດແຈ້ງການ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່